ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຮັບ​ຟັງ​ແລະ​ພິຈາລະນາ​ບົດ​ລາ​ຍງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ແລະອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ

(GMT+08:00) 2012-03-12 19:00:50     cri

ຕອນ​ບ່າຍ​ວັນ​ທີ11​ມີນາ​ນີ້, ກອງ​ປະຊຸມ​ເທື່ອ​ທີ5​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸ​ດທີ11​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ4​ຢູ່​ຫໍ​ສະພາ​ປະຊາຊົນແຫ່ງ​ຊາດ, ​ໂດຍ​ໄດ້​ຮັບ​ຟັງ​ແລະ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ແລະ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ອົງການ​ໄອ​ຍະ​ກາ​ນປະຊາຊົນ​ສູງ​ສຸດ.

ທ່ານ​ຫວາງ​​ເຊີ້ງ​ຈິ້ນ, ປະທານ​ສານ​ປະຊາຊົນ​ສູງ​ສຸດ​ໄດ້ສະຫຼຸບວຽກ​ງານ​ຂອງ​ປີ​ກາຍ​ແລະ​ແຜນການ​ໃນ​ປີ2012​ນີ້, ທ່ານ​ຫວາງ​ເຊີ້ງ​ຈິ້ນກ່າວ​ວ່າ, ​ໃນ​ປີ2012​ນີ້ຈະ​ພະຍາຍາມ​ປະຕິບັດ​ພາລະ​ບົດບາດ​ການ​ໄຕ່​ສ່ວນ, ​ເພື່ອ​ຕອບສະ​ໜອງ​ດ້ານ​ຕຸລາການ​​ໃຫ້​ມີ​ຄວາມ​ຮັບປະກັນ​ທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ​ໃຫ້​ແກ່​ການ​ພັດທະ​ນາ​ເສດ ຖະກິດ​ສັງຄົມ; ​ລົງ​ເລິກ​ການ​ປະຕິ​ຮູບດ້ານ​ຕຸລາການ, ພະຍາຍາມ​ເຮັດ​ໃຫ້​ຜົນສຳ​ເລັດ​ແຫ່ງ​ການ​ປະຕິ​ຮູບ​ນຳ​ເອົາ​​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ; ອອກ​ແຮງ​ເພີ່ມ​ທະວີ​ການ​ພັດທະນາຖັນ​ແຖວບຸກຄະລາ​ກອນ, ຍົກ​ຄຸນສົມບັດ​ລວມຂອງຖັນ​ແຖວພະນັກ​ງານສານ​ສູງສຸດ​​ໃຫ້ສູງ​ຂຶ້ນຕື່ມ​ອີກ; ອອກ​ແຮງ​ປັບປຸງ​ກົນ​ໄກ​ການ​ຮັບ​ເອົາ​ການ​ຕິດຕາມ​ກວດ​ຕາ, ຊຸກຍູ້ຄວາມ​ຍຸດຕິ​ທຳ​ດ້ານ​ຕຸລາການ.

ທ່ານ​ຊາວ​ຈ້ຽນໝີ​ງ, ອະທິ​ໄອ​ຍະ​ການ​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ກ່າວ​ວ່າ, ປີ2012ນີ້ ອົງການ​ໄອ​ຍະ​ການຈະ​ເພີ່ມ​ທະວີ​ການ​ສືບສວນ​ແລະ​ປ້ອງ​ກັນການ​ກະທຳ​ຜິດ​ດ້ານ​ຖານະ​ຕຳ​ແໜ່​ງ; ​ເພີ່ມ​ທະວີ​ແລະ​ປັບປຸງ​ການ​ຕິດຕາ​ມກວດ​ກາ​ຕໍ່​ການ​ຟ້ອງ​ຮ້ອງ​ຕື່ມ​ອີກ; ​ເພີ່ມ​ທະວີ​ການ​ພັດທະນາ​ຖັນ​ແຖວ​ພະນັກງານ ອົງການ​ໄອ​ຍະ​ການ​ແລະ​ການພັດທະນາ​ພື້ນຖານຂັ້ນ​ຮາກ​ຖານ​ຢ່າງຮອບດ້ານ; ຮັບ​ເອົາການ​ຕິດຕາມ​ກວດກາ​ຈາກ​ສະພາ​ປະຊາຊົນ, ການ​ຕິດຕາມ​ກວດກາ​ປະຊາ ທິປະ​ໄຕ​ແລະ​ການ​ຕິດຕາມ​ກວດກາ​ຈາກ​ສັງຄົມດ້ວຍ​ຄວາມ​ຕັ້ງໜ້າ​ຫຼາຍ​ກວ່າ​ເກົ່າ.