ສື່ມວນ​ຊົນ​ຕ່າງປະ​ເທດສົນ​ໃຈ​ຫຼາຍ​ນຳ​ຈີນ​ທີ່ເອົາ​ໃຈ​ໃສ່ປ່ຽນ​​ແປງຮູບ​ການ​ພັດທະນາ​ເສດຖະກິດ

(GMT+08:00) 2012-03-10 14:36:11     cri

ຄຽງ​ຄູ່​ກັບ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​​ໄດ້ໄຂ​ຂຶ້ນ, ລກ​ໄດ້​​ເລັງ​ສາຍຕາ​ໄປ​ສູ່ຈີນ. ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ຂອງ​ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ ​ໄດ້ປັບຄາດໝາຍ​ການ​ເຕີບ​ໂຕ​ເສດຖະກິດ​ໃຫ້​ລົງ​ເປັນ 7,5% ​ເປັນຄັ້ງ​ທຳ​ອິດ​ໃນ 8 ປີ​ມາ​ນີ້, ​ແລະ​ກ່າວ​ເນັ້ນວ່າ​ຈະ​ອອກ​ແຮງເປີດ​ກວ້າງ​ຄວາມ​ຕ້ອງການ​ດ້ານ​ບໍລິ​ໂພ​ກ, ​ເລັ່ງລັດ​ກໍ່ສ້າງ​ກົນ​ໄກ​ໄລຍະ​ຍາວ​ທີ່​ເປີດ​ກວ້າງ​ການ​ບໍລິ​ໂພ​ກ. ນີ້​ໄດ້​ເຮັດ​ໃຫ້​ບຸກຄົນ​ວົງ​ການ​ການ​​ເມືອງ ​ແລະ ການ​ຄ້າ​ຂອງ​ຕ່າງປະ​ເທດສົນ​ໃຈ​ຫຼາຍ,​ແລະລົງ​ພິມ​ບົດ​ຄວາມ​ໃນ​ຄໍ​ລຳ​ສຳຄັນ​ຂອງ​ໜັງສືພິມ​ຕ່າງປະ​ເທດ​ຕ່າງໆຢ່າງ​ວ່ອງ​ໄວ.

"ໜັງສືພິມວໍ​ຕຣີດລາຍ​ວັນ"ພິມ​ບົດ​ຄວາມ​ຂຽນ​ວ່າ, ຈີນ​ປັບປຸງ​ຕົວ​ເລກເປົ້າ​ໝາຍ​ການ​ເຕີບ​ໂຕ​ຂອງເສດຖະກິດ​ຂອງ​ປີ​ນີ້​ໃຫ້​ລົງ​ເປັນ 7,5% ໝາຍ​ຄວາມ​ວ່າ​ຈີນ​ຈະ​ບໍ່ກະຕຸ້ນ​ເສດຖະກິດ​​ໂດຍ​ຜ່ານການ​ລົງທຶນທີ່​ຖືລັດ​​ເປັນ​ການ​ຊີ້​ນຳ, ຫາກ​ແມ່ນ​ປ່ຽນ​​ແປງ​ຮູບ​ການ​ພັດທະນາ​ເສດຖະກິດ, ​ເປີດ​ກວ້າງ​ຄວາມ​ຕ້ອງການ​ຂອງພາຍ​ໃນ​ປະ​ເທດ.


ບົດ​ຄວາມ​ຂອງ​ຂ່າວສານ​ບຼູມ​ເບີກຂຽນ​ວ່າ, ຈີນ​​ໄດ້ປັບຄາດໝາຍ​ການ​ເຕີບ​ໂຕ​ຂອງ​GDPຢູ່​ໃນ​ລະດັບ 7,5% ນີ້ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໄດ້​ຈາກ​ການເອົາ​ໃຈ​ໃສ່ນຳຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ ປ່ຽນ​​ໄປ​ການ​ເອົາ​ໃຈ​ໃສ່​ນຳ​ຄຸນ​ນະພາ​ບ​ແຫ່ງການ​ພັດທະນາ​ເສດຖະກິດ ​ແລະ ການ​ຍົກ​ສູງປະສິດທິ​ພາບ.


"ວາລະສານການ​ຄ້າລາຍ​ສັບປະດາ​ອາ​ເມ​ລິ​ກາ"​ໄດ້​ລົງພິມ​ບົດ​ວິຈານ​ວ່າ, ຫຼາຍ​ປີ​ມາ​ນີ້,ຈັງຫວະ​ເຕີບ​ໂຕ​ເສດຖະກິດ​ຂອງ​ຈີນ​ສູງ​ກວ່າ 8% ​ໂດຍ​ຕະຫຼອດ​, ​ເທື່ອ​ນີ້ ປະກາດ​ໃຫ້ຈັງ​ຫວະ​ເຕີບ​ໂຕ​ເສດຖະກິດ​ປີ2012 ​ຢູ່​ໃນ​ລະດັບ 7,5%, ພາຍ​ໃຕ້​ສະພາບ​ການທີ່​ວິ​ກິດ​ການໜີ້​ສິນ​ເອີ​ລົບ​ຮ້າຍ​ແຮງ​ຕື່ມ​ອີກ, ການ​ທີ່ຈີນ​ປັບ​ຈັງ​ຫວະ​ເຕີບ​ໂຕ​ເສດຖະກິດ​ໃຫ້​ຕ່ຳລົງ​ນັ້ນ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ ຈີນ​ຈະ​ເອົາ​ໃຈ​ໃສ່ນຳ​ການປ່ຽນ​ແປງ​ຮູບ​ການຂອງ​ການ​ພັດທະນາ​ເສດ​ຖະກິດ​ຫຼາຍ​ກວ່າ​ເກົ່າ, ​ແລະ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ຄຸນ​ນະພາ​ບ ​ແລະ ປະສິດທິພາບ.


"ໜັງສືພິມ​ອານຣາມ"​ເອຢິບ ​ແລະ​ຂ່າວ​ສານ​ຕາ​ເວັນ​ອອກ​ກາງ​ເຊິ່ງ​ເປັນ​ສື່​ມວນ​ຊົນ​ສຳຄັນ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງລ້ວນ​ແຕ່​​ເອົາ​ໃຈ​ໃສ່​ນຳ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ, ​ແລະຫວັງ​ວ່າ ພາຍ​ໃຕ້​ສະພາບ​ການ​ທົ່ວ​ໄປທີ່​ສະຖານະ​ການ​ການ​ເມືອງ​ຂອງ​ອາຊີ​ຕາ​ເວັນ​ຕົກ​ແລະ​ອາ​ຟຼິກາ​ເໜືອປັ່ນ​ປ່ວນ​ຢ່າງ​ໜັກໜ່ວງ, ບາງ​ປະ​ເທດ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃໝ່​ດ້ານ​ການ​ປະຕິ​ຮູບ ​ແລະ ການ​ພັດທະນາ​ນັ້ນ, ຖອດ​ຖອນ​ບົດຮຽນ​ຂອງ​ຈີນ​ໃນ​ບັນຫາ​ການພັດທະນາ​ເສດຖະກິດ ​ແລະ ຮັກສາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເພື່ອສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ວິ​ກິດ​ການ ​ແລະ ຜ່ອນຄາຍ​​ແຮງ​ກົດ​ດັນ​ຂອງ​ປະ​ເທດຕົນ.

ໃນ​ຫຼາຍ​ມື້​ມາ​ນີ້, ຂ່າວຕ່າງໆກ່ຽວ​ກັບ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ໄດ້​ລົງ​ພິມ​ໃນ​ຄໍ​ລຳ​ສຳຄັນ​ຂອງ​ໜັງສືພິມຣັດ​ເຊຍ​ຢ່າງ​ຫຼວງ​ຫຼາຍ. ຊ່ອງຂ່າວ24​ຂອງ​ໂທລະພາບ​ຣັດ​ເຊຍ​ໄດ້​ປ່ຽນ​ຂ່າວ​​ໃໝ່ກ່ຽວ​ກັບ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​​ເລື້ອຍໆ, ຂ່າວສານ​ຕາສ ​ແລະ ຂ່າວສານ​ອິນ​ເທີ​ແຟກສ໌​ໄດ້​ເອົາ​ໃຈ​ໃສ່​ນຳ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ຂອງ​ທ່ານ​ນາຍົກ​ເວີນ​ເຈຍ​ປາວ, ​ໂດຍ​ສະ​ເພາະ​ແມ່ນ​ຫົວ​ຂໍ້​ຕ່າງໆ​ ​ເຊັ່ນ, ການ​ຄາດ​ຄະ​ເນ​ຈັງຫວະ​ການ​ເຕີບ​ໂຕຂອງ​ເສ​ດຖະກິດ, ​ໄພ​ເງິນ​ເຟີ້ ​ແລະ ການ​ພັດທະນາ​ຕະຫຼາດ​ເຮືອ​ນຢູ່​ແລະ​ທີ່​ດິນເປັນ​ຕົ້ນ.