ນາຍົກ​ຈີນ​ກ່າວ​ວ່າ​ຈີນ​ຈະ​ດຳ​ເນີນ​ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ການ​ເມືອງ

(GMT+08:00) 2012-03-14 15:48:46     cri
ວັນ​ທີ14​ມີນາ​ນີ້​ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ,ຈີນ​ບໍ່ພຽງ​ແຕ່​ຈະ​ດຳ​ເນີນ​ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ເທົ່າ​ນັ້ນ,​ຍັງ​ຈະ​ດຳ​​ເນີນ​ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ການ​ເມືອງ​ນຳ​ອີກ,​ໂດຍ​ສະ​ເພາະ​ແມ່ນການ​ປະຕິ​ຮູບ​ລະບົບ​ຜູ່​ນຳ​ຂອງ​ພັກ-ລັດ​.

ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ເສດຖະກິດ,ຈີນ​ໄດ້​ປະກົດ​ມີ​ບັນຫາ​ຕ່າງໆ​ເຊັ່ນ​ລາຍ​ຮັບ​ຂອງ​ປະຊາຊົນ​ຫຼຸດ​ໂຕນ​ກັນ,ຂາດ​ຄວາມ​ໜ້າ​ເຊື່ອ​ຖື,ສໍ້​ລາດ​ບັງ​ຫຼວງ​ແລະ​ອື່ນໆ.ຖ້າ​ຢາກ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້,ບໍ່​ພຽງ​ແຕ່​ຕ້ອງ​ດຳ​ເນີນ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​​ເທົ່າ​ນັ້ນ,ຍັງ​ຄວນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ໂຄງ​ປະກອບ​ການ​ເມືອງ​ອີກ​ດ້ວຍ.​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິ​ຮູບ​ລະບົບ​ຜູ່​ນຳ​ພັກ-ລັດ.​ແຕ່​ທ່ານ​ຍັງ​ກ່າວ​ໂດຍ​ກົງ​ວ່າ,​ຈີນ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ມີ​ປະ​ຊາ​ກອນ1​ຕື້300​ລ້ານ​ຄົນ,ຍັງຕ້ອງ​ຄຳນຶງ​ເຖິງ​ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ,ຕ້ອງສ້າງ​ການ​ເມືອງ​ປະຊາທິປະ​ໄຕ​ສັງ​ຄົມ​ນິ​ຍົມ​ເທື່ອ​ລະ​ກ້າວ,ນີ້​ບໍ່​ແມ່ນ​ເລື່ອງ​ທີ່​ງ່າຍ​ດາຍ.