ທ່ານ​ເວີ່​ນ​ເຈຍ​ປາວ​ກ່າວ​ວ່າ: ຕ້ອງ​ເຮັດ​ໃຫ້​ການ​ບັນ​ລຸ​ຮັ່ງ​ມີ​ຂຶ້ນ​ຮ່ວມ​ກັນ​ຢູ່​ບົນພື້ນຖານ​ຂອງ​ລະ​ບອບ

(GMT+08:00) 2012-03-14 18:31:02     cri
ຕາມຂ່າວCRI: ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຂອງກອງ​ປະຊຸມ​ຄັ້ງ​ທີ5ຂອງ​ຄະນະ​ກຳມະການ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນຊຸ​ດທີ11​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ14ມີນາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ເວີ່ນ​ເຈຍ​ປາວ, ນາຍົກລັດຖະມົນ ຕີຈີນກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມຂອງ​ນັກ​ຂ່າວ​ກ່ຽວ​ກັບການ​ຜ່ອນ​ຄາຍ​ຄວາມ​ຜິດ​ໂຕນ​ກັນ​ດ້ານ​ການ​ແບ່ງປັນ​ລາຍ​ຮັບຕໍ່​ນັກ​ຂ່າວ​ວ່າ, ຕ້ອງ​ເອົາ​ໃຈ​ໃສ່​ການ​ປະຕິ​ຮູບ​ດ້ານ​ການ​ເງິນ​ແລະ​ລະບອບ​ການ​ແບ່ງ​ປັນລາຍ​ຮັບ, ​ເຮັດ​ໃຫ້ການ​ບັນລຸ​ຄວາມຮັ່ງມີ​ຂຶ້ນ​ຮ່ວມ​ກັນ​ບົນ​ພື້ນຖານ​ຂອງ​ລະບອບ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, "ກ່ຽວ​ກັບ​ບັນຫາ​ການ​ຜ່ອນຄາຍ​ຄວາມ​ຜິດ​ໂຕນ​ກັນ​ດ້ານ​ການ​ແບ່ງປັນລາຍ​ຮັບ, ຂ້າພະ​ເຈົ້າ​ຢາກ​ລົງມື​ໃນ4ດ້ານ​ຄື້: ຍົກ​ສູງ​ລາຍ​ຮັບ​ຂອງ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ, ຍົກ​ສູງ​ລະດັບ​ເງິນ​ເດືອນ​ຕ່ຳ​ສຸດ, ​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ ສອດຄ່ອງກັບການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແລະ​ການ​ເພີ່ມ​ຂຶ້ນ​ດ້ານ​ອັດຕາ​ການ​ຜະລິດ​ການອອກ​ແຮງ​ງານ; ປັບປຸງ​ການ​ແບ່ງປັນ​ດ້ານ​ລາຍ​ຮັບ. ຕ້ອງ​ກຳນົດ​ລາຍ​ຮັບ​ຂອງ​ຜູ້​ທີ່​ມີ​ລາຍ​ຮັບ​ສູງ, ​ໂດຍ​ສະ​ເພາະ​ແມ່ນ​ລາຍ​ຮັບຂອງ​ຜູ້​ບໍລິຫານ​ຂັ້ນ​ສູງ​ຂອງລັດ​ວິ​ສາ​ຫະກິດ​ແລະ​ວິ​ສາ​ຫະກິດ​ທະນາຄານ​ຂອງ​ລັດ, ຕ້ອງ​ເພີ່ມ​ທະວີ​ອັດຕາ​ສ່ວນຂອງ​ລາຍ​ຮັບ​ລະດັບ​ກາງ; ສ້າງ​ຕັ້ງ​ລະບົບ ປະກັນສັງຄົມ​ທີ່​ຄົບ​ຖ້ວນ;ປົກ​ປ້ອງ​ລາຍ​ຮັບທີ່​ຊອບ​ຕາມ​ກົດໝາຍ​ແລະຍົກ​ເລີກລາຍ​ຮັບ​ທີ່​ບໍ່​ຊອບ​ຕາມ​ກົດໝາຍ.​"

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, "ຂ້າພະ​ເຈົ້າ​ເຫັນ​ວ່າໃນການແບ່ງປັນລາຍຮັບ, ໂດຍສະເພາະແມ່ນຕ້ອງກໍາ​ແໜ້ນ3ດ້ານ, ຄື: ກ່ອນອື່ນ​ໝົດ, ຕ້ອງສ້າງເງື່ອນໄຂຄວາມສະເໝີພາບດ້ານການສຶກສາຮ່ຳຮຽນ, ການປະກອບອາຊີບແລະການປະກອບ​ທຸລະ​ກິດ​ແກ່​ໝົດ​ທຸກ​ຄົນ, ​ເຮັດ​ໃຫ້​ເຂົາ​ເຈົ້າ​ເລີ່​ມ​​ຈາກ​ລະດັບ​ດຽວ​ກັນ. ຖັດຈາກ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ຊີວິດ​ການ​ເປັນ​ຢູ່​ຂອງກຸມ​ຄົນ​ດ້ອຍ​ໂອກາດ. ຖ້າວ່າ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ກຸ່ມ​ຄົນ​ດ້ອຍ​ໂອກາດຂອງ​ປະ​ເທດ​ໜຶ່ງ​ສາມາດ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທັງ​ໝົດ​ພາຍ​ໃນປະ​ເທດ​ນັ້ນ​ກໍ່​ຈະ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ. ສຸດ​ທ້າຍ, ຕ້ອງ​ເອົາ​ໃຈ​ໃສ່ການ​ປະຕິ​ຮູບ​ດ້ານ​ການ​ເງິນ​ແລະ​ລະບອບ​ການ​ແບ່ງປັນ​ລາຍ​ຮັບ, ​ເຮັດ​ໃຫ້ການ​ບັນລຸຄວາມ​ຮັ່ງມີ​ຂຶ້ນ​ບົນພື້ນຖານ​ຂອງ​ລະບອບ."