ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງ​ທີ30​ຈະ​ຈັດ​ຂຶ້ນທີ່​ລອນ​ດອນ,ປະ​ເທດ​ອັງກິດ​​ໃນ​ເວລາ​ຕອນ​ຂ້ອນ​ແຈ້ງ3ໂມງ12​ນາ​ທີ​ຂອງ​ວັນ​ທີ​28​ກໍ​ລະ​ກົດ​ປີ​2012​ຕາມ​ເວ​ລາ​ວຽງ​ຈັນ

(GMT+08:00) 2012-07-27 14:42:49     cri

ເວລາ20​ໂມງ12ນາທີ​ຂອງ​ວັນ​ທີ27​ກໍລະກົດ​ປີ2012​ຕາມ​ເວລາ​ລອນ​ດອນ,ກົງ​ກັບ​ເວລາ3​ໂມງ12​ນາທີ​ວັນ​ທີ28​ກໍລະກົດ​ນີ້​ຕາມ​ເວລາ​ວຽງ​ຈັນ,ງານ​ກິລາ​ໂອ​ລິ​ມປີກ​ລະດູ​ຮ້ອນ​ຄັ້ງ​ທີ30​ທີ່​ຊາວ​ໂລກ​ໃຫ້​ຄວາມ​ສົນ​ໃຈ​ຈະ​ຈັດ​ຂຶ້ນ​ຢ່າງ​ຄຶກຄຶ້ນ​ໃນ​ລອນ​ດອນ​ໂບຫລື​ຖ້ວຍ​ລອນ​ດອນ​ເຊິ່ງ​ເປັນ​ສະໜາມກິລາ​ທີ່​ມີ​ຊື່ສ​ຽງຂອງ​ລອນ​ດອນ​ແຫ່ງ​ອັງກິດ.​ເນື່ອງ​ຈາກ​ວ່າ​ລອນ​ດອນ​ເຄີຍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ມາ​ແລ້ວ​ເຖິງສອງ​ເທື່ອ​ຄື​ໃນ​ປີ1908​​ແລະ​ປີ1948,ສະ​ນັ້ນ,ລອນ​ດອນ​ຈະ​ກາຍ​ເປັນ​ຕົ​ວ​ເມືອງ​ທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຫລາຍ​ທີ່​ສຸດ​ນັບ​ມາ​ຮອດ​ປະ​ຈຸ​ບັນ.


ລາຍ​ຈ່າຍ​ຂອງ​ພິທີ​ໄຂ​ງານ​ເທື່ອ​ນີ້​ຈະ​ມີ​ເຖິງ27​ລ້ານ​ປອນ,ຈະ​ກາຍ​ເປັນ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ທີ່ມີ​ການ​ໃຊ້ຈ່າຍ​ຟຸມ​ເຟືອຍ​ທີ່​ສຸດ​ທີ່​ລອນ​ດອນ​ເປັນ​ຜູ້​ຈັດ.​ເວົ້າ​ກັນ​ວ່າ,ພິທີ​ໄຂ​ງານ​ເທື່ອ​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ​ເກືອບ3​ຊົ່ວ​ໂມງ,ພະ​ລາ​ຊີ​ນີອິລິ​ຊາ​ເບ​ດ ຣາ​ຊະ​ການ​ທີ​ສອງ​ແຫ່ງ​ອັງກິດ​ພ້ອມ​ກັບ​ປະມຸກ​ລັດ100​ກວ່າ​ທ່ານ​ຈາກ​ປະ​ເທດ​ຕ່າງໆຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ,ຜູ້​ຊົມ​ການຖ່າຍ​ທອດ​ສົດ​ທາງໂທລະພາບ​ຈະ​ບັນລຸ1​ຕື້​ຄົນ.


​ໃນ​ຖານະ​ເປັນ​ສະມາຊິກ​ຄອບຄົວ​ໂອ​ລິ​ມປິກ​ສາກົນ​ແລະ​ເຈົ້າພາບ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ່​ຜ່ານ​ມາ,ຈີນ​ໄດ້​ສົ່ງ​ຄຳ​ອວຍພອນ​​​ໄປ​ຍັງ​ລອນ​ດອນ​ດ້ວຍ​ຄວາມ​ຮັກ​ແພງ​ເປັນ​ພິ​ເສດ:ຫວັງ​ວ່າງານ​ກິລ​າ​ໂອ​ລິ​ມປິກ​ລອນ​ດອນຈະ​ສາມາດ​ສ້າງ​ຄວາມ​ຕື່ນ​ຕາ​ຕື່ນ​ໃຈ​ດ້ານ​ກິລາ​ໃຫ້​ຫລາຍ​ກວ່າ​ເກົ່າ,ສາມາດ​ບັນ​ລະ​ຍາຍ​ຈິດ​ໃຈ​ໂອ​ລິ​ມປິກ​ໃຫ້​ເລິ​ກ​ເຊິ່ງກວ່າ​ເກົ່າ,ສາມາດ​ທຳ​ຄວາມ​ພະຍາຍາມ​ໃຫມ່​ເຂົ້າ​ໃນ​ການ​ແລກປ່ຽນ​ລະຫວ່າງ​ວັດທະນະທຳ​ທີ່​ຕ່າງ​ກັນ,ການ​ໄປມາຫາ​ສູ່​ກັນ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ປະ​ເທດ​ຕ່າງໆ.