ນັກວິ​ເຄາະ​ອາຊີ​ອາຄະ​ເນ​ກ່າວ​ວ່າການ​ພັດທະ​ນາ​ເສດຖະກິດ​ຈີນ​ຢ່າງ​ໝັ້ນ​ທ່ຽງ​ເປັນ​ການ​ປະກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ກໍ່ຄື​ຂອງ​ໂລກ

(GMT+08:00) 2012-03-12 15:34:10     cri
ແຕ່​ການ​ຈັດ​ກອງ​ປະຊຸມ​ຄັ້ງ​ທີ5ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11, ທ່ານ​ເວິ່ນ​ເຈ່ຍ​ປາວ, ນາຍົກ​ລັດຖະ​ມົນຕີ​ຈີນປະ​ກາດ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະ​ບານ​ເປັນ​ຕົ້ນ​ມາ, ນັກວິ​ເຄາະ​ຂອງ​ອາຊີ​ອາຄະ​ເນ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ບົດ​ລາຍ​ງານ​ດັ່ງກ່າວ,​ແລະ​ເຫັນ​ວ່າການ​ພັດທະ​ນາ​ເສດຖະ​ກິດ​ຢ່າງ​ໝັ້ນ​ທ່ຽງ​ຂອງ​ຈີນ​ໄດ້​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ພັດ​ທະນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ.

ທ່ານ​ສີ​ຄູນ ບຸນ​ວິ​ໄລ, ຮອງ​ຫົວໜ້າ​ຫ້ອງ​ການ​ຄະນະ​ກຳມະ​ການ​ຮ່ວມ​ມື​ລາວ​ຈີນ, ​ເລຂາ​ທິການ​ສະມາຄົມ​ມິດຕະ​ພາບ​ລາວ​ຈີນ​ກ່າວ​ວ່າ, ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ທີ່ປະກາດ​ໂດຍ​ທ່ານ​ເວິ່ນ​ເຈ່ຍ​ປາວ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ງານ​ອັນ​ພົ້ນ​ເດັ່ນ​ທີ່​ລັດຖະ​ບານ​ຈີນ​ໄດ້​ຮັບພາຍ​ໃຕ້​ສະພາບ​ການ​ສາ​ກົນ​ທີ່​ເຕັມ​ໄປ​ດ້ວຍ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ. ທ່ານ​ກ່າວ​ວ່າ, ​ເທື່ອ​ນີ້​ລັດຖະ​ບານ​ຈີນ​ໄດ້ຫຼຸດ​ເປົ້າ​ໝາຍ​ແຫ່ງ​ການ​ເຕີບ​ໂຕ​ດ້ານ​ເສດຖະ​ກິດ​ລົງ​ເປັນ7,5%, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ລັດ​ຖະບານ​ຈີນ​ໄດ້​ຮັບ​ຮູ້​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ພັດທະ​ນາ​ເສດຖະ​ກິດ​ຢ່າງ​ວ່ອງ​ໄວ, ​ແລ້ວ​ຫັນ​ໄປ​ສູ່ການ​ເນັ້ນ​ໜັກທາງ​ດານ​ຄວາມ​ມີ​ສະຖຽນ​ລະ​ພາບ​ແລະ​ຄຸນ​ນະພາ​ບ.

ທ່ານ​ດຣ.​ໄຕ​ຕຳ​ກຽວຈາກ​ມະຫາ​ວິທະ​ຍາ​ໄລ​ຮ່າ​ໂນ້ຍຂອງ​ຫວຽດ​ນາມ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ຈີນ​ເລັ່ງລັດ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດຖະ​ກິດ​ແລະ​ປັບປຸງ​ໂຄງ​ປະກອບ​ເສດຖະ​ກິດ, ການ​ພັດທະ​ນາ​ຂອງ​ເສດຖະ​ກິດ​ຈີນ​ຈະ​ໝັ້ນ​ທ່ຽງ​ກວ່າ​ເກົ່າ. ພາຍ​ໃຕ້​ສະພາບ​ການ​ທີ່​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ​ຍັງ​ບໍ່​ທັນ​ຫາຍ​ໄປ, ​ເສດ​ຖະກິດ​ຈີນ​ພັດ​ທະນາ​ຢ່າງ​ໝັ້ນ​ທ່ຽງ​ກວ່າ​ເກົ່າ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ຟື້ນ​ຟູ​ເສດຖະ​ກິດ​ໂລກ​ຄືນ​ໃໝ່​ໂດຍ​ໄວ.

ທ່ານ​ອູ​ລຽງ​ມິນ​ໂອ, ອັດ​ຄະ​ລັດຖະທູດ​ມຽນມາ​ປະຈຳ​ຈີນ​ກ່າວ​ວ່າ, ຈີນ​ເປັນ​ປະ​ເທດ​ທີ່​ມີ​ກຳລັງ​ວັງຊາ​ຫຼາຍ​ທີ່​ສຸດ​ໃນ​ໂລກ, ຈີນ​ໄດ້​ກຳນົດ​ເສັ້ນ​ທາງ​ການ​ພັດທະ​ນາ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ແລະ​ສອດ​ຄ່ອງ​ກັບ​ຄວາມ​ເປັນ​ຈິງ​ຂອງ​ຕົນ.