ໜັງສື​ພິມ​ພັກ​ປະຊາ​ຊົນປະ​ຕິວັດ​ລາວ​ລົງ​ພິມ​ບົດ​ຄວາມ​ໂດຍ​ເຫັນ​ວ່າ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຢູ່ອ້ອມ​ຂ້າງ​ຈີນມີ​ຜົນ​ປະ​ໂຫຍດ​ຕໍ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາຢູ່​ອ້ອມ​ຂ້າງ​ເຊິ່ງ​ລວມ​ທັງ​ປະ​ເທດ​ລາວ

(GMT+08:00) 2012-03-07 16:56:21     cri
ວັນ​ທີ7ມີນາ​ນີ້, ໜັງສືພິມ​ປະຊາ​ຊົນ​ທີ່​ເປັນສຽງ​ຂອງ​ສູນ​ກາງ​ພັກ​ປະຊາ​ຊົນ​ປະຕິ​ວັດ​ລາວ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ"ຈີນ​ສົ່ງ​ເສີມ​ໃຫ້​ຂະຫຍາ​ຍ​ການ​ຮ່ວມ​ມື​ກັບປະ​ເທດ​ທີ່ກຳລັງ​ພັດ​ທະນາ​ແລະ​ປະ​ເທດ​ໃຫຍ່​ຕ່າງໆ", ​ເຫັນ​ວ່ານະ​ໂຍບາຍ​ການ​ຕ່າງປະ​ເທດ​ກັບປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ​ມີ​ຜົນ​ປະ​ໂຫຍ​ດຕໍ່​ການ​ພັດທະນາ​ຂອງ​ປະ​ເທດທີ່​ພວມ​ພັດທະ​ນາ​ຢູ່​ອ້ອມ​ຂ້າງ, ​ເຊັ່ນ​ລາວ​ດັ່ງ​ນີ້​ເປັນ​ຕົ້ນ.

ບົດ​ຄວາມ​​ໄດ້​ຍົກ​ເອົາ​ບົດ​ລາຍ​ງານວຽກ​ງານ​ຂອງລັດ​ຖະບານ​ທີ່​ປະກາດ​ໂດຍ​ທ່ານ​ເວິ່ນ​ເຈ່ຍ​ປາວ, ນາຍົກ​ລັດຖະ​ມົນຕີ​ຈີນ​ມາ​ລາຍ​ງານ​ວ່າ, ປີ2012ຈີນ​ຈະ​ສືບ​ຕໍ່​ສົ່ງ​ເສີມລົງ​ເລິກ​ການ​ພົວພັນ​ມິດຕະ​ພາບ​ກັບປະ​ເທ​ດອ້ອມ​ຂ້າງ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແລະ​ການ​ຮ່ວມ​ມື​ກັບປະ​ເທດ​ທີ່ກຳ​ລັງ​ພັດທະ​ນາ​ຢ່າງ​ກວ້າງ​ຂວາງ, ຕັ້ງໜ້າ​ເຂົ້າ​ຮ່ວມ​ກົນ​ໄກ​ການ​ຮ່ວມ​ມື​ຕ່າງໆ​ກັບປະ​ເທ​ດອ້ອມ​ຂ້າງ, ຊຸກ​ຍູ້​​ໃຫ້ການ​ຮ່ວມ​ມື​ໃນ​ພາກ​ພື້ນລົງ​ສູ່​ລວງ​ເລິກ, ຮ່ວມ​ກັນ​ສ້າງ​ສະພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ເໝີ​ພາບ,​ແລະໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ສ້າງ​ສິ່ງ​ແວດ​ລ້ອມ​ພາກ​ພື້ນ​ທີ່ຮ່ວມ​ກັນ​ໄດ້​ຮັບຜົນ​ປະ​ໂຫຍດ. ບົດ​ຄວາມ​ຂຽນ​ວ່າ, ນີ້​ຈະ​ມີ​ຜົນ​ດີ​ຕໍ່​ສະຖຽນ​ລະ​ພາບ​ແລະ​ການພັດທະ​ນາ​ພ້ອມ​ກັນ​ຂອງ​ພາກ​ພື້ນ, ນຳ​ເອົາ​ຜົນ​ປະ​ໂຫຍດ​ມາໃຫ້​ປະ​ເທດ​ທີ່​ກຳ​ລັງ​ພັດທະນາ​ຢູ່​ອ້ອມ​ຂ້າງ, ​ເຊັ່ນ​ປະ​ເທດ​ລາວ​ເປັນ​ຕົ້ນ.