ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ເງິນ​ຈີນ​ກ່າວ​ວ່າ​ອັດ​ຕາ​ການ​ທຸ່ມ​ງົບປະ ມານ​ແຫ່ງ​ລັດ​ໃນ​ດ້ານ​ການ​ສຶກ​ສາ​ຈະ​ກວມ​ຫຼາຍ​ກວ່າ​4%​ຂອງ​GDP

(GMT+08:00) 2012-03-06 14:21:29     cri
ຕາມ​ຂ່າວCRI: ວັນ​ທີ5ມີນາ​ນີ້, ທ່ານ​ເຊ ຊູ ​ເຢນ, ລັດຖະມົນຕີ​ວ່າການ​ກະ​ຊວງ​ການ​ເງິນ​ຈີນ​ກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ​ເປົ້າ​ໝາຍ​ອັດຕາ ການທຸ່ມງົບປະມານໃນດ້ານການສຶກສາຂອງຈີນ​ໃນ​ປີ​ນີ້​ຈະກວມGDPຫຼາຍ ກວ່າ4%.

ທ່ານ​ເຊ ຊູ ​ເຢນກ່າວ​ວ່າ, ການ​ທຸ່ມງົບປະມານ​​ໃນດ້ານ​ການ​ສຶກສາ​ປີ​ນີ້, ​ແມ່ນ​ພິຈາລະນາ​ຕາມ​ເປົ້າ​ໝາຍ"ອັດຕາ​ການ​ທຸ່ມ​ງົບ​ປະ​ມານ​ໃນ​ດ້ານ​ການ​ສຶກສາ​ຈະ​ກວມGDP4%". ​ສ່ວນງົບປະມານ​ການ​ເງິນ​ສາທາລະນະ, ງົບປະມານ​ກອງ​ທຶນ​ຂອງ​ລັດຖະບານ​ແລະ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ສຶກສາຂອງ​ການ​ເງິນ​ແຫ່ງ​ລັດ​ລວມທັງ​ໝົດມີ​ເກືອບ2200ຕື້​ຢວນ, ​ເຊິ່ງ​ມີ​ຫຼາຍ​ກວ່າ4%.

ທ່ານ​ເຊ ຊູ ​ເຢນຍັງ​ກ່າວ​ວ່າ, ປີ​ນີ້​ຈີນ​ຈະ​ປັບປຸງ​ໂຄງ​ປະກອບການ​ໃຊ້​ຈ່າຍ​ດ້ານການ​ເງິນ​ຕື່ມ​ອີກ, ​ອ່ຽງ​ໄປ​ສູ່​ຊີວິດ​ການ​ເປັນ​ຢູ່, ການ​ຊຸກຍູ້​ຄວາມ​ຕ້ອງການ​ດ້ານ​ການບໍລິ​ໂພ​ກ​ແລະ​ອື່ນໆ.