ຈີນ​ເຫັນ​ວ່າ ຍັດຕິ​ການ​ຄ້າສະ​ບັບ​ໃໝ່​ທີ່​ລັດຖະ​ສະພາ​ອາ​ເມ​ລິ​ກາ​ຮັບ​ຮອງ​ເອົາ​ນັ້ນ​ບໍ່​ສອດ​ຄ່ອງ​ກັບ​ລະບຽບ​ການ​ສາກົນ

(GMT+08:00) 2012-03-07 17:30:36     cri

ທ່ານເສິນເຕິໝິງຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ທີ​5​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ​7​ມີ​ນາ​ນີ້

ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ5​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11, ທ່ານ​ເສີນ​ເຕີ​ໝີງ, ລັດຖະ​ມົນຕີ​ວ່າ​ການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ລັດຖະ​ບານ​ຈີນບໍ່​ໄດ້​ໃຫ້ເງິນ​ອຸດ​ໜູນ​ແກ່​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນຄ້າ, ​ເມື່ອ​ບໍ່​ດົນ​ມານີ້, ລັດຖະ​ສະພາ​ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ​ຍັດຕິ, ​ໂດຍ​ມອບ​ສິດ​ໃຫ້​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ເກັບ​ອາກອນ​ຕ້ານ​ເງິນ​ອຸດ​ໜູນ​ຕໍ່​ປະ​ເທດ​ທີ່​ບໍ່​ມີ​ຖານະ​ທາງ​ເສດຖະ​ກິດ​ຕະຫຼາດ​ເຊິ່ງລວມທັງ​ຈີນ, ນີ້​ບໍ່​ສອດ​ຄ່ອງ​ກັບ​ລະບຽບ​ການ​ສາກົນ​ແລະ​ກົດ​ໝາຍ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ.

ທ່າ​ນ​ເສີນ​ເຕີ​ໝີງ​ກ່າວ​ວ່າ, ຈີນ​ປະຕິ​ບັດ​ຕາມ​ລະບຽບ​ການ​ຂອງ​ອົງການ​ຈັດ​ຕັ້ງ​ສາ​ກົນ​ທີ່​ຈີນ​ເຂົ້າ​ຮ່ວມ, ​ແຕ່​ບໍ່​ມີ​ພັນທະ​​ໃນ​ການ​​ເຄົາລົບ​ກົດ​ໝາຍ​ແລະ​ຂໍ້​ກຳນົດ​ພາຍ​ໃນ​ຂອງ​ບາງ​ປະ​ເທດ​ທີ່​ປະຕິ​ບັດ​ເກີນ​ຂອບ​ເຂດ​ລະບຽບ​ການ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ​ເຫຼົ່າ​ນີ້. ຈີນ​ຢາກຈະ​ສົນທະ​ນາ​ກັບປະ​ເທດທີ່​ວິຈານ​ຈີນ​ກ່ຽວ​ກັບ​ບັນຫາ​ເງິນ​ອຸດ​ໜູນ, ​ແລ​ກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ທີ່​ຄົງ​ຄ້າງ​ໃນບັນ​ຫາ​ເງິນ​ອຸດ​ໜູນ.