ການ​ສົນທະນາ​ແຊງ​ກຼີລາ​ຄັ້ງ​ທີ11​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ

(GMT+08:00) 2012-06-01 14:01:06     cri
CRIລາຍ​ງານ​ວ່າ: ການ​ສົນທະນາ​ແຊງ​ກຼີລາ​ຄັ້ງ​ທີ11​ຈັດ​ຂຶ້ນ​ຢູ່​ໂຮງ​ແຮມ​ແຊງ​ກິຼລາ​ຂອງ​ສິງກະ​ໂປ​ແຕ່​ວັນ​ທີ1​ຫາ​ວັນ​ທີ3​ມິຖຸນາ​ນີ້.ລັດຖະມົນຕີ​ວ່າ​ການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ27​ປະ​ເທດ​ເຊັ່ນ​ອາ​ເມ​ລິ​ກາ,ຈີນ,​ເຢຍລະ​ມັນ,ອັງກິດ,ອົສຕຼາລີ,ຍີ່​ປຸ່ນ,ກາ​ນາ​ດາ,ອິນ​ເດຍ,ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດ​ອາຊີ​ປາຊີ​ຟິກອື່ນໆ​ເຂົ້າ​ຮ່ວມການ​ສົນທະນາ​ຄັ້ງ​ນີ້.

"ການ​ສົນທະນາ​ແຊງ​ກຼີລາ"ລິ່​ເລີ່​ມ​ໂດຍ​ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ສາກົນ​ອັງກິດ,​ເລີ່​ມຈັດ​ຂຶ້ນ​ມາ​ແຕ່​ປີ2002ພາຍ​ໃຕ້​ການ​ສະໜັບສະໜູນ​ຂອງ​ລັດຖະບານ​ສິງກະ​ໂປ,ຍ້ອນ​ວ່າ​ກອງ​ປະຊຸມຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ໂຮງ​ແຮມ​​ແຊງ​ກຼີລາ​ສິງກະ​ໂປ,ຈິ່ງ​ໄດ້​ຊື່ວ່າ"ການ​ສົນທະນາ​ແຊງ​ກຼີລາ".ຊຶ່ງ​ຖືກ​ພາຍ​ນອກ​ເຫັນ​ວ່າ​ເປັນ​ເວທີ​ປຶ​ກສາ​ຫາລື​ຄວາມ​ໝັ້ນຄົງ​ທີ່​ສຳຄັນ​ໃນ​ພາກ​ພື້ນທີ່​ຈັດ​ຂຶ້ນ​ເປັນ​ປະຈຳ​​ໃນ​ທຸກທຸກ​ປີ.

ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ມີ​ຫົວ​ຂໍ້​ປຶກສາ​ຫາລື5​ຂໍ້​ຄືນະ​ໂຍບາຍວຽກ​ງານ​ປ້ອງ​ກັນຊາ​ດຂອງ​ອາ​ເມ​ລິ​ກາ​ໃນ​ຍຸກ​ສະ​ໄໝ​​ເງິນຕາຮັດກຸມ,ປົກ​ປັກ​ຮັກສາ​ການ​ເດີ​ນ​ເຮືອ​ທາງ​ທະ​ເລ​ຢ່າງ​ເສລີ,ການຂົ່ມ​ຂູ່ກັບ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ,ຮູບ​ແບບ​ໃໝ່​ຂອງ​ສົງຄາມ:​ເຄືອ​ຂ່າຍ​ອິນ​ເຕີ​ເນັດ,​ເຮືອບິນ​ທີ່ບໍ່​ມີ​ຄົນ​ຂັບ​ແລະ​ໄພ​ຂົ່ມ​ຂ່​ແບບູ​​ໃໝ່,ຄວາມ​ໝັ້ນຄົງ​ຂອງ​ໂລກ​ແລະ​ພາກ​ພື້ນ​ອາຊີ​ປາຊີ​ຟິກປະກົດ​ມີ​ຄວາມ​ສ່ຽງ​ໃໝ່.ພ້ອມ​ກັນ​ນັ້ນ,​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ນີ້​ຍັງ​ຈະ​ມີ​ກອງ​ປະຊຸມ​ພາຍ​ໃນ​ພິ​ເສດ5​ເທື່ອ​ຄື​ເຮັດ​ແນວ​ໃດ​ເພື່ອ​ຫຼີກ​ລ້ຽງ​ບໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ​ຢູ່​ທະ​ເລ​ຈີນ​ໃຕ້,ກຳລັງ​ອາວຸດ​ກັບ​ເຫດການ​ສຸກ​ເສີນ​ພາຍ​ໃນ​ປະ​ເທດ,​ໄພ​ອັນຕະລາຍ​ແລະ​ໂອກາດ​ທີ່​ມີ​ຢູ່​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ,ກ່ຳ​ປັ່ນ​ດຳ​ນ້ຳ​ກັບ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ,ຄວາມ​ອັນ​ຕະລາຍທີ່​ພວມ​ເພີ່ມ​ຫຼາຍ​ຂຶ້ນ​ຕໍ່​ຄວາມ​ໝັ້ນຄົງ​ໃນ​ອາຊີ​ໃຕ້.

ພົນ​ໂທ​ເຢິນ​ໄຫ​ສວນ ຮອງ​ຫົວໜ້າ​ສະ​ຖາ​ບັນ​ວິທະຍາສາດ​ການ​ທະຫານ​ກອງ​ທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ຈະ​ນຳພາ​ຄະນະ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້.​ເຈົ້າ​ໜ້າ​ທີ່​ຂອງ​ກະຊວງ​ການ​ຕ່າງປະ​ເທດ​,ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ພ້ອມ​ດ້ວຍ​ນັກວິຊາການຈຳນວນ​ໜຶ່ງ​ຂອງ​ຈີນ​ກໍ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ທ່ານ​ລີ​ອັອນ ປາ​ເນ​ຕາ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ແລະ​ທ່ານ​ຊາ​ມູ​ເອວ ລັອກ​ເຄ ມອນ​​ເຕຼຍ ຜູ່​ບັນຊາ​ການ​ກອງ​ບັນຊາ​ການ​ມະຫາ​ສະໝຸດ​ປາຊີ​ຟິກກອງທັບ​ອາ​ເມ​ລິ​ກາ​ກໍ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ເຊັ່ນ​ກັນ.​ແຕ່​ວ່າ​​ເວົ້າ​ສຳລັບ​ທ່ານ​ປາ​ເນ​ຕາ​ແລ້ວ,ການ​ເດີນທາງ​ໄປ​ສິງກະ​ໂປ​ພຽງ​ແຕ່​ແມ່ນ​ປະ​ເທດໜຶ່ງ​​ໃນ​ການ​ຢ້ຽມຢາມ​ປະ​ເທດ​ອາຊີ​ປາຊີ​ຟິກ​ເປັນ​ເວລາ1​ອາທິດ​ເທົ່າ​ນັ້ນ.ນອກ​ນີ້,ທ່ານ​ຍັງ​ຈະ​ໄປ​ຢ້ຽມຢາມ​ກອງ​ບັນຊາ​ການ​ມະຫາ​ສະໝຸດ​ປາຊີ​ຟິກກອງທັບ​ອາ​ເມ​ລິ​ກາ​ທີ່ຢູ່​ຮາ​ວາຍ​ແລະ​ອີກ​ສອງ​ປະ​ເທດ​ຄືຫວຽດນາມ​ແລະ​ອິນ​ເດຍ.