ລົດ​ໄຟສາຍ​ສາກົນ​ຈີນ​ຫວຽດນາມ​ໃຫ້​ບໍລິ​ການ​ແກ່​ຜູ້​ໂດຍ​ສານ​8ໝື່ນ​ກວ່າ​​ຄົນ​ພາຍ​ໃນ​ເວລາ​3ປີ

(GMT+08:00) 2012-05-08 16:08:04     cri
ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ພະ​ແນກ​ທາງ​ລົດ​ໄຟ​ນານ​ນີງ​ແຈ້ງ​ໃຫ້​ຊາບ​ວ່າ, ນັບ​ແຕ່​ລົດ​ໄຟ​ສາກົນ​ຈີນ​ຫວຽດ​ນາມ​ເປີດ​ບໍລິ​ການ​ເປັນ​ຕົ້ນ​ມາ, ​ໄດ້​ມີຜູ້​ໂດຍ​ສານ​8ໝື່ນ​ກວ່າ​ຄົນ​ໄດ້​ໃຊ້​ບໍລິ​ການ​ລົດ​ໄຟ​ຂະ​ບວນນີ້​ເດີນທາງ​ໄປມາ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ລົດ​ໄຟ​ຂະ​ບວນນີ້​ໄດ້​ກາຍ​ເປັນ​ເສັ້ນ​ທາງ​ສີ​ຂຽວ​ທີ່​ສະດວກ​ສະບາຍ​ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ວັນ​ທີ1ມັງກອນ​2009ຜ່ານ​ມາ, ລົດ​ໄຟ​ໂດຍສານ​T8701/2ທີ່​ມີ​ໄລຍະ​ທາງ​ແຕ່​ນະຄອນ​ນານ​ນີງ​ເຂດ​ກວາງຊີ​ຈີນຫາ​ນະຄອນ​ຫຼວງຮ່າ​ໂນ້ຍ​ຫວຽດ​ນາມ​ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ, ຜູ້​ໂດຍ​ສານ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ສາມາດ​ເດີນ​ທາງ​ດ້ວຍລົດ​ໄຟ​ຂະ​ບວນນີ້​ຈາກ​ນານ​ນີງ​ໄປຮອດ​ຮ່າ​ໂນ້ຍຫຼື​ຈາກ​ຮ່າ​ໂນ້ຍ​ໄປ​ຮອດ​ນານ​ນີງ​ພາຍ​ໃນ1ວັນ. ​ໃນ​ວັນພັກ​ບຸນ​ກຸດ​ຈີນ, ບຸນ​ຊີ່ງ​ມິນ​ແລະ​ວັນ​ກຳມະ​ກອນ​ສາກົນ, ລົດ​ໄຟ​ຂະ​ບວນນີ້​ເຕັມ​ໄປ​ດ້ວຍ​ຜູ້​ໂດຍສານ​ຕະຫຼອດ. ​ແຕ່​ເດືອນ​ມັງ​ກອນ​ຮອດ​ເດືອນ​ເມສາ​ປີ​ນີ້, ລົດ​ໄຟສາຍ​ສາ​ກົນ​ຂະ​ບວນນີ້​ໄດ້​ໃຫ້​ບໍລິການ​ແກ່​ຜູ້​ໂດຍ​ສານ​ເພີ່ມ​ຂຶ້ນ31,2%​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ອີງ​ຕາມ​ຈຳນວນ​ຜູ້​​ໂດຍ​ສານ​ແລະ​ຄວາມ​ຕ້ອງການ, ພະ​ແນ​ກທາງ​ລົດ​ໄຟ​ນານ​ນີງ​ໄດ້ຂະ​ຫຍາຍ​ເສັ້ນທາງ​ລົດ​ໄຟ​ຂະ​ບວນນີ້​​ໃຫ້ໄປ​ຮອດ​ເມືອງ​ກຸ້ຍ​ລິນຂອງ​ຈີນ​ອີກ, ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ປີ2010​ແລະ​ປີ2011, ຍັງ​ໄດ້ຂະ​ຫຍາຍ​ເສັ້ນ​ທາງ​ແລ່ນ​ລົດ​ໄປ​ເຖິງ​ເມືອງ​ມ້າວ​ມີ​ງ​ແຂວງ​ກວາງຕຸ້ງ​ຈີນ. ນອກ​ນີ້, ​ເພື່ອ​ສະ​ໜອງ​ການ​ບໍລິການ​ໃຫ້​ແກ່​ຜູ້​ໂດຍ​ສານ​ຈາກ​ອາ​ຊຽນ​ເປັນ​ຢ່າງ​ດີ, ​ນັບ​ແຕ່​ເດືອນ​ສິງ​ຫາ​ປີ2009​ເປັນ​ຕົ້ນ​ມາ, ​ໄດ້​ຫຼຸດ​ລາຄາ​ປີ້​ລົດ​ໄຟ, ປະຈຸ​ບັນ, ຊື້​ປີ້​ຈ່າຍ​ພຽງ​ແຕ່45%​ເທົ່າ​ນັ້ນ, ຄື, ປີ້ບ່ອນ​ນອນ​ອ່ອນ​248​ຢວນ, ປີ້​ບ່ອນ​ນອນ​ແຂງ160​ຢວນ.

ໃນ3ປີ​ຜ່ານມາ, ​ເຂດ​ກວາງຊີ​ແລະ​ພະ​ແນກ​ທາງ​ລົດ​ໄຟ​ນານ​ນີງ​ໄດ້​ໃຊ້​ໂອກາດ​ນີ້, ຈັດ​ກິດຈະກຳ"ງານ​ສັງສັນ​ຊາວ​ໜຸ່ມ​ຈີນ​ຫວຽດ​ນາມ", ​ເປີດລົດ​ໄຟ​ຂະ​ບວນພິ​ເສດ​ທີ່​ມີ​ຊື່ວ່າ"ຊາວ​ໜຸ່ມ​ຜູ້​ສ້າງ​ທຸລະ​ກິດ", "​ແລກປ່ຽນ​ວັດທະນະທຳ"​ເປັນ​ຕົ້ນ, ​ໄດ້​ສ້າງ​ຂົວ​​ເຊື່ອມ​ຕໍ່ມິດ​ຕະພາບ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.