ຫາງ​ສຽງ​ໄຕ້​ຫວັນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ຂອງລັດ​ຖະ​ບານ​ຈີນ​ທີ່​ປະ​ກາດ​ໂດຍ​ທ່ານ​ເວິ່ນ​ເຈ່ຍ​ປາວ

(GMT+08:00) 2012-03-07 17:40:38     cri
ກອງ​ປະຊຸມ​ຄັ້ງ​ທີ5ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໄດ້​ໄຂ​ຂຶ້ນໃນ​ວັນ​ທີ5ມີນາ​ນີ້, ຫາງ​ສຽງ​ໄຕ້​ຫວັນ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະ​ບານ​ທີ່​ປະກາດ​ໂດຍ​ທ່ານ​ເວິ່ນ​ເຈ່ຍ​ປາວ, ນາຍົກ​ລັດ​ຖະມົນ​ຕີ​ຈີນ, ຫຼາຍ​ສື່​ມວນ​ຊົນ​​ໄດ້​ເອົາ​ໃຈ​ໃສ່​ລາຍ​ງານ​ຂ່າວ​ເປັນ​ພິ​ເສດ.

ວັນ​ທີ6ມີນາ​ນີ້, ໜັງ​ສືພິມ​ກົ່ງ​ຊ່າງ​ສື​ປ້າວ​ຂອງ​ໄຕ້​ຫວັນ​ໄດ້​ລົງ​ພິມ​ບົດ​ນຳວ່າ, ການ​ດັດສົມ​ດ້ານ​ເສດ​ຖະກິດ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ຈະ​ມີ​ຜົນ​ສະທ້ອນ​ອັນ​ເດັ່ນ​ຊັດ​ຕໍ່​ການຂະ​ຫຍາຍ​ຕົວ​ຂອງ​ການ​ແລກ​ປ່ຽນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໃນ​ອະ​ນາຄົດ.

ໜັງສື​ພິມ​ວ້າງປ້າວ​ຂອງ​ໄຕ້​ຫວັນ​ລາຍ​ງານ​ວ່າ, ປີ​ນີ້​ນະ​ໂຍບາຍ​ເສດຖະກິດ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ຖື​ການພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ເປັນ​ວຽກ​ງານ​ສຳຄັນ​ທີ່​ສຸດ, ຈະ​ເລັ່ງ​ລັດ​ການ​ປັບປຸງ​ໂຄງ​ປະກອບ​ເສດ​ຖະກິດ, ນັກ​ລົງທຶນ​ສາ​ມາດ​ຕິດຕາມ​ວຽກ​ງານ​ດ້ານ​ກະສິ​ກຳ, ພະລັງ​ງານ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ການ​ບໍລິ​ໂພ​ກ​ແລະ​ຂະ​ແໜງ​ການ​ຍຸດ​ທະ​ສາດ​ທີ່​ຈະ​ເລີ​ນ​ໃໝ່.

ວັນ​ທີ6ມີນາ​ນີ້, ໜັງສື​ພິມ​ຈົ່ງ​ກົວ​ສື​ປ້າວ​ລາຍ​ງານ​ວ່າ, ​ໃນ​ບົດ​ລາຍງານ​ວຽກ​ງານ​ຂອງລັດ​ຖະບານ​ທີ່​ປະກາດ​ໂດຍ​ທ່ານ​ເວິ່ນ​ເຈ່ຍ​ປາວ, ​ໄດ້​ເປີດ​ເຜີຍ​ນະ​ໂຍບາຍ​​ຕໍ່ໄຕ້​ຫວັນ​ໃນ​ປີ​ນີ້, ຈະ​ຊຸກ​ຍູ້​ໃຫ້ການ​ເຈລະ​ຈາ​ກ່ຽວ​ກັບ​ສັນຍາ​ຂອບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສອງ​ຝັ່ງ​ຊ່ອງ​ແຄບ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່, ​ເປີດ​ກວ້າງ​ການ​ແລກ​ປ່ຽນ​ບົນ​ພື້ນຖານ"ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​​ໃນ​ປີ1992", ​ແລະ​ຊຸກ​ຍູ້​ສັນ​ຕິພາບ.