ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຢ້ຽມຢາມ​ຫວຽດນາມ, ລາວ​ແລະ​ກຳປູ​ເຈຍ​

(GMT+08:00) 2012-07-12 17:11:05     cri
ເລີ່​ມ​ແຕ່​ວັນ​ທີ10​ກໍລະກົດ​ນີ້​ເປັນ​ຕົ້ນ​ມາ, ທ່ານ​ນາງ​ຮິ​ວລາຣີ ຄລິນ​ຕັນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​​​ໄດ້ໄປຢ້ຽມຢາມ​ຫວຽດນາມ, ລາວ​ແລະ​ກຳປູ​ເຈຍ, ​ແລະ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ເວທີ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາ ຊຽນຫຼືARFທີ່​ຈັດ​ຂຶ້ນ​ຢູ່​ພະນົມ​ເປັນຂອງ​ກຳປູ​ເຈຍ. ​ນັກ​ວິ​ເຄາະ​ເຫັນ​ວ່າ, ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຢ້ຽມຢາມ​ຫວຽດ ນາມ, ລາວ​ແລະ​ກຳປູ​ເຈຍ3ປະ​ເທດ​ຕິດ​ຕໍ່​ກັນ​ຄື​ແນວ​ນີ້, ​ແມ່ນ​ບາດກ້າວ​ສຳຄັນ​ອັນ​ໜຶ່ງຂອງ​ອາ​ເມ​ລິ​ກາ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດ​ຕ່າວ​ຄືນ​ສູ່​ອາຊີ.

ນັກວິ​ເຄາະ​ຈຳນວນ​ໜຶ່ງ​ເຫັນ​ວ່າ, ການ​ຢ້ຽມຢາມ3​ປະ​ເທດ​ຂອງ​ທ່ານ​ນາງ​ຮິ​ວລາ ຣີ ຄລິນ​ຕັນ​​ແມ່ນຍາກຫຼາຍ​ທີ່​ຈະ​​ໄດ້ຮັບ​ຜົນສຳ​ເລັດອັນ​ໃຫຍ່. ກ່ອນ​ອື່ນ, ​ອາ​ເມ​ລິ​ກາ  ຢາ​ກຊັກ​ຈູງ​ເອົາ​ລາວ​ແລະ​ປະ​ເທດ​ອື່ນໆ​ໃຫ້​ເດີນ​ຕາມ​ນັ້ນຕ້ອງ​ຜ່ານ​ຫວຽດນາມ ທີ່​ເປັນ​ປະ​ເທດ​ໃຫຍ່​​ໃນພາກ​ພື້ນ​ນີ້​ກ່ອນ. ອີກ​ດ້ານ​ໜຶ່ງ, ອາ​ເມ​ລິ​ກາ​ບໍ່​ມີ​ທ່າ​ແຮງ​ດ້ານ​ເສດຖະກິດ​ໃນ3​ປະ​ເທດ​ດັ່ງກ່າວ, ວິ​ສາ​ຫະກິດສ.​ເກົາຫຼີ​ແລະ​ຍີ່ປຸ່ນມີ​ບົດບາດ​ສຳຄັນ​ຫຼາຍ​ໃນ3​ປະ​ເທດ​ນີ້, ມັນ​ເປັນ​ການ​ຍາກ​ທີ່​ຈະ​ເຂົ້າ​ໄປ​ແທນ​ທີ່​ໄດ້, ​ແລະ​ເສດຖະກິດ​ທີ່​ພັດທະ​ນາ​ຊ້າ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ບໍ່​ສາມາດໃຊ້​ງົບປະມານ​ຫຼວງ​ຫຼາຍ​​​ຕໍ່​ປະ​ເທດ​ເຫຼົ່າ​ນີ້. ນອກ​ນີ້, ຍ້ອນ​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ລະບອບ​ສັງຄົມ, ຫວຽດນາມ​ແລະ​ລາວ​ບໍ່​ອາດ​ເດີນຕາມອາ​ເມ​ລິ​ກາ​ຢ່າງສິ້ນ​ເຊິ​ງ, ບໍ່​ມີ​ຈັກ​ເທື່ອ​ທີ່ອາ​ເມ​ລິ​ກາ​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​​ໃນ​ດ້ານ​ພັດທະນາ​ເສດຖະກິດແກ່​ປະ​ເທດ​ເຫຼົ່າ​ນີ້​​ໂດຍ​ບໍ່​ຫວັງ​ສິ່ງ​ຕອບ​ແທນ​ໃດໆ.