ການ​ປະຕິ​ຮູບ​ຮອບ​ທີ2ຂອງ​ມຽນມາ​ຈະ​ຖື​ການ​ພັດ​ທະນາ​ເສດ​ຖະກິດ​ເປັນ​ສຳຄັນ

(GMT+08:00) 2012-06-28 16:03:36     cri
ໃນ​ອາທິດ​ແລ້ວ​ນີ້, ທ່ານ​ເທັນ​ເຊັນ, ປະທາ​ນາທິ​ບໍດີ​ມຽນມາ​ໄດ້​ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ແຜນ​ການ5ປີ​ແຫ່ງ​ການ​ພັດທະ​ນາ​ເສດ​ຖະກິດ​ສັງຄົມ​ແຫ່ງ​ຊາດ​ໂດຍ​ກ່າວ​ວ່າ, ລັດ​ຖະບານ​ໄດ້​ກຳນົດ​ອັດຕາ​ເຕີບ​ໂຕ​ດ້ານ​ເສດ​ຖະກິດ​ສະ​ເລ່ຍຕໍ່​ປີ​ໃນສົກ​ງົບ​ປະ​ມານ​5ປີ​ຕໍ່ໜ້າ​ເຊິ່ງ​ເລີ່​ມຈາກ​ສົກ​ປີ​ການ​ເງິນ2011​ຫາ2012​ນັ້ນ​ເປັນ7,7%, ມຽນມາ​ຈະ​ເລີ່​ມປະຕິບັດ​ການ​ປະຕິ​ຮູບ​ຮອບ​ທີ2, ສ່ວນ​ການ​ພັດ​ທະນາ​ເສດ​ຖະກິດ​ສັງຄົມ​ແຫ່ງ​ຊາດ​ຈະ​ເປັນ​ໃຈກາງ​ຂອງ​ການ​ປະຕິ​ຮູບ​ຮອບ​ທີ2. ທ່ານ​ເທັນ​ເຊັນ​ກ່າວ​ວ່າ, ການ​ຄ້າ​ແລະ​ການ​ລົງທຶນ​ແມ່ນ​ກຳລັງ​ແຮງອັນ​ສຳຄັນ​ໃນ​ການ​ພັດ​ທະນາ​ເສດ​ຖະກິດ​ແຫ່ງ​ຊາດ. ​ໃນ​ດ້ານ​ການ​ລົງທຶນ, ບໍ່​ພຽງ​ແຕ່​ຕ້ອງ​ການ​ການ​ລົງທຶນ​ຈາກ​ລັດຖະບານ​ແລະ​ທຶນ​ເອກະ​ຊົນ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຍັງ​ຕ້ອງ​ການ​ການ​ຊ່ວຍ​ເຫຼືອ​ດ້ານ​ເງິນ​ທຶນ​ແລະ​ເຕັກ​ໂນ​ໂລ​ຊີຈາກ​ຕ່າງປະ​ເທດ​ຫຼາຍ​ກວ່າ​ເກົ່າ.

ພ້ອມ​ກັນ​ນັ້ນ​, ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​ມຽນມາ​ໃໝ່​ປີ2012​ໄດ້​ຈັດ​ຂຶ້ນ​ຢູ່​ຢາງ​ກຸງ, ມີຜູ້​ແທນ300​ກວ່າ​ຄົນທີ່​ມາ​ຈາກ​ວົງ​ການ​ການ​ເມືອງ​ແລະ​ການ​ຄ້າ​ຂອງ20ກວ່າ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທິດຂະຫຍາຍຕົວ​ດ້ານ​ການ​ລົງທຶນ​ໃນ​ການ​ພັດ​ທະ​ນາ​ເສດຖະກິດ​ໃນ​ອະນາຄົດ​ຂອງ​ມຽນມາ, ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຢ່າງ​ກວ້າງ​ຂວາງ​ຈາກ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ບໍ​ລິ​ສັດ​ໂຄ​ຄາ​ໂຄ​ລາ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ເມື່ອ​ລັດ​ຖະບານ​ອາ​ເມ​ລິ​ກາ​ອະນຸ​ມັດ​ແລ້ວ, ບໍລິ​ສັດ​ໂຄຄາ​ໂຄ​ລາກໍ່​ຈະ​​ເລີ່ມ​ຈຳ​ໜ່າຍ​ໂດຍ​ກົງ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ມຽນມາ​ໃນ​ເກືອບ60ປີ​ມາ​ນີ້. ທ່ານ​ຈອນ​ໄຣສ, ຮອງ​ຜູ້​ວ່າການ​ບໍລິສັດ​GE​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ, ບໍລິ​ສັດ​GE​ພວມ​ເຈ​ລະຈາ​ກັບ​ລັດຖະ​ບານ​ມຽນມາ​ກ່ຽວ​ກັບການ​ຮ່ວມ​ມື​ໃນດ້ານ​ພື້ນຖານ​ໂຄງ​ລ່າງ.