ສື່​ມວນ​ຊົນ​ສິງ​ກະ​​ໂປ​ເອົາ​ໃຈ​ໃສ່​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ

(GMT+08:00) 2012-03-06 14:22:48     cri
ຕາມ​ຂ່າວCRI: ວັນ​ທີ6ມີນາ​ນີ້, ສື່​ມວນ​ຊົນຕົ້ນຕໍ​ຂອງ​ສິງກະ​ໂປ​ໄດ້​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ແລະ​ລາຍ​ງານຕໍ່​ຂ່າວ​ກ່ຽວ​ກັບ​ການ​ດຳ​ເນີນ​ກອງປະຊຸມ​ຄັ້ງ​ທີ5ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ທີ່ທ່ານ​ເວີ່ນ​ເຈຍ​ປາວນາຍົກລັດ ຖະມົນຕີຈີນ​ໄດ້​ກ່າວ​ລາຍ​ງານຕໍ່​ກອງ​ປະຊຸມ.

ໜັງ​ສື​ພິມ<ລຽນ​ເຮີ​ຈາວ​ປ້າວ>ຂອງ​ສິງ​ກະ​ໂປ​ໄດ້ສ້າງ"ຄໍ​ລຳ"ສະ​ເພາະກ່ຽວ ກັບ​"ກອງ​ປະຊຸມ​ສອງ​ສະພາ", ​​ເອົາ​ໃຈ​ໃສ່​ຕິດຕາມ​ແລະ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ສອງສະພາ​ຂອງ​ຈີນ​ຢ່າງ​​​​ໃກ້ຊິດ. ​​ ​ຈຸດ​ສຸມ​ລາຍ​ງານ​ຂ່າວ​ວັນ​ທີ6ມີນາ​ນີ້, ​ມີ​ຫົວ​ຂໍ້​ວ່າ"ຈີນຫຼຸດລະ​ເປົ້າ​ໝາຍ​ການ​ບັນລຸ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ8%​ເທື່ອ​ທຳ​ອິດ​ໃນ8ປີຜ່ານມາ", ​ໄດ້ບັນ​ລະ​ຍາຍ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບາບ​ທີ່​ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ກ່າວ​ລາຍ​ງານຕໍ່​ກອງ​ປະຊຸມ. ​ໃນ​ລາຍ​ງານ​ຂ່າວ​ກ່າວ​ວ່າ: ​ໃນບົດ​ລາຍ​ງານ​ວຽກ​ງານ​ປະຈຳ​ປີ​ນີ້​ທ່ານ​ເວີ່ນ​ເຈຍ​ປາວ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ສະ​ເໜີ​ວ່າ, ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ຫຼຸດ​ໜ້ອຍ​ລົງ​ເປັນ7,5%ທຸກ​ປີ, ​ເພື່ອ​ຊັກ​ນຳ​ໃຫ້​ວຽກ​ງານ​ຕົ້ນຕໍ​ຂອງ​ຝ່າຍ​ຕ່າງໆ​ປຽນ​ເປັນ​ການ​ຫັນປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ແລະ​ການ​ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ​ຂອງ​ການ​ພັດທະນາ​ດ້ານ​ເສດຖະກິດ​ຢ່າງ​ແທ້​ຈິງ. ການ​ລາຍ​ງານ​ຂ່າວ​ຕີ​ລາຄາ​ວ່າ, ນີ້​ແມ່ນ​ຈີນ​ໄດ້​ຫຼຸດ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ8%ຕໍ່ປີ​ເທື່ອ​ທໍາ​ອິດ​ໃນ8ປີຜ່ານມາ, ​ເຊິ່ງສະ​ແດງ​ໃຫ້​ເຫັນ່ວ່າຈີນ​ໄດ້​ຕັດສິນ​ໃຈ​ຫຼຸດ​ຄວາມ​ໄວ​​​ເພື່ອ​ເພີ່ມ​ທະວີ​ຄຸນ​ນະພາ​ບດ້ານ​ການ​ພັດທະນາ​ຂອງ​ຈີນ.

ນອກ​ນີ້, ​ໃນຄໍ​ລຳສະ​ເພາະ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ຂອງໜັງສືພິມ<ລຽນ​ເຮີ​ຈາວ​ປ້າວ>​ໃນວັນ​ທີ6​ມີນາ​ນີ້, ໄດ້​ລາຍ​ງານຂ່າວກ່ຽວ​ກັບ​ການ​ປະຕິ​ຮູບ​ຂອງ​ລະບົບ​ທະນາຄານ​ຂອງ​ຈີນ, ​ການ​ເລັ່ງລັດ​ປະຊາທິປະ​ໄຕ​ແລະ​ຫົວ​ຂໍ້​ອື່ນໆ.