ນັກວິຊາການ​ໄທ​ຕີ​ລາຄາ​ສູງ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ຈີນ

(GMT+08:00) 2012-03-08 16:21:45     cri
ພາຍຫຼັງ​ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ຢູ່​ທີ່​ພິທີ​ໄຂ​ກອງ​ປະຊຸມ​ຄັ້ງ​ທີ5​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໃນ​ວັນ​ທີ5​ມີນາ​ນີ້​ແລ້ວ,ສື່​ມວນ​ຊົນ​​ແລະ​ນັກ​ວິ​ຊາການ​ປະ​ເທດ​ຕ່າງໆ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ບົດ​ລາຍ​ງານ.​ຊ່ຽວ​ຊານ​ກ່ຽວ​ກັບ​ບັນຫາ​ຈີນ​ສອງ​ທ່ານ​ຂອງ​ໄທ​ຄື​ສາ​ສະ​ດາ​ຈານອະ​ເນກ ​ເຫຼົ່າ​ທຳ​ມະ​ທັດ ຫົວໜ້າ​ສະ​ຖາ​ບັນຄຸ້ມ​ຄອງ​ບໍລິຫານຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຣັງ​ສິດ​ໄທ​ແລະ​ຮອງ​ສາ​ສະ​ດາ​ຈານ ​ພອນ​​ໄຊ ຕະກູນ​ວະຣານົນ ຫົວ​ໜ້າ​ສະ​ຖາ​ບັນ​ສັງຄົມ​ສາດ​ແລະ​ມະນຸດ​ສາດຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ​ໄທ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ສຳພາດ​ຂອງ​ນັກ​ຂ່າວ​CRI,​ທ່ານ​ທັງ​ສອງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ຈີນ.

ສາ​ສະ​ດາ​ຈານອະ​ເນກ ​ເຫຼົ່າທຳ​ມະ​ທັດ ຫົວໜ້າ​ສະ​ຖາ​ບັນຄຸ້ມ​ຄອງບໍລິຫານ​ມະຫາວິທະຍາ​ໄລຣັງສິດ​ໄທຊີ້​ອອກ​ວ່າ:"ນີ້​ແມ່ນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ທີ່​ດີ​ເດັ່ນ​ທີ່​ສຸດ,ມີ​ເນື້ອ​ໃນ​ລະອຽດ​​ແລະ​ຄົບ​ຖ້ວນ,​ເບິ່ງ​ກວ້າງ​ມອງ​ໄກ,ບໍ່​ພຽງ​ແຕ່​ໄດ້​ບັນ​ລະ​ຍາຍ​ຜົນງານ​ຂອງ​ລັດຖະບານ​ເທົ່າ​ນັ້ນ,ຍັງ​ໄດ້​ຊີ້​ໃຫ້​ເຫັນຂໍ້​ບົກ​ຜ່ອງ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ຢ່າງ​ຈິ​ງ​ໃຈ​ທີ່​ສຸດ.ພ້ອມ​ນີ້​ບົດ​ລາຍ​ງນ​ດັ່ງ​ກ່າວ​ຍັງ​ໄດ້ເນັ້ນ​ໜັກ​ການ​ແກ້​ໄຂ​ບັນຫາ​ຕົວ​ຈິງ,ສະ​ເໜີ​ບັນຫາ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ໃນ​ໄລຍະ​ຂະ​ບວນການ​ພັດທະນາ​ເສດຖະກິດ​ແລະ​​ໄດ້​ສະ​ເໜີ​ຕົວ​ເລກ​ລະອຽດ. ​ລັດຖະບານ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະຊາຊົນ​ແລະ​ສັງຄົມ​ກໍ່​ຄວນ​ເປັນ​​ເຊັ່ນ​ນີ້."

ສາ​ສະ​ດາ​ຈານອະ​ເນກ ​ເຫຼົ່າທຳ​ມະ​ທັດ ຍັງ​ກ່າວ​ຕື່ມ​ອີກວ່າ: "ບົດ​ລາຍ​ງານ​ໄດ້​ໃຫ້ຂໍ້​ມູນ​ອັນຈະ​ແຈ້ງ​ຢ່າງ​ຫຼວງ​ຫຼາຍຕໍ່ຊາວ​ໂລກ​,ຕົວຢ່າງ​ເຊັ່ນ​ຈີນ​ຈະ​ເຮັດ​ໃຫ້ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ມີ​ຄວາມ​ໝັ້ນ​ທ່ຽງ,ຍຶດໝັ້ນ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ,​​ເຮັດ​ໃຫ້​ຄວາມ​ຕ້ອງ​ພາຍ​ນອກ​ມີ​ຄວາມ​ໝັ້ນ​ທ່ຽງ,ອອກ​ແຮງ​ພັດທະນາ​ເສດຖະກິດ​ຕົວ​ຈິ​ງ,ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທີ່​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ປັດ​ໄຈ​ຕ່າງໆ​ນາໆ​ທີ່​ບໍ່​ໝັ້ນ​ທ່ຽງ​ແລະ​ບໍ່​ແນ່ນອນ​ຂອງທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ.ທັງ​ໝົດ​ເຫຼົ່າ​ນີ້​ເວົ້າ​ສຳລັບ​ຈີນ,​ໄທ​ກໍ່​ຄື​ທົ່ວ​ໂລກ​​ແລ້ວລ້ວນ​ແຕ່​ມີ​ຄວາມ​ໝາຍ​ອັນ​ຕັ້ງໜ້າ​ທີ່​ສຸດ,ສາມາດ​ຊຸກ​ຍູ້​ໃຫ້​ພາກ​ພື້ນ​ແຫ່ງ​ນີ້​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ການພັດທະນາ."

ຮອງ​ສາ​ສະ​ດາ​ຈານ ​ພອນ​​ໄຊ ຕະກູນ​ວະຣານົນ ຫົວໜ້າ​ສະ​ຖາ​ບັນ​ສັງຄົມ​ສາດ​ແລະ​ມະນຸດ​ສາດຂອງ​ມະຫາວິທະຍາ​ໄລ​ທຳ​ມະ​ສາດ​ໄທ​​ກ່າວ​ວ່າ,ບົດ​ລາຍ​ງານ​ໄດ້​ເນັ້ນ​ໜັກ​ການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ສະ​ໝ່ຳສະ​ເໝີຊຶ່ງ​ເປັນ​ສິ່ງ​ໜຶ່ງ​​ໃນ​ການ​ຊຸກ​ຍູ້​ໃຫ້​ມີໃຫ້​ກຳລັງ​ໃຈ​ຫຼາຍ.ທ່ານ​ກ່າວ​ວ່າ:"ບົດ​ລາຍ​ງານ​ບໍ່​ພຽງ​ແຕ່​ໄດ້​ເນັ້ນ​ໜັກ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ເສດຖະກິດ,ຍັງ​ເອົາ​ໃຈ​ໃສ່​ນຳ​ຄວາມ​ສະ​ໝ່ຳສະ​ເໝີ​ຂອງ​ອົງ​ປະກອບ​ເສດຖະກິດ​ແລະ​ຄວາມ​ສະ​ໝ່ຳສະ​ເໝີ​ຂອງ​ການ​​ແບ່ງປັນ​ລາຍ​ໄດ້,ຫຼຸດຜ່ອນ​ການ​ອາ​ໄສ​ແຕ່​ການ​ສົ່ງ​ອອກ​ສິນຄ້າ​ໃຫ້​ໜ້ອຍ​ລົງ,​ເປີດ​ກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ,​ໄດ້​ສ້າງ​ກົນ​ໄກ​ທີ່​ຍົກ​ສູງ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ,​ເຮັດ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ຊົ​ມ​ໃຊ້​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໂດຍ​ກົງ​ທີ່​ໄດ້​ມາ​ຈາກ​ການ​ພັດທະນາ​ທາງ​ດ້ານ​ເສດຖະກິດ."