ການ​ປັບປຸງ​ອັດຕາ​ເງິນສົດ​ໃນ​ຄັງ​ສຳຮອງ​ຂອງ​ຈີນບໍ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຈະ​ປະຕິ​ບັດນະ​ໂຍບາຍເງິນຕາ​ຜ່ອນ​ຍານ​ຫຼື​ຮັດກຸມ

(GMT+08:00) 2012-03-12 16:51:08     cri
ວັນ​ທີ12​ມີນາ​ນີ້, ທ່ານ​ໂຈ່​ວສ້ຽວ​ຊ່ວນ, ຜູ້​ວ່າການ​ທະນາຄານ​ສູນ​ກາງຈີນ​ກໍ່​ຄື​ທະນາຄານ​ປະຊາຊົນ​ຈີນ​ກ່າວ​ວ່າ, ທໍາ​ມະ​ດາ​ແລ້ວ, ການ​ປັບປຸງ​ອັດຕາ​ເງິນສົດ​ໃນ​ຄັງ​ສໍາຮອງ​ຕົ້ນ​ຕໍ​ແມ່ນ​ເພື່ອ​ປັບປຸງ​ສະພາບ​ເງິນ​ຄ່ອງ​ຂອງ​ຕະຫຼາດ, ​ແຕ່​ບໍ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຈະ​ປະຕິບັດ​ນະ​ໂຍບາຍເງິນຕາ​ຜ່ອນ​ຍານ​ຫຼື​ຮັດກຸມ.

ທ່ານ​ໂຈ່​ວສ້ຽວ​ຊ່ວນ​​ໄດ້ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມ​ເທື່ອ​ທີ5​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ທີ່​ຈັດ​ຂຶ້ນ​​ໃນວັນ​ທີ12​ມີນາ​ນີ້. ທ່ານ​ກ່າວ​ວ່າ, ຖ້າວ່າ​ຫຼຸດ​ອັດຕາ​ເງິນສົດ​ໃນ​ຄັງ​ສໍາຮອງ​​ໃຫ້ໜ້ອຍ​ລົງ​ແລະ​ປ່ອຍ​ເງິນທຶນ​ອອກ​ມາ, ​ເງິນ​ທຶນ​ເຫຼົ່າ​ນີ້​ຈະ​ໃຊ້​ເຂົ້າ​​ໃນ​ຫຼາຍ​ດ້ານ​ຂອງ​​ເສດຖະກິດ​ແຫ່ງ​ຊາດ​ຢ່າງ​ກວ້າງຂວາງ, ຈະ​ປັບປຸງ​ອັດຕາ​ເງິນສົດ​ໃນ​ຄັງ​ສຳຮອງ​ຫຼື​ບໍ່, ຕ້ອງ​ອີງ​ຕາມ​ສະພາບ​ເງິນ​ຄ່ອງ​ຂອງ​ຕະຫຼາດ​, ສ່ວນສະພາບ​ເງິນ​ຄ່ອງ​ແມ່ນ​ພົວພັນ​ເຖິງ​ຄວາມ​ດຸນດ່ຽງຂອງ​ລາຍ​ຮັບ​ລາຍ​ຈ່າຍ​ສາກົນ.