ນາຍົກ​ຈີນ​ເຫັນ​ວ່າ ​ເປົ້າ​ໝາຍ​ການ​ເຕີ​ບ​ໂຕ​ຂອງ​ເສດຖະກິດ​ຈີນ​​ຢູ່​ໃນ​ລະ​ດັບ7,5%​ແມ່ນ​ຢູ່​ໃນ​ລະດັບ​ທີ່​ເໝາະ​ສົມ

(GMT+08:00) 2012-03-14 18:09:59     cri
ວັນ​ທີ14​ມີນາ​ນີ້, ຢູ່​ປັກ​ກິ່ງ, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກລັດ​ຖະມົນຕີ​ຈີນ​ກ່າວ​ວ່າ, ຍອດປະລິມານ​ເສດຖະກິດ​ຂອງ​ຈີນ​ມີ​ເຖິງ47000ຕື້​ຢວນ, ຢູ່​ບົນ​ພື້ນຖານ​ນີ້, ​​ເພີ່ມ​ຂຶ້ນ7,5%​ແມ່ນ​ຢູ່​ໃນລະດັບ​ທີ່​ເໝາະ​ສົມ.

ທ່ານ​​ເວີ່ນ​ເຈຍ​ປາວ​ໄດ້ໃຫ້​ສຳພາດ​ຕໍ່​ນັກ​ຂ່າວວ່າ: ​ເທື່ອ​ນີ້ພວກ​ຂ້າພະ​ເຈົ້າຫຼຸດ​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ຈາກ8%ຂຶ້ນ​ໄປ​ຊຶ່ງດຳ​ເນີນ​ມາ​ເປັນ​ຫຼາຍ​ປີ​ນັ້ນ​ລົງ​ເປັນ7,5%, ​ເປົ້າ​ໝາຍ​ສຳຄັນ​ແມ່ນ​ຢາກ​ເຮັດ​ໃຫ້ການ​ເຕີ​ບ​ໂຕ​ຂອງ​ເສດ​ຖະກິດ​ຫັນ​ມາ​ອີງ​ໃສ່ຄວາມ​ກ້າວໜ້າ​ຂອງ​ເຕັກ​ໂນ​ໂລ​ຊີ​ແລະ​ການ​ຍົກ​ສູງ​ຄຸນນະ  ພາ​ບ​ຂອງ​ຜູ້​ອອກ​ແຮງ​ງານ​ຢ່າງ​ຕັ້ງໜ້າ, ບັນລຸ​ການ​ເຕີບ​ໂຕ​ຢ່າງ​ມີ​ຄຸນ​ນະພາ​ບ ສູງຢ່າງ​ແທ້​ຈິງ, ບັນລຸ​ການ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ​ແລະການ​ຫັນປ່ຽນ​ຮູບ​ແບບການ​ພັດທະນາ​ຢ່າງ​​ແທ້​ຈິງ, ​ເພື່ອ​ເຮັດ​ໃຫ້ການ​ພັດທະນາ​ຂອງ​ເສດຖະ ກິດ​ຈີນ​ຫຼຸດ​ພົ້ນ​ອອກ​ຈາກການ​ສິ້ນ​ເປືອງຊັບ​ພະຍາກອນ​ແລະ​ທຳລາຍ​ສິ່ງ​ແວດ​ລ້ອມ​ຫຼາຍ​ເກີນ​ໄປ​, ​ແລະ​ເດີນຕາມ​ເສັ້ນທາງ​ທີ່​ຖືກຕ້ອງ​ໃນ​ການ​ປະ​ຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ​​ນຳເອົາ​ຜົນ​ປະ​ໂຫຍ​ດ​​ໃນການ​ພັດທະນາ​ເສດຖະ​ກິດຂອງ​ຈີນ​ເຮັດໃຫ້ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດີ​ຂຶ້ນຢ່າງ​ແທ້​ຈິງ.