ຈີນ​ຈະ​ປະກາດ​ໃຊ້​ລາຍ​ລະອຽດ​ການ​ປະ​ຕິ​ບັດ​ຂອງ"ການ​ພັດ​ທະ​ນາ​ທຸ​ລະ​ກິດ​ໄປ​ສູ່​ຕ່າງ​ປະ​ເທດ"​ສຳ​ລັບ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ໂດຍ​ໄວ

(GMT+08:00) 2012-03-08 13:15:46     cri
ຕາມ​ຂ່າວCRI: ວັນ​ທີ7ມີນາ​ນີ້, ທ່ານ​ຈຽງ​ຈຶງ​ເວີຍ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ລັດຖະບານ​ໄດ້​ຊຸກຍູ້​ສົ່ງ​ເສີມ​​ໃຫ້​ວິ​ສາ​ຫະກິດ​ເອກະ​ຊົນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ສາກົນ, ປັດຈຸບັນ​ນີ້​ກຳລັງ​ວາງ​ລາຍ​ລະ​ອຽດ​ໃນການ​ປະຕິບັດ"ການ​ພັດທະນາ​ທຸລະ​ກິດ​ໄປ​ສູ່​ຕ່າງປະ​ເທດ"ຂອງ​ວິ​ສາ​ຫະກິດ​ເອກະ​ຊົນ, ຈະ​ເລີ່​ມປະກາດ​ໃຊ້​ໃນ​​ໄວໆ​ນີ້.

ທ່ານ​ຈຽງ​ຈຶງ​ເວີຍ​ກ່າວ​ໃນ​ເວລາ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ທີ່​ແບ່ງ​ເປັນ​ໜ່ວຍ​​ໃນກອງ​ປະຊຸມ​ຄັ້ງ​ທີ5ຂອງ​ສະພາ​ປຶກສາ​ກາ​ນ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11ວ່າ, ລາຍ​ລະອຽດ​​ເຫຼົ່າ​ນີ້​ຈະ​ລວມທັງ​ດ້ານ​ຕ່າງໆ​ຂອງ​ການ​ພັດທະນາ​ທຸລະ​ກິດ​ໄປ​ສູ່​ຕ່າງປະ​ເທດ, ຄື: ນະ​ໂຍບາຍດ້ານ​ການ​ເງິນ​​ພາສີ, ການ​ນຳ​ໃຊ້​ເງິນຕາ​ຕ່າງປະ​ເທດ, ວິທີ​ການ​ສົມທົບ​ທຶນ, ການ​ປະກັນ​ໄພ, ອະນຸ​ສັນຍາຂອງການ​ລົງທຶນ​. ນອກ​ນີ້, ກ່ຽວ​ກັບ​ການ​ພັດທະນາທຸລະ​ກິດ​ໄປ​ສູ່​ຕ່າງປະ​ເທດ​ຂອງ​ວິ​ສາ​ຫະກິດ, ກົດໝາຍ​ລະບຽບ​ຂໍ້​ກຳ​ນົດຈຳນວນ​ໜຶ່ງ​ຂອງ​ປະ​ເທດ​ທີ່​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ຈະ​ປະຕິບັດບາດກ້າວ​ຂອງ"ການ​ພັດທະນາ​ທຸລະ​ກິດ​ໄປ​ສູ່​ຕ່າງປະ​ເທດ"​ແນວ​ໃດ​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ລາຍ​ລະອຽດ.

ທ່ານ​ຈຽງ​ຈຶ້ງ​ເວີຍ​ກ່າວ​ວ່າ, ວິ​ສາ​ຫະກິດ​ເອກະ​ຊົນ​ຂອງ​ຈີນ​ບໍ່​ວ່າ​ເບິ່ງ​ຈາກ​ທ່າ​ແຮງ​ທາງ​​ເສດຖະກິດ, ຫຼື​ວ່າ​ໄລຍະ​ການ​ພັດທະນາ​ລ້ວນ​ແຕ່​ມີ​ເງື່ອນ​ໄຂດ້ານ​ການ​ພັດທະນາ​ທຸລະ​ກິດ​ໄປ​ສູ່​ຕ່າງປະ​ເທດ.