ປີ2011​ເສດ​ຖະກິດ​ກະ​ສິກຳ​ຊົນນະ​ບົດ​ຈີນ​ມີ​ທ່ວງ​ທ່າພັດ​ທະນາ​ທີ່​ດີ​ຂຶ້ນ

(GMT+08:00) 2012-03-09 15:55:03     cri
ວັນ​ທີ9ມີນາ​ນີ້, ທ່ານຮານ​ຊາງ​ຟູ້, ລັດຖະ​ມົນຕີ​ວ່າການ​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ, ປີ2011​ລວມຍອດ​ປະລິ​ມານ​ຜົນ​ຜະ​ລິດ​ທັນ​ຍາ​ຫານ​ແລະ​ລາຍ​ຮັບ​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຊາວ​ກະສິກອນ​ຈີນ​ໄດ້​ເພີ່ມ​ຂຶ້ນ​8ປີ​ລຽນຕິດ, ​ເສດ​ຖະກິດ ກະສິກຳ​ຊົນນະ​ບົດ​ມີ​ທ່າ​ອ່ຽງພັດ​ທະນາ​ທີ່​ດີ.

ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ກອງ​ປະຊຸມ​ຄັ້ງທີ5​ຂອງສະ​ພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11, ທ່ານ​ຮານ​ຊາງ​ຟູ້ກ່າວ​ວ່າ, ປີ2011, ຍອດ​ຜົນ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ​ໄດ້​ບັນລຸ​ເຖິງ571​ລ້ານ​ກວ່າ​ໂຕນ, ​ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ເພີ່ມ​ຂຶ້ນ​8ປີ​ລຽນ​ຕິດ​ໃນ​ເຄິ່ງ​ສັດ​ຕະວັດ​ມາ​ນີ້. ລາຍ​ຮັບ​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຊາວ​ກະສິ​ກອນທົ່ວ​ປະ​ເທດ​ຈີນ​ມີ​ເຖິງ​6977​ຢວນ, ເຊິ່ງ​ໄດ້​ຮັກສາ​ຈັງ​ຫວະ​ເພີ່ມ​ຂຶ້ນ​ໄວ​ສົມຄວນ8ປີ​ລຽນຕິດ.

ທ່ານ​ຮານ​ຊາງ​ຟູ້ກ່າວ​ຕື່ມ​ອີກ​ວ່າ, ປີ2012ຈີນ​ຈະ​ຖື​ການ​ພັດ​ທະນາ​ດ້ານການ​ຜະລິດ​ທັນ​ຍາ​ຫານ​ຢ່າງ​ໝັ້ນ​ທ່ຽງ​ເປັນ​ວຽກ​ງານ​ສຳຄັນ, ​ເລັ່ງລັດ​ຄວາມ​ກ້າວ​ໜ້າ​ຂອງ​ເຕັກນິກ​ວິທະ​ຍາສາດ​ກະ​ສິກຳ, ຊຸກ​ຍູ້​ການ​ສ້າງ​ກະສິກຳ​ທັນ​ສະ​ໄໝ​ຢ່າງຮອບ​ດ້ານ, ​ໃຊ້​ທຸກ​ວິທີ​ເພື່ອ​ເຮັດ​ໃຫ້​ຜົນ​ຜະລິດ​ທັນ​ຍາ​ຫານ​ຮັກສາ​ຢູ່ໃນ​ລະດັບ​ຫຼາຍ​ກວ່າ525​ລ້ານ​ໂຕນ, ຈັງຫວະ​ການ​ເພີ່ມ​ຂຶ້ນ​ດ້ານ​ລາຍ​ຮັບ​ກະສິ​ກຳ​ໃຫ້ຮັກສາ​ຢູ່ໃນ​ລະດັບ​ສູງ​ກວ່າ7,5%.