ທວນ​ໄຟ​ໂອ​ລິ​ມປິກ​ເລີ່​ມສົ່ງ​ຕໍ່​ຢູ່​ລອນ​ດອນ

(GMT+08:00) 2012-07-22 14:37:19     cri
ວັນ​ທີ 21 ກໍລະກົດ​ນີ້, ທວນ​ໄຟ​ໂອ​ລິ​ມປິກ​ເລີ່​ມສົ່ງ​ຕໍ່​ຢູ່​ເມືອງ​​ທີ່​ເປັນ​ເຈົ້າພາບ​ຂອງ​ງານ​ໂອ​ລິມປິກ​ເຊິ່ງ​ເປັນ 7 ມື້​ສຸດ​ທ້າຍ​ຂອງ​ການ​ສົ່ງ​ຕໍ່​ທວນ​ໄຟ, ມີ​ຜູ້​ຖື​ທວນ​ໄຟ 143 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ສົ່ງ​ຕໍ່​ໃນ​ມື້​ນັ້ນ.

ນີ້​ແມ່ນ​ວັນ​ທີ 64 ທີ່​ທວນ​ໄຟ​ໂອ​ລິ​ມ​ປິກ​ລອນ​ດອນ​ສົ່ງ​ຕໍ່​ຢູ່​ອັງກິດ, ຫຼັງ​ຈາກ​ນັ້ນ​ທວນ​ໄຟ​ຈະ​ຜ່ານ​ທິວ​ທັດ​ທີ່​ມີ​ຊື່​ສຽງ​ແລະ​ຖະ​ໜົນສຳຄັນ​ທັງ​ໝົດ​ຂອງ​ລອນ​ດອນ, ຈົນ​ຮອດ​ວັນ​ທີ 27 ກໍລະກົດ​ນີ້​ສົ່ງ​ຮອດ​ສວນ​ສາທາລະນະໂອ​ລິ​ມປິກ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ໄຂ​ຂອງ​ງານກິລາ​ໂອ​ລິ​ມປິກ​ລອນ​ດອນ.