ກອງ​ປະ​ຊຸມ​ຄັ້ງ​ທີ​5​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໄດ້​ອັດ​ລົງ​ຢູ່​ທີ່​ປັກ​ກິ່ງ

(GMT+08:00) 2012-03-14 15:33:04     cri

ຕາມ​CRIລາຍ​ງານວ່າ: ກອງ​ປະຊຸມຄັ້ງ​ທີ5​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໄດ້​ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ13​ມີນາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.​ໃນ​ພິທີ​ປິດ​ປະຊຸມ​ຄັ້ງ​ນີ້ມີທ່ານ​ຫູ​ຈິນທາວ,ທ່ານ​ອູ​ປາງ​ໂກວ,​ທ່ານ​ເວິ່ນ​ເຈ່ຍ​ປາວ,​ທ່ານ​ເຈຍ​ຊິ້ງ​ຫຼິນ,​ທ່ານ​ຫຼີ​ສາງ​ຊຸ່ນ,​ທ່ານ​ສີ​ຈິ້ນ​ຜິ​ງ,​ທ່ານ​ຫຼີ​ເຄີ້​ສຽງ,​ທ່ານ​ເຮີ້​ກົວ​ສຽງ​,ທ່ານ​​ໂຈ່​ວຢົງ​ຄ່າງ​ແລະ​ຜູ່​ນຳ​ພັກ​-​ລັດ​ທ່ານ​ອື່ນໆ​​ໄດ້​ເຂົ້າ​ຮ່ວມ​.

ທ່ານ​ອູ​ປ່າງ​ໂກວ ປະທານ​ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິທີອັດ​ກອງປະຊຸມ

ທ່ານ​ອູ​ປ່າງ​ໂກວ ປະທານ​ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິທີອັດ​ກອງປະຊຸມ​​ໂດຍ​ຊີ້​ອອກ​ວ່າ,ຍັງ​ອີກ​ປີ​ໜຶ່ງ​ກໍ່​ຈະ​ໝົດ​ອາຍຸ​ຕຳ​ແໜ່​ງຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ສະ​ໄໝ​ນີ້​ແລ້ວ.​ໃນ4​ປີຜ່ານມາ,ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ພ້ອມ​ດ້ວຍ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະພາ​ໄດ້​ປະຕິບັດ​ໜ້າ​ທີ່​ຕຳ​ແໜ່​ງຕາມ​ກົດໝາຍ,ປະຕິບັດງານ​ຢ່າງ​ຕັ້ງໜ້າ,​ເຮັດ​ໃຫ້​ກາຍ​ເປັນ​ລະບົບ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ແລະ​​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ,​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ແລະ​ແຜນ​ການ​ອັນ​ສຳ​ຄັນ​ຂອງ​ສູນ​ກາງ,​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ສັງ​ຄົມ​ທີ່​ກິນ​ອິ່ມ​ນຸ່ງ​ອຸ່ນ​​ແລະ​ຍັງ​ມີ​ສ່ວນ​ເຫຼືອ​ຢ່າງ​ຮອບ​ດ້ານ​ແລະ​ເລັ່ງ​ລັດ​ຊຸກ​ຍູ້​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ.ທ່ານ​ອູ​ປ່າ​ງ​ໂກວ​ກ່າວ​ເນັ້ນ​ວ່າ,​ຕ້ອງ​ເອົາ​ໃຈ​ໃສ່​ສະ​ຫຼຸບ​ບົດ​ຮຽນ​ແລະ​ວິ​ທີ​ທີ່​ດີ​ໃນ4​ປີ​ຜ່ານ​ມາ,​ສ້າງ​ສະ​ພາບ​ໃໝ່​ແຫ່ງ​ການ​ປະ​ຕິ​ບັດ​ງານ​ຂອງ​ສະພາ​ປະຊາຊົນ​ຢ່າງ​ຕໍ່​ເນື່ອງ,​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຂອງ​ອົງ​ການ​ອຳນາດ​ສູງ​ສຸດ​ຂອງ​ປະ​ເທດ​ໃຫ້​ດີກວ່າ​ເກົ່າ.