ກອງ​ປະ​ຊຸມ​ຄັ້ງ​ທີ​5​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ​11​ອັດ​ປະ​ຊຸມ

(GMT+08:00) 2012-03-13 12:47:32     cri

ຕາມ​CRIລາຍ​ງານວ່າ: ກອງ​ປະຊຸມຄັ້ງ​ທີ5​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໄດ້​ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ13​ມີນາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ.​ໃນ​ພິທີ​ອັດ​ກອງ​ປະຊຸມ​ມີທ່ານ​ຫູ​ຈິນທາວ,ທ່ານ​ອູ​ປາງ​ໂກວ,ທ່ານ​ເວິ່ນ​ເຈ່ຍ​ປາວ,ທ່ານ​ເຈຍ​ຊິ້ງຫຼິນ,ທ່ານຫຼີສາງ​ຊຸນ,ທ່ານ​ສີ​ຈິ້ນ​ຜິ​ງ,ທ່ານ​ຫຼີ​ເຄີ້ສຽງ,ທ່ານ​ເຮີ້​ກົວ​ສຽງ​,ທ່ານ​​ໂຈ່​ວຢົງ​ຄ່າງ​ແລະ​ຜູ່​ນຳ​ພັກ​-​ລັດ​ທ່ານ​ອື່ນໆ​​ໄດ້​ເຂົ້າ​ຮ່ວມ​ພິທີ​ອັດ​ປະຊຸມ.

ທ່ານ​ເຈຍ​ຊິ້ງຫຼິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເປັນ​ປະທານ​ໃນ​ພິທີ.

ທ່ານ​ເຈຍ​ຊິ້ງຫຼິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເປັນ​ປະທານ​ໃນ​ພິທີ.ທ່ານ​ໄດ້​ກ່າວ​ຄຳ​ປາ​​ໄສ​ໃນ​ພິທີ​ໂດຍ​ຊີ້​ອອກ​ວ່າ,​ໃນ​ໄລຍະ​ດຳ​ເນີ​ນກອງປະຊຸມ,ບັນດາ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​​ໄດ້​ລົງ​ເລິກ​ປຶກສາຫາລື​ບົດ​ລາຍງານ​ວຽກ​ງານ​ຂອງ​ລັດຖະບານ,ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ​ເຊັ່ນ​ເພີ່ມ​ທະວີ​ແລະ​ປັບປຸງ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ,​ເລັ່ງ​ລັດ​ຫັນປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ຮັບ​ປະ​ກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ,​ລົງ​ເລິກ​ການ​ປະຕິ​ຮູບ​ແລະ​ເປີດປະຕູ​ສູ່​ພາຍ​ນອກ,​ເພີ່ມ​ທະ​ວີ​ການ​ກໍ່ສ້າງ​ວັດ​ທະ​ນະ​ທຳ,​ປະ​ດິດ​ສ້າງ​ໃໝ່​ໃນ​ການ​ຄຸ້ມ​ຄອງ​ສັງຄົມ​ແລະ​ຊຸກ​ຍູ້​ວຽກ​ງານ​ສະ​ພາ​ປຶກ​ສາ​ການ​ເມືອງ​ຂອງ​ປະ​ຊາ​ຊົນ​ແລະ​ອື່ນໆ.​ກຳ​ມະ​ການ​ທັງ​ຫຼາຍ​ໄດ້​ຍື່ນ​ບົດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢູ່​ທີ່​ກອງ​ປະຊຸມ833​ບົດ,ຍັດຕິ6069​ສະບັບ​ແລະ​ຄວາມ​ເຫັນຂອງ​ປະຊາຊົນ​ແລະ​ຫາງ​ສຽງ​ສັງ​ຄົມ​1341​ສະ​ບັບ,​ຊຶ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ເຕັມທີ່​ເຖິງ​ສະພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ທີ່​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ໃນ​ການ​ປິ່ນ​ອ້ອມ​ໜ້າ​ທີ່​ໃຈກາງ​ແລະຮັບ​ໃຊ້​ສະພາບ​ລວມຂອງ​ເສດຖະກິດ​ສັງ​ຄົມ,​ສ່ອງ​ແສງ​ໃຫ້​ເຫັນ​ຈິດ​ໃຈ​ແຫ່ງ​ຍຸກ​ສະ​ໄໝ​ຂອງ​ກຳ​ມະ​ການ​ສະ​ພາ​ປຶກສາ​ການ​ເມືອງ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ເພື່ອ​ປະ​ເທດ​ຊາດ​ແລະ​ປະ​ຊາຊົນ.

ທ່ານ​ເຈຍ​ຊີ້​ງຫຼິນຊີ້​ອອກ​ວ່າ,ປີ​ນີ້​ແມ່ນ​ປີ​ສຳຄັນ​ໃນ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ5​ປີຄັ້ງ​ທີ12,​ແລະ​ກໍ່​ແມ່​ນປີ​ສຸດ​ທ້າຍຂອງ​ອາຍຸ​ຕຳ​ແໜ່​ງສະພາ​ປຶກສາ​ການ​ເມືອງ​ສະ​ໄໝນີ້.ຫວັງ​ວ່າ​ກຳມະການ​ທັງຫຼາຍ​ຄົງຈະ​ປະຕິບັດ​ຕາມ​ໜ້າ​ທີ່​ຂອງ​ຕົນ​ດ້ວຍ​ຄວາມ​ສື່​ສັດ​ສຸດຈະ​ຫຼິດຫຼາຍ​ກວ່າ​ເກົ່າ,ພະຍາຍາມ​ບຸກບືນ​ປະດິດ​ສ້າງ​ຫຼາຍ​ກວ່າ​ເກົ່າ,ປະກອບສ່ວນຢ່າງຕັ້ງໜ້າ​​ເພື່ອປະ​ເທດແລະ​ປະຊາຊົນ,ພ້ອມ​ທັງ​ສ້າງ​ປະສົບ​ການ​ອັນ​ລ້ຳ​ຄ່າ​ເພື່ອ​ເປັນຄວາມ​ຊົງ​ຈຳ​ທີ່​ດີງາມ​​ໃນ​ຊີວິດຂອງ​ຕົນ.

ພິທີ​ເລີ່​ມຕົ້ນ​ດ້ວຍ​ການ​ລົງ​ຄະ​ແນນ​ສຽງ​ຂອງກຳມະການ​ສະພາ​ປຶກສາ​ການ​ເມືອງ2121ຄົນ​​ເພື່ອ​ຜ່ານ​ຮັບຮອງ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ,ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ສຳ​ຫຼວດ​ກວດ​ກາ​ຍັດ​ຕິ​ຂໍ້​ສະ​ເໜີ​ແລະ​ມະຕິ​ການ​ເມືອງ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້.