ຈີນຕັ້ງໜ້າ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ຕໍ່​ຕ່າງປະ​ເທດ

(GMT+08:00) 2012-03-16 17:25:34     cri

ຈາກ​ຜົນສຳ​ເລັດ​ໃນ​ການ​ດຳ​ເນີນກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ທີ່ຫາ​ກໍ່​ສິ້ນ​ສຸດ​ລົງ, ມີ​ຄົນ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ການ​ພັດທະນາ​ຕົນ​ເອງຂອງ​ຈີນຫຼາຍ​ກວ່າ​ເກົ່າ, ຈີນ​ບໍ່​ໄດ້​ຖື​ເບົາ​ຕໍ່​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ກຳລັງ​ພັດ​ທະ ນາ​ອື່ນ​ໆ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ. ​ໃນ​ຫຼາຍ​ປີຜ່ານມາ, ບົນ​ພື້ນຖານ​ທີ່​ມີ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ, ຈີນ​ໄດ້​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຂອງການ​ຊ່ວຍ​ເຫືຼອຕໍ່​ຕ່າງປະ​ເທດ​ເທື່ອ​ລະ​ກ້າວ, ຊຸກຍູ້​ການພັ​ດທະ​ນາ​ຮ່ວມ​ກັນ​ຂອງ​ບັນດາປະ​ເທດທີ່​ກຳລັງ​ພັດທະນາ​ໃນ​​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ60ປີຜ່ານມາ​ນັບ​ແຕ່​ປີ1949​ຫາ​ປີ2009, ນັບ​ລວມ​ແລ້ວ, ມູນ​ຄ່າ​ໃນການ​ຊ່ວຍ​ເຫຼືອ​ແກ່​ຕ່າງປະ​ເທດ​ມີ​ຫຼາຍ​ກວ່າ250ຕື້​ຢວນ, ​ເຊິ່ງ​ໃນ​ນັ້ນ​, ການ​ຊ່ວຍ​ເຫຼືອ​ລ້າ​ບັນລຸ106ຕື້​2ຮ້ອຍ​ລ້ານ​ຢວນ. ​ຍ້ອນເປັນ​ປະ​ເທດ​ໜຶ່ງ​ທີ່​ມີການ​ບໍລິ​ໂພກ​ສະ​ເລ່ຍ​ຕໍ່​ຄົນ​ຕ່ຳ​ກວ່າ​1,25ໂດ​ລາ​ຂອງ​ປະ​ຊາ​ກອນ​1ຮ້ອຍ​ລ້ານ​ກວ່າ​ຄົນ, ການ​ໃຫ້ການ​ຊ່ວຍ​ເຫຼືອ​ຕໍ່​ຕ່າງປະ​ເທດ​ແມ່ນ​ການຕັດສິນ​ໃຈ​ພາຍ​ໃຕ້ ຄວາມດັນ​ດ້ານ​ການ​ພັດທະນາ​ຕົນ​ເອງ​ຢ່າງ​ຫຼວງ​ຫຼາຍ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ເຊີນເຕີ​ໝິງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ເຫດ​ຜົນ​ທີ່​ຈີນ​ກາຍ​ເປັນ​ອົງ​ກອນ​ເສດ​ຖະ​ກິດ​ໃຫຍ່​ທີ2ຂອງ​ໂລກ​ໃນ​ປະຈຸ​ບັນ​ນີ້, ​ແມ່ນ​​ບໍ່​ສາມາດ​ທີ່​ຈະ​ແຍກ​ອອກ​ຈາກການ​ຊ່ວຍ​ເຫຼືອ​ຈາກ​ປະຊາ​ຄົມ​ໂລກ​​ໄດ້. ​ຍ້ອນ​ຈີນ​​ເປັນ​ປະ​ເທດ​ທີ່ "ຮູ້​ບຸນຄຸນ​ຕອບ​ແທນ​ບຸນຄຸນ", ຈະ​ຮັບ​​ເອົາ​ແຕ່ການ​ຊ່ວຍ​ເຫຼືອ​ແຕ່​ບໍ່​ໃຫ້ການ​ຊ່ວຍ​ເຫຼືອຜູ້​ອື່ນ​ນັ້ນ​ແມ່ນ​​ເປັນ​ໄປ​ບໍ່​ໄດ້.

ການ​ຊ່ວຍ​ເຫຼືອ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ຖື​ຫຼັກ​ໝັ້ນ​ທີ່ "​ໃຫ້ການ​ຊ່ວຍ​ເຫຼືອ​ໂດຍ​ບໍ່​ມີ​ເງື່ອນ​ໄຂ"​ ມາໂດຍ​ຕະຫຼອດ, ບໍ່​ເພີ່ມ​ຕື່ມ​ເງື່ອນ​ໄຂທາງ​ການ​ເມືອງ​ໃດໆ. ຕົວຢ່າງວ່າ, ​ໄດ້ສ້າງ​ທາງ​ຫຼວງ​ແລະ​ທາງ​ລົດ​ໄຟ​ຢູ່​ທະວີບອາ​ຟຼີກກາ, ສ້າງ​ຂົວ​ຢູ່​ບັງ​ກະລາ​ເດັດ​ແລະ​ອື່ນໆ. ​ເລື່ອງ​ທັງ​ໝົດແມ່ນ​ເລີ່​ມ​ແຕ່​​ໄລຍະ​ທີ່​ປະ​ເທດ​ຈີນ​ໃໝ່​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ, ​ເຖິງ​ແມ່ນ​ວ່າ​ໃນ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ​ດ້ານ ການ​ພັດທະນາ​ຂອງ​ຈີນ​ແຕ່​ຈີນກໍ່​ບໍ່​ໄດ້​ຢຸດ​ເຊົາ.

 ທ່ານ​ເວີ້​ຍຈຽນ​ກົວ, ​ເລຂາທິການ​ສູນ​ການ​ແລກປ່ຽນ​ດ້ານ​ເສດ ຖະກິດສາກົນ​ຈີນ​ທີ່​ຮັບຜິດຊອບ​ວຽກ​ງານ​ຕໍ່​ທະວີບອາ​ຟີຼກ​ກາມາ​ເປັນ​ເວລາ20 ກວ່າ​ປີ​ໃນ​ເວລາ​ດຳ​ເນີນລົງ​ແໜ່​ງຢູ່​ກະຊວງ​ການ​ຄ້າ​ຈີນ, ​ເມື່ອ​ເວົ້າ​ເຖິງ​ການ​ຊ່ວຍ​ເຫຼືອ​ຕໍ່​ທະວີບອາ​ຟຼີກກາ​​ແລ້ວ, ທ່ານ​ເວີ້​ຍ​ຈຽນ​ກົວ​ກ່າວ​ວ່າ, ປະຊາຊົນ​ຈີນ​​ໄດ້​ນຳ​ໃຊ້​ເລືອດ​​ເນື້ອເຫື່ອ​​ແຮງເພື່ອ​ສະໜັບສະໜູນ​ການ​ພັດທະນາ​ຂອງ​ທະວີບ ອາ​ຟຼີກກາ.

"ຕົວຢ່າງວ່າ, ລວມຄວາມ​ຍາວຂອງທາງ​ລົດ​ໄຟຕານ​ອາ​ນີ​ທີ່​ພວກ​ເຮົາ​ກໍ່ສ້າງ​ແມ່ນ1​ໝື່ນ8​ພັນ​ກິ​ໂລ​ແມັດ, ຈາກ​ນະຄອນຫຼວງ​ລູຊາ​ກາ​ຂອງ​ຊຳ​ບີ​ຫາ​ນະຄອນຫຼວງ​ດາ​ເອສຊາ​ລາມ​ຂອງ​ຕານ​ຊາ​ນີ, ລວມມີ​ຂົວ75​ແຫ່ງ​, ຖ້ຳ200 ກວ່າ​ແຫ່ງ, ​ແລະປ່າ​ໄມ້​​ດຶກ​ດຳ​ບັນໃຫຍ່​ເຂດ​ໜຶ່ງ, ພວກ​ເຮົາ​ໄດ້​​ໃຊ້​ແຮງ​ງານ1​ໝື່ນ​ກວ່າ​ຄົນ, ມີ​ເກືອບ100ຄົນ​​ເສຍ​ຊີວິດ​ໃນ​ເວລາ​ທຳ​ການ​ກໍ່ສ້າງ. "

​ໃນ​ຊຸມປີ​ມໍ່ໆ​ມາ​ນີ້, ການ​ເລັ່ງລັດ​​ພັດທະນາ​​ໃນ​ການ​ປັບປຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໃນ​ປະ​ເທດ​ກຳລັງ​ພັດທະນາ​ໄດ້​ກາຍ​ເປັນ​ເປົ້າ​ໝາຍສຳຄັນ​ທຳ​ອິດ​​ໃນ​ການ​ຊ່ວຍ​ເຫຼືອ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ. ນັບ​ມາ​ຮອດ​ທ້າຍ​ປີ2009, ນັບ​ລວມ​ແລ້ວ, ຈີນ​ໄດ້​ຊ່ວຍ​ເຫຼືອ​ປະ​ເທດ​ກຳລັງ​ພັດທະນາ​ສ້າງ​ສຳ​ເລັດ​ໂຄງການ​ພື້ນຖານ​​ໂຄງ​ລ່າງ​ດ້ານ​ເສດຖະກິດ442​ແຫ່ງ, ​ໂຄງການສິ່ງ​ກໍ່ສ້າງ​ສາທາລະນະ687​ແຫ່ງ, ​ໄດ້​ສົ່ງ​ແພດ​ໝໍ2ໝື່ນ​ກວ່າ​ຄົນ​​ໄປ​ຊ່ວຍ​ເຫຼືອ70ກວ່າ​ປະ​ເທດ, ​ໄດ້ປິ່ນປົວ​ຜູ້​​ເຈັບ​ເປັນ​​ໃຫ້ຫາ​ຍດີ​ເປັນ​ປົກກະຕິ​ເປັນ​ຮ້ອຍລ້ານ​ຄົນ.

​ໃນ​ອະ​ນາ​ຄົດ, ຈີນ​ຈະ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ຕໍ່​ຕ່າງປະ​ເທດ. ​ໃນ5ປີ​ຕໍ່ໜ້າ​ນີ້, ຈີນ​ຈະ​ສ້າງ​ໂຮງຮຽນ200​ແຫ່ງ​ແກ່​ປະ​ເທດ​ກຳລັງ​ພັດທະນາ, ສົ່ງຜູ້​ຊ່ຽວຊານທາງ​ດ້ານ​ການ​ແພດ3000ຄົນ, ຊ່ວຍ​ສ້າງ​ໂຄງການ​ພະລັງງານ​ສະ​ອາດ​ແລະ​ຮັກ ສາ​ສິ່ງ​ແວດ​ລ້ອມ200​ແຫ່ງ​ແລະ​ອື່ນໆ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ລຽວ​ຈຽນ​ເຊີງ, ຫົວໜ້າ​ກົມ​ການ​ຊ່ວຍ​ເຫຼືອ​ຕໍ່​ຕ່າງປະ​ເທດ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ:

"ພວກ​ເຮົາ​ຈະ​ຍົກ​ສູງ​ອັດຕາ​ສ່ວນ​ຂອງ​ການ​ຊ່ວຍ​ເຫຼືອ​ລ້າ​ໃນ​ການ​ຊ່ວຍ​ເຫຼືອ​ຕໍ່​ຕ່າງປະ​ເທດ​ຕື່ມ​ອີກ, ​​ເພີ່ມ​ອັດຕາ​ສ່ວນ​ຂອງ​ການ​ຊ່ວຍ​ເຫຼືອ​ຕໍ່​ປະ​ເທດ​ທີ່​ມີໜິ້ສິນ​ຫຼາຍ​ແລະ​ປະ​ເທດ​ທີ່​ດ້ອຍ​ພັດທະນາ​ທີ່​ສຸດ, ຍົກ​ສູງ​ການ​ລົງທຶນ​ຕໍ່ຄວາມ​ສາມ​າດດ້ານ​ການ​ພັດທະນາ​ແລະ​ການ​ກໍ່ສ້າງ​ຂອງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ"