ສະ​ພາ​ປະຊາ​ຊາຊົນ​ແຫ່ງ​ຊາດ​ຈີນ​ພິຈາ​ລະນາ​ຮ່າງ​ຍັດຕິ​ດັດ​ແກ້​ກົດໝາຍ​ອາຍາ​ເນັ້ນ​ໜັກ​ການເຄົາ​ລົບ​ແລະ​ປົກ​ປ້ອງ​ສິດທິ​ມະ​ນຸດ

(GMT+08:00) 2012-03-08 17:08:50     cri
ວັນ​ທີ8ມີນາ​ນີ້, ກອງ​ປະຊຸມ​ຄັ້ງ​ທີ5ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ2, ຮັບ​ຟັງ​ແລະ​ພິຈາລະ​ນາ​ຮ່າງ​ຍັດຕິ​ດັດ​ແກ້​ກົດໝາຍ​ຟ້ອງ​ຮ້ອງທາງ​ອາຍາ. ຮ່າງ​ຍັດຕິ​ດັ່ງ​ກ່າວ​ໄດ້​ຈັດ​ເອົາ"ການ​ເຄົາລົບ​ແລະ​ປົກ​ປ້ອງ​ສິດທິ​ມະນຸດ"​ເຂົ້າ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ຟ້ອງ​ຮ້ອງ​ທາງ​ອາຍາ", ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຫຼັກການ​ອັນ​ສຳ​ຄັນ​ໃນ​ລັດ​ຖະ​ທຳ​ມະ​ນູນ, ຄື​ການເຄົາລົບ​ແລະ​ປົກ​ປ້ອງ​ສິດທິ​ມະນຸດ.

ມື້​ດຽວ​ກັນ, ​ໃນ​ເວລາ​ອະທິ​ບາຍ​ຮ່າງ​ຍັດຕິ​ດັ່ງ​ກ່າວ, ທ່ານ​ຫວາງ​ຈ້າວ​ກົວ, ຮອງ​ປະ​ທານ​ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ໂດຍ​ພິຈາລະ​ນາເຖິງ​ລະບຽບ​ການ ຟ້ອງ​ຮ້ອງ​ທາງ​ອາ​ຍາ​ພົວພັນ​ເຖິງ​ສິດທິ​ພື້ນຖານ​ຂອງ​ພົນ​ລະ​ເມືອງ, ​ເຊັ່ນ, ສິດ​ເສລີ​ພາບ​ທາງ​ຮ່າງ​ກາຍ, ຈຶ່ງ​ໄດ້ຈັດ​ເອົາ"ການ​ເຄົາລົບ​ແລະ​ປົກ​ປ້ອງ​ສິດທິ​ມະນຸດ"​ເຂົ້າ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ຟ້ອງ​ຮ້ອງ​ທາງ​ອາຍາທີ່ມີ​ຜົນ​ດີ​ຕໍ່​ການ​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເປັນ​ສັງຄົມ​ນິຍມ​ຂອງ​ລະບົບ​ຕຸລາການ​ຂອງ​ຈີນ​ຫຼາຍ​ກວ່າ​ເກົ່າ, ທັງ​ມີ​ຜົນ​ດີ​ຕໍ່​ອົງການ​ຕຸລາ​ການ​ທີ່ເຄົາລົບ​ແລະ​ປະຕິ​ບັດຕາມ​ຫຼັກ​ການ​ລັດຖະ​ທຳ​ມະນູນ​ສະບັບ​ນີ້​ເປັນ​ຢ່າງ​ດີກ​ວ່າ​ເກົ່າ​ໃນ​ຂະ​ບວນການ​ຟ້ອງ​ຮ້ອງ​ທາງ​ອາດຍາ.