ປະຊາຊົນ​ອາຊີ​ອາຄະ​ເນ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ຈີນ​ລົງມື​ດັດ​ແກ້​ກົດຫມາຍ​ວ່າ​ດ້ວຍ​ການ​ຟ້ອງ​ຮ້ອງ​ທາງ​ອາຍາ

(GMT+08:00) 2012-03-11 13:59:58     cri

​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ​ໄດ້​ສະ​ເຫ​ນີຮ່າງ​ຍັດຕິ​ກ່ຽວ​ກັບ​ການ​ດັດ​ແກ້​ກົດຫມາຍ​ວ່າ​ດ້ວຍ​ການ​ຟ້ອງ​ຮ້ອງ​ທາງ​ອາຍາ​ໃຫ້​ກອງ​ປະຊຸມສຳ​ຫລວດພິຈາລະນາ, ຂ່າວ​ນີ້​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃຫ້​ຄວາມ​ສົນ​ໃຈ​ຫລາຍ.

ທ່ານ​ດວງ​ມີ​​ໄຊ ​ລີ​ໄກ​ຢາ, ຮອງ​ຫົວຫນ້າ​ກົມ​ສິລະ​ປະການ​ສະ​ແດງ​ຂອງ​ກະຊວງ​ຖະ​ແຫລ​ງຂ່າວ,ວັດທະນະທຳ​ແລະ​ທ່ອງທ່ຽວ​,ນັກ​ສິນລະປິນ​ທີ່​ມີ​ຊື່​ສຽງ​ຂອງ​ປະ​ເທດ​ລາວ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ cri ວ່າ,ຈີນ​​ເລີ່​ມລົງ​ມືດັດ​ແກ້​ກົດຫມາຍ​ດັ່ງກ່າວ​ແມ່ນ​ການ​ຕົກລົງ​ທີ່​ລັດຖະບານ​ຈີນ​ທຳ​ອອກ​ໂດຍ​ອີງ​ຕາມ​ສະຖານະ​ການ​ພາຍ​ໃນ​ປະ​ເທດ​ແລະ​ການ​ພັດທະນາ​ໃນ​ອະນາຄົດ​ຂອງ​ປະ​ເທດ​ຕົນ, ​ແມ່ນ​ສອດຄ່ອງ​ກັບ​ການ​ພັດທະນາ​ຂອງຈີນ.

ທ່ານ​ຊາ​ໂຊ​ໂນ, ຜູ່​ໃຊ້​ອິນ​ເຕີ​ແນັດ​ຂອງອິນ​ໂດ​ເນ​ເຊຍ​ໄດ້​ໃຫ້​ຄຳ​ເຫັນ​ໂດຍ​ຜ່ານ​ອິນ​ເຕີ​ແນັດ​ວ່າ, ​ໃນ​ຮ່າງ​ຍັດຕິ​ກ່ຽວ​ກັບ​ການ​ດັດ​ແກ້​ກົດຫມາຍ​ວ່າ​ດ້ວຍ​ການ​ຟ້ອງ​ຮ້ອງ​ທາງ​ອາຍາ​ຂອງ​ຈີນ​ໄດ້​ເພີ່ມ​ລະບຽບ​ການ​ຮິບ​ເອົາ​ຊັບ​ສິນ​ທີ່​ໄດ້​ຮັບຢ່າງ​ຜິດ​ກົດຫມາຍ​ຂອງ​ຜູ່​​ຖືກ​ສົງ​​​ໃສ​ຕ້ອງ​​ໂທດ​ຫລື​ຜູ່​ຕ້ອງ​ຫາ​ທີ່​ໄດ້​ໂຕນ​ຫນີ​ຫລືເສຍ​ຊີວິດ,ນີ້​ມີ​ຜົນ​ດີ​ຕໍ່​ການລົງ​ໂທດການ​ກະທຳ​ຜິດ​ທີ່​ສໍ້​ລາດ​ບັງ​ຫລວງ​ຢ່າງ​ເຂັ້ມ​ງວດ.​ແລະ​ສາມາດ​ໃຫ້​ອິນ​ໂດ​ເນ​ເຊຍ​ຖອດ​ຖອນ​ເອົາ​ໄດ້, ​ເພາະວ່າ​ໃນ​ເວລາ​ດົນ​ນານ​ມາ​ນີ້, ບັນຫາ​ກິນ​ສໍ້​ລາດ​ບັງ​ຫລວງ​ທີ່ຫນັກຫນ່ວງ​ໄດ້​ກະທົບ​ເຖິງ​ການ​ພັດທະນາ​ຂອງ​ອິນ​ໂດ​ເນ​ເຊຍ​ແລະ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​​ໃຫ້​ແກ່​ປະ​ເທດ​ນີ້.