ທ່ານ​ອູ​ປາງ​ກົວ​ກ່າວ​ເນັ້ນ​ວ່າຕ້ອງເພີ່​ມທະວີ​ແລະ​ປັບປຸງ​ວຽກ​ງານ​ນິຕິ​ບັນ​ຍັດ​ໃຫ້​ດີ​ຂຶ້ນ

(GMT+08:00) 2012-03-09 17:08:32     cri
ວັນ​ທີ9ມີນາ​ນີ້, ​ໃນ​ເວລາ​ປະກາດ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​​ໃນ​ກອງ​ປະ​ຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ອູ​ປາງ​ກົວ, ປະທານ​ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ປີ​ນີ້​ຈະ​ເພີ່ມ​ທະວີ​ແລະ​ປັບປຸງ​ວຽກ​ງານ​ນິຕິ​ບັນຍັດ​ໃຫ້​ດີ​ຂຶ້ນ, ປັບປຸງ​ລະບົບ​ກົດໝາ​ຍສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ເພື່ອ​ໃຫ້ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ໃນ​ການ​ພັດ​ທະນາ​ເສດຖະກິດ​ແລະ​ສັງຄົມ, ຈັດ​ວາງ​ໂຄງຮ່າງ​ສ້າງ​ກົດ​ໝາຍ​ດ້ານ​ນິຕິ​ບັນຍັດ​ໃຫ້​ດີ, ຍົກ​ຄຸນ​ນະ​ພາບ​ສ້າງ​ກົດໝາຍ​ໃຫ້​ດີ​ຂຶ້ນ.

ທ່ານ​ອູ​ປາງກົວ​ກ່າວ​ເນັ້ນ​ວ່າ, ​ໃນວຽກ​ງານ​ລະອຽດ, ຄວນ​ອອກ​ແຮງ​ຊຸກ​ຍູ້​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ບັນຫາ​ສຳຄັນ​ໃນ​ອົງ​ການ​ນິຕິ​ບັນຍັດ​ຢ່າງ​ຈິງ​ຈັງ, ​ເຮັດ​ໃຫ້​ກົດໝາຍ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການຕົວ​ຈິງ​ໃນ​ການ​ພັດທະ​ນາ​ເສດ​ຖະກິດ​ສັງຄົມ, ຕອບ​ສະໜອງ​ຄວາມ​ປາຖະໜາ​ອັນ​ຮີບດ່ວນ​ຂອງ​ປະຊາຊົນ, ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ​ໃນ​ການຈັດ​ເອົາ​ການ​ປັບປຸງ​ກົດໝາຍ​ກັບ​ການ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​​ເປັນ​ຢ່າງ​ດີ, ​ເອົາ​ໃຈ​ໃສ່​ລົງ​ສູ່​ຄວາມ​ເປັນ​ຈິງ, ​ແລະ​ລົງ​ສຳ​ຫຼວດຄົ້ນຄວ້າ​ຮາກ​ຖານ​ຫຼາຍ​ກວ່າ​ເກົ່າ, ຮັບ​ຟັງ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ​ໂດຍ​ກົງ, ສ່ອງ​ແສງ​ແລະ​ພິຈາ​ລະນາ​ເຖິງ​ຜົນ​ປະ​ໂຫຍດ ດ້ານ​ຕ່າງໆ​ຢ່າງ​ຖືກຕ້ອງ, ​ເອົາ​ໃຈ​ໃສ່​ນຳ​ຜົນ​ປະ​ໂຫຍດດ້ານ​ຕ່າງໆ, ​ເຮັດ​ໃຫ້ຂະ​ບວນ​ການ​ທີ່​ເຂົ້າ​ຮ່ວມ​ວຽກ​ງານ​ນິຕິ​ບັນຍັດ​ກາຍ​ເປັນ​ຂະ​ບວນການ​ທີ່​ເຕົ້າ​ໂຮມ​ສະຕິ​ປັນຍາ​ຂອງ​ປະຊາຊົນ​ແລະ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ຂອງ​ສັງ​ຄົມ​ຢ່າງ​ກວ້າງ​ຂວາງ.

ໃນ1ປີ​ຜ່ານມາ, ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພິຈາ​ລະນາ​ກົດໝາຍ​24ສະບັບ, ​ອະ​ທິບາຍ​ກົດໝາຍ​ແລະ​ບັນຫາ​ທີ່​ກ່ຽວ​ຂ້ອງກັບ​ກົດ​ໝາຍ​.