ກົດໝາຍອາຍາ​ສະບັບ​ດັດ​ແກ້​ເນັ້ນ​ໜັກການເຄົາລົບ​ແລະປົກ​ປ້ອງ​ສິດທິມະນຸດ

(GMT+08:00) 2012-03-09 15:35:59     cri
ວັນ​ທີ8​ມີນາ​ນີ້, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ທີ່​ພວມ​ດໍາ​ເນີນ​ໄປຢູ່​ນະຄອນຫຼວງປັກ​ກິ່ງ​ໄດ້​​ເລີ່​ມລົງມື​ດັດ​ແກ້​ກົດໝາຍ​ຟ້ອງ​ຮ້ອງ​ທາງ​ອາຍາ. ການ​ດັດ​ແກ້​ກົດໝາຍ​ເທື່ອ​ນີ້, ນອກຈາກ​ລົງ​ໂທດຕໍ່ນັກ​ໂທດ​ແລ້ວ, ຈະ​ເພີ່ມ​ທະວີ​ການ​ປົກປ້ອງສິດທິຜົນ​ປະ​ໂຫຍ​ດອັນ​ຊອບ​ກົດໝາຍ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ. ຄຳທີ່​ໃນ​ກົດໝາຍ​ຟ້ອງ​ຮ້ອງ​ທາງອາ​ຍາ ​ເຊັ່ນ "​ການ​ເວົ້າຄວາມ​ຈິງ​​ແລະ​ຍອມຮັບ​ຄວາມຜິດຂອງ​ຕົນ​ຈະ​ສາມາດ​ຫຼຸດ​ຜ່ອນ​ການ​ຖືກ​ລົງ​ໂທດ, ຖ້າ​ປະຕິ​ເສດ​ບໍ່​ຍອມຮັບ​ຄວາມຜິດ​ຂອງ​ຕົນ​ຈະ​ຖືກລົງ​ໂທດ​ໜັກ​ກວ່າ​ເກົ່າ." ​ເຫຼົ່າ​ນີ້​ເປັນ​ຕົ້ນ​ອາດ​ຈະຖືກ​ຕັດ​ອອກ​ເປັນ​ກ້າວໆ.

ປີ1996, ເປັນ​ເທື່ອ​ທຳ​ອິດທີ່ຈີນ​ໄດ້​ດັດ​ແກ້​ກົດໝາຍ​ຟ້ອງ​ຮ້ອງ​ທາງອາຍາທີ່​ວາງອອກ​​ໃນ​ທ້າຍ​ຊຸມ​ປີ70​ສະຕະ​ວັດ​ທີ20​ຢ່າງ​ຫຼວງ​ຫຼາຍ​, ​ໂດຍ​ໄດ້​ຕັ້ງ​ຫຼັກການທີ່ "ບໍ່​ໃຫ້​ລົງ​ໂທດ​ຜູ້​ຖືກ​ສົງ​ໄສກະທຳ​ຜິດ​ກ່ອນ​ມີຫຼັກ​ຖານ​ພຽງພໍ"​ແລະ "​ໃນ​ສະພາບ​ທີ່​ບໍ່​ມີ​ຫຼັກ​ຖານ​ຢັ້ງຢືນ​ຜູ້​ຖືກ​ສົງ​ໄສ​ກະທຳ​ຜິດ​ຢ່າງ​ຖົບ​ຖ້ວນ, ຖື​ວ່າ​ຜູ້​ຖືກ​ສົງ​ໄສ​ບໍ່​ມີ​ໂທດ". ​ແຕ່​ວ່າ​ໃນ​ສະພາບຕົວ​ຈິງ​ແລ້ວ, ມີຫຼາຍຄະດີ​ທີ່​ກົງກັນຂ້າມ​ກັບ​ຫຼັກການ​ດັ່ງ​ກ່າວຖືກ​ຕັດສິນທີ່​ຜິດພາດ​​. ​ເວລາ​ຜ່ານ​ໄປ16​ປີ​ແລ້ວ, ຈະ​ປັບປຸງ​ກົດໝາຍຟ້ອງ​ຮ້ອງ​ທາງ​ອາຍາ​ທີ່​ພົວພັນ​ເຖິງ​ສິດທິຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​​ໃຫ້​ດີ​ຂຶ້ນ​ແນວ​ໃດ, ທ່ານ​ຫວາງ​ຈ້າວ​ກົວ, ຮອງ​ປະທານ​ຄະນະປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເວົ້າ​ເຖິງ​ຫຼັກການ​ແລະ​​ເນື້ອ​ໃນຈິດ​ໃຈ​ຂອງ​ການ​ດັດ​ແກ້​ກົດໝາຍ​ອາຍາ​ເທື່ອ​ນີ້. ທ່ານ​ກ່າວ​ວ່າ:

"ຍຶດໝັ້ນ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ການ​ລົງ​​ໂທດ​ຕໍ່ນັກ​ໂທດ​ແລະ​ປົກ​ປ້ອງ​ສິດທິ​ມະນຸດ​​ເປັນ​ຢ່າງ​ດີ. ການ​​ດັດ​ແກ້​ແລະ​ປັບປຸງ​ກົດໝາຍ​ຟ້ອງ​ຮ້ອງ​ທາງອາຍາ​ຕ້ອງ​ມີ​ຜົນ​ດີ​ຕໍ່​ການ​ສືບສວນ​ຄະດີ​ຢ່າງ​ຖື​ກຕ້ອງ​ແລະ​ທັນ​ເວລາ, ​ນຳ​ໃຊ້​ກົດໝາຍ​ຢ່າງ​ຖືກຕ້ອງ, ລົງ​​ໂທດຕໍ່ນັກ​ໂທດ, ຍັງ​ຕ້ອງ​ຮັບປະກັນ​ບໍ່ໃຫ້​ຜູ້​ບໍ່​ມີ​ບໍ່​ມີ​ຄວາມ​ຜິດຖືກ​ລົງ​ໂທດ, ​ເຄົາລົບ​ແລະ​ປົກ​ປ້ອງ​ສິດທິ​ມະນຸດ, ປົກ​ປ້ອງສິດ​ກ່າວ​ຟ້ອງ​ແລະ​ສິດທິ​ຜົນ​ປະ​ໂຫຍດທີ່​ຊອບ ກົດໝາຍ​ຂອງ​ປະຊາຊົນ".

ເບີ່​ງລວມ​ແລ້ວ, ​ໃນ​ຂະນະ​ທີ່ການ​ລົງ​ໂທດ​ຕໍ່ນັກ​ໂທດ, ຍັງ​​ເນັ້ນ​ໜັກ​ການ​ປົກ​ປ້ອງ​ສິດທິ​ຜົນ​ປະ​ໂຫຍ​ດທີ່​ຊອບ​ກົດໝາຍ​ຂອງ​ພົນ​ລະ​ເມືອງຊຶ່ງແມ່ນ​ຈຸດ​ສຳຄັນ​ຂອງ​ການ​ດັດ​ແກ້​ກົດໝາຍອາຍາ​ໃນ​​ເທື່ອ​ນີ້​, ຮ່າງ​ກົດໝາຍ​ໄດ້​ຂຽນ​ຫຼັກການໃນ​ການ"​ເຄົາລົບ​ແລະ​ປົກ​ປ້ອງ​ສິດທິ​ຜົນ​ປະ​ໂຫຍ​ດ" ທີ່​ກຳນົດ​ໄວ້​ໃນ​ລັດຖະທຳ​ມະນູນ​ເຂົ້າ​ໃນ​ຫຼັກການລວມ ຢ່າງ​ຈະ​ແຈ້ງ. ຫາງ​ສຽງ​ເຫັນ​ໂດຍ​ທົ່ວ​​ໄປ​ວ່າ, ນີ້​ຈະ​ມີ​ຜົນ​ດີ​​ຕໍ່​ອົງການ​ຕຸລາການ​​ໃນ​ການ​ເຄົາລົບ​ແລະ​ປະຕິ​ບັດ​ຕາມ​ຫຼັກການລັດຖະທຳ​ມະນູນ​ສະບັບ​ນີ້​​ໃຫ້ດີກ​ວ່າ​ເກົ່າ​ໃນຂະ​ບວນການ​ຟ້ອງ​ຮ້ອງ​ທາງ​ອາຍາ.