ປະ​ຊາຊົນ​ຟິລິບ​ປິນລົງ​ພິມ​ບົດ​ຄວາມ​ກ່າວ​ວ່າ​ເກາະ​ຮວງ​ອຽນ​ຂຶ້ນ​ກັບ​ຈີນ​ແລະ​ຕຳນິ​ລັດຖະ​ບານ​ຟິລິບ​ປິນ​ບິດ​ເບືອນ​ຄວາມ​ຈິງ

(GMT+08:00) 2012-05-04 16:58:06     cri
ຟິລິບ​ປິນ​ໄດ້​ປະ​ເຊີນ​ໜ້າ​ກັບ​ຈີນ​ຢູ່​​ເຂດ​ທະ​ເລເກາະ​ຮວງ​ອຽນ​ເປັນ​ເວລາ20ກວ່າ​ມື້​ແລ້ວ. ​ໃນ​ໄລຍະ​ນີ້, ທາງ​ຝ່າຍ​ຟິລິບ​ປິນບໍ່​ໄດ້​ເອົາ​ຫົວຊາ​ຕໍ່​ປະ​ຫວັດ​ສາດ​ແລະ​ການ​ຕໍ່​ວ່າ​ທັກ​ທ້ວງ​ຂອງ​ຝ່າຍ​ຈີນ, ​ແລະ​ໄດ້ປະ​ກາດ​ຫຼາຍ​ເທື່ອ​ວ່າ​ເກາະ​ຮວງ​ອຽນ​ຢູ່​ໃນ​ດິນ​ແດນ​ຂອງ​ຟິລິບ​ປິນ. ມີ​ໜັງສື​ພິມ​ວິ​ເຄາະ​ວ່າ, ການ​ກະ​ທຳ​ຂອງ​ຟິລິບ​ປິນຄື​ແນວ​ນີ້​ແມ່ນມີ​ຈຸດປະສົງ​ເພື່ອ​ຍາດ​ແຍ່ງ​ຊັບ​ພະ​ຍາກອນ​ຢູ່​ທະ​ເລ​ຈີນ​ໃຕ້. ​ແຕ່ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ມີ​ປະຊາ​ຊົນ​ຟິລິບ​ປິນຜູ້​ໜຶ່ງ​ໄດ້ຂຽນ​ບົດ​ຄວາມ​ລົງ​ພິມ​​ໃນ​ໜັງ​ສືພິມ​ສຳ​ຄັນ​ຂອງ​ຟິລິບ​ປິນ, ບົດ​ຄວາມ​ຊີ້​ອອກ​ວ່າ, ປະຫວັດ​ສາດ​ຢັ້ງ​ຢືນ​ວ່າ, ​ເກາະ​ຮວງ​ອຽນ​ເປັນ​ດິນ​ແດນ​ຂອງ​ຈີນມາ​ແຕ່​ບູຮານ​ນະ​ການ​.


ປະຊາ​ຊົນ​ຟິລິບ​ປິນຜູ້​ນີ້​ຊື່ວ່າ​ວິກ​ໂຕ ອາ​ຊິສ, ມາ​ຈາກ​ນະຄອນ​ຫຼວງ​ມາ​ນີລາ​ຂອງ​ຟິລິບ​ປິນ. ທ່ານ​ເຄີຍ​ເປັນ​ນັກ​ລົງ​ທຶນ, ນັກ​ທະ​ນາ​ຄານ​ການ​ຄ້າ, ນາຍ​ບັນຊີ​ທີ່​ຂຶ້ນ​ທະບຽນ, ທັງ​ເປັນ​ນັກ​ເສດ​ຖະສາດ, ທ່ານ​ວິກ​ໂຕ ອາ​ຊິ​ສ​ໄດ້​ລົງ​ພິມ​ບົດ​ຄວາມ​ໃນ​ໜັງ​ສື​ພິມ Manila Standard Today​ຂອງ​ຟິລິບ​ປິນ​ສະບັບ​ວັນ​ທີ28​ເມສາ​ແລ້ວນີ້, ​ໂດຍ​ມີ​ເນື້ອ​ໃນ​ຫຍໍ້​ວ່າ: ​ເກາະ​ຮວງ​ອຽນ​ແມ່ນ​ຂຶ້ນ​ກັບ​ຈີນ, ​ໃນ​ປີ1279, ລາ​ຊະວົງ​ຢວນ​ຂອງ​ຈີນ​ໄດ້​ຄົ້ນ​ພົບ​ເກາະ​ຮວງ​ອຽນ​ແລະ​ຈັດ​ເຂົ້າ​ໃນ​ແຜ່ນ​ດິນ​ຂອງ​ຕົນ. ຊາວ​ປະມົງ​ຂອງ​ຈີນ, ບໍ່​ວ່າ​ຈາກ​ແຜ່ນດິນ​ໃຫຍ່​ຫຼື​ໄຕ້​ຫວັນ​ຈີນ, ​ໄດ້​ນຳ​ໃຊ້​ເຂດ​ທະ​ເລ​ນີ້​ຕັ້ງ​ແຕ່​ເວລາ​ນັ້ນ​ເປັນ​ຕົ້ນ​ມາ.

ເມື່ອ​ທຽບ​ກັບ​ປະຫວັດ​ສາດ​ນີ້​ແລ້ວ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິລິບ​ປິ​ນອ້າງ​ວ່າ​ມີ​ສິດ​ອະທິປະ​ໄຕ​ເໜືອ​ດິນ​ແດນ​ຕອນ​ນີ້​ແມ່ນ​ອີງ​ຕາມ​ແຜນ​ທີ່​ເກົ່າ​ຂອງ​ຟິລິບ​ປິນທີ່​ສ້າງ​ຂຶ້ນ​ໃນ​ປີ1820​ນັ້ນ, ​ແມ່ນ​ຊ້າ​ກວ່າ​ແຜນ​ທີ່​ຂອງ​ຈີນ541ປີ.

ຄັນ​ຊັ້ນ, ​ໃນ​ປີ1946, ຟິລິບ​ປິນປະ​ກາດ​ເປັນ​ເອກະ​ລາດ​ຈາກ​ການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ອາມ​ເລິ​ກາ, ​ຜືນ​ແຜ່ນດິນ​ອັນ​ແທ້​ຈິງ​ຂອງ​ຟິລິບ​ປິນຄວນ​ເປັນ​ແນວ​ໃດ?​ເປັນ​ຫຍັງ​ລັດຖະ​ທຳ​ມະນູນ​ຂອງ​ຟິລິບ​ປິນ​ໃນ​ປີ1899, ປີ1935, ປີ1943, ປີ1973, ປີ1986​ແລະ​ປີ1987, ກໍ່​ບໍ່​ໄດ້​ກຳນົດ​ວ່າ​ເກາະ​ຮວງ​ອຽນ​ຢູ່​ໃນ​ແຜນ​ທີ່​ຂອງ​ຟິ​ລິບ​ປິນ, ​ແລະ​ລັດຖະ​ທຳ​ມະນູນ​ຫຼາຍ​ສະ​ບັບ​ນີ້​ກໍ່​ລ້ວນ​ແຕ່​ບໍ່​ໄດ້​ກ່າວ​ເຖິງ​ໝູ່​ເກາະ​ນານ​ຊ່າ​ແມ່ນ​ດິນ​ແດນ​ຂອງ​ຟິລິບ​ປິນຈັກ​ເທື່ອ. ​ຟິລິບ​ປິນ​ໄດ້​ຮັບສິດ​ຕໍ່​ເກາະ​ດອນ​ເຫຼົ່າ​ນີ້ຢ່າງ​ກະ​ທັນ​ຫັນ​ຈາກ​ບ່ອນ​ໃດ​ຫຼື​ຜູ້​ໃດ​?

ໃນ​ອີກ​ດ້ານ​ໜຶ່ງ, ຟິ​ລິບ​ປິນຮຽກ​ຮ້ອງ​ມິ​ສິດ​ອະ​ທິປະ​ໄຕ​ເໜືອ​ເກາະ​ດອນ​ເຫຼົ່າ​ນີ້​ແມ່ນ​ພຽງ​ແຕ່​ອີງ​ຕາມ"ສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະ​ຫະ​ປະຊາ​ຊາດ"ສະບັບ​ປີ1982. ຕາມ​ຂ້າພ​ະ​ເຈົ້າ​ເອງ​ຮູ້​ວ່າ, ນີ້​ພຽງ​ແຕ່​ເປັນ​ສັນຍາ​ເທົ່າ​ນັ້ນ, ບໍ່​ສາມາດ​ໂຄ່ນ​ລົ້ມ​ຫຼື​ເຂົ້າແທນ​ສົນທິ​ສັນຍາ​ຫຼື​ສັນຍາ​ທີ່ພວກ​ລ່າ​ເມືອງ​ຂຶ້ນ​ເຊັນ​ກັນ​ຫຼື​ຕົກລົງ​ກັນ. ສະ​ນັ້ນ, ຟິລິບ​ປິນ​ແມ່ນ​ຢາກ​ຫຼອກ​ລວງ​ໃຜ​ແທ້?