ກອງ​ປະຊຸມ​ອາຊີ​ຕາ​ເວັນ​ອອກ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ເອົາ​ໃຈ​ໃສ່​ບັນ​ຫາ​ການ​ເຊື່ອມ​ຈອດ​ກັນ​ຂອງ​ອາ​ຊີ

(GMT+08:00) 2012-06-01 17:05:33     cri

ຕາມ​ຂ່າວCRI:ຕອນ​ບ່າຍ​ວັນ​ທີ31​ພຶດສະພາ​ແລ້ວ​ນີ້,ກອງ​ປະຊຸມ​ອາຊີ​ຕາ​ເວັນ​ອອກ​ຂອງ​ເວທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງ​ກອກ​ຂອງ​ໄທ​.ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຫົວ​ໜ້າ​ລັດ​ຖະ​ບານ,​ຫົວ​ໜ້າ​ວິ​ສາ​ຫະ​ກິດ​ແລະ​ວິ​ຊາ​ການ​ທີ່​ມາ​ຈາກ​50​ປະ​ເທດ​ແລະ​ເຂດ​ ແຄ້ວນ ຄື:​ອາ​ຊຽນ,​ເຂດ​ອາ​ຊີ​ປາ​ຊິ​ຟິກ,​ເອີຣົບ​ແລະ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄັ້ງນີ້​ແມ່ນ "ການ​ເຊື່ອມຈອດກັນສ້າງ​ອະ​ນາ​ຄົດ​ຂອງ​ພາກ​ພື້ນ",​ຊຶ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ທີ່​ຈະ​ເຮັດ​ແນວ​ໃດ​ຊຸກ​ຍູ້​ໃຫ້​ມີ​ການ​ຕິດ​ຕໍ່​ພົວ​ພັນ​ກັນ ​ລະຫວ່າງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ແລະ​ລະ​ຫວ່າງ​ອາ​ຊີ​ຕາ​ເວັນ​ອອກ​ກັບ​ທົ່ວ​ໂລກ,​ສ້າງ​ອະ​ນາ​ຄົດ​ທີ່​ກວ້າງ​ຂວາງ​ກວ່າ​ເກົ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ສັງ​ຄົມ​ຂອງ​ອາ​ຊີ​ຕາ​ເວັນ​ອອກ.​ໃນ​ພິ​ທີ​ໄຂ,​ທ່ານ​ຄລາວສ໌ ສະ​ວັບ,​ປະ​ທານ​ພິ​ທີ​ໄຂ,​ຜູ່​ລິ​ເລີ່ມ​ທັງ​ເປັນ​ປະ​ທານ​ຂອງ​ເວທີ​ປຶກ ສາ​ຫາລື​ເສ​ດຖະ​ກິດ​ໂລກ​ກ່າວ​ວ່າ:​"ພວກ​ເຮົາ​ພວມ​ຢູ່​ໃນ​ເວ​ລາ​ອັນ​ພິ​ເສດ ຄື:​ເສດ​ຖະ​ກິດ​ໂລກ​ພວມ​ຊຸດ​ໂຊມ​ລົງ, ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຫຼາຍຕໍ່​ອະ​ນາ​ຄົດ.​ແຕ່​ເມື່ອ​ສຸມ​ຄວາມ​ສົນ​ໃຈ​ໃສ່​ພາກ​ພື້ນ​ອາ​ຊຽນ, ຈະ​ເຫັນ​ໄດ້​ວ່າ ບ່ອນ​ນີ້​ເຕັມ​ໄປ​ດ້ວຍ​ພະ​ລັງ​ແຮງ,​ອັດ​ຕາ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຫຼາຍ​ກວ່າ​5%."

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່ກອງ​ປະຊຸມອາຊີ​ຕາ​ເວັນ​ອອກ​ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​​ເລືອກ​ໄທ​ເປັນ​ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ.​ທ່ານ​ນາງ​ຍິ່ງ​ລັກ ຊິນ​ນະ​ວັດ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ກອງ​ປະ​ຊຸມ​ແລະ​ກ່າວ​ຄຳ​ປາ​ໄສ​ວ່າ,​ປະ​ຈຸ​ບັນ​ນີ້,​ເສດ​ຖະ​ກິດ​ໂລກ​ພວມປະ​ເຊີນ​ກັບ​​ໂອກາດ​ການ​ພັດທະນາ​ແລະ​ສິ່ງທ້າ​ທາຍ​ພ້ອມ​ກັນ,​ການ​ສືບ​ຕໍ່​ຊຸກ​ຍູ້​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ພາກ​ພື້ນ​ແມ່ນ​ຊ່ອງ​ທາງ​ທີ່​ບັງ​ເກີດ​ຜົນ​ທີ່​ສາມາດ​ຮັບ​ມື​ກັບ​ວິ​ກິດ​ການ​ແລະ​ການ​ສ້າງ​ໂອ​ກາດ.

ທ່ານ​ທອງ​ສິງ ທຳ​ມະ​ວົງ,ນາຍົກລັດຖະມົນຕີລາວ,ທ່ານ​ຫງວຽນ​ຕັນ​ຢຸງ,ນາຍົກລັດຖະມົນ ຕີ​ຫວຽດນາມ,ທ່ານ​ຊູຊີ​ໂລ ບຳບັງ ຢຸດ​ໂຮ​ໂຢ​ໂນ,ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ກໍ່​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ໄຂ.​ທ່ານ​ປັສ ການ ລາ​ມີ,​ຜູ່​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ບັນ​ດາ​ປະ​ເທດ​ອາ​ຊຽນ​ທີ່​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ປະ​ເທດ​ແລະ​ລະ​ຫວ່າງ​ພາກ​ພື້ນ,​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ພາຍ​ຫຼັງ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສິ້ນ​ສຸດ​ລົງ​ແລ້ວ,ທ່ານ​ລາ​ມີ​ກ່າວ​ວ່າ: "ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ໄທ,​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຫາ​ກໍ​ກ່າວ​ລາຍ​ງານ​ກ່ຽວ​ກັບ​ວ່າ​ຈະ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ຕົນ,​ເຮັດ​ແນວ​ໃດ​ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ​ໃນ​ພາກ​ພື້ນ,​ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ວຽກ​ງານ​ນີ້​ພວມ​ດຳ​ເນີນ​ໄປ​ຕາມ​ທິດ​ທີ່​ຖືກ​ຕ້ອງ."