ໄຂງານ​ກິລາໂອ​​ລິມປິກລະດູ​ຮ້ອນຄັ້ງ​ທີ30​​​ຢູ່​ລອນ​ດອນ

(GMT+08:00) 2012-07-28 16:21:19     cri

ຕາມ​ຂ່າວcri: ວັນ​ທີ27 ກໍລະກົດນີ້​, ງານ​ກິລ​າ​ໂອ​ແລມປິກ​ລະດູ​ຮ້ອນຄັ້ງ​ທີ30​​ໄດ້​ໄຂຂຶ້ນ​ຢູ່​ສະໜາມກິລາ​ຫຼັກ​ຂອງ​ລອນ​ດອນອັງກິດ.

204ສະມາຊິກປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ຄະນະ​ກຳມະການ​​ໂອ​ແລມປິກ​ສາກົນ​ລ້ວນ​ແຕ່​ສົ່ງ​ຄະນະກິລາ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິມປິກ​ຄັ້ງ​ນີ້, ຍັງ​ມີ​ນັກ​ກິລາ4ຄົນ​ເຂົ້າ​ຮ່ວມ​ດ້ວຍ​ຖານະ​ທີ່​ເປັນ​ອິດສະຫຼະ. ຈີນ​ໄດ້​ສົ່ງ​ຄະນະ​ທີ່​ປະກອບ​ດ້ວຍ​ນັກ​ກິລາ396ຄົນ. ​ໃນ​ຖານທີ່​ເປັນ​ຜູ່​ຕາງໜ້າ​ຂອງ​ລັດຖະບານ​ຈີນ, ທ່ານ​​ໄຕ້​ປິງກົວ ທີ່​ເປິກສາ​ແຫ່ງ​ລັດຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ. ມື້​ດຽວ​ກັນ, ທ່ານ​ກ່າວ​ວ່າ, ​ໃນ​ຖານ​ເປັນ​ປະ​ເທດທີ່​ມີ​ຄວາມຮັບຜິດຊອບ, ​​ແລະເປັນ​ປະ​ເທດ​ໃຫຍ່​ໃນ​ດ້ານ​ກິລາ​, ຈີນສະໜັບສະໜູນ​ພາລະກິດ​ໂອ​ລິມປິກ, ຫວັງ​ໃຫ້​ນັກ​ກິລາ​ຂອງ​ຈີນ​ແລະ​ເຂ​ດ​ແຄວ້ນອື່ນໆ​ຂອງ​ໂລກ​ຮ່ວມ​ກັນ​ໄດ້ຮັບຜົນງານ​ອັນ​ດີ​ເດັ່ນ.

ໃນ​ພິທີ​​ໄຂ​ງານ, ທ່ານ​ລາເກສ ​ໂຣ​ເກີ ປະທານ​ຄະນະ​ກຳມະການ​ໂອ​​ແລມປິກ​ສາກົນ​ກ່າວ​ຄຳ​ປາ​ໄສ​ວ່າ, ​ໃນງານ​ໂອ​ລິມປິກ​ຄັ້ງ​ນີ້ທຸກ​ຄະນະ​ນັກ​ກິລາ​ລ້ວນ​ແຕ່​ມີ​ນັກ​ກິລາ​ເພດ​ຍິງ​ເຂົ້າ​ຮ່ວມ​ເປັນ​ເທື່ອ​ທຳ​ອິດ, ນີ້​​ໄດ້ຊຸກຍູ້​ຄວາມສະ​ເໝີ​ພາບລະຫວ່າງ​ຍິງ​ຊາຍ​ຢ່າງ​ໃຫຍ່​ຫຼວງ.

ການ​ແຂ່ງຂັນ​ລາຍ​ຕ່າງໆຂອງ​ງານ​ໂອ​ແລມປິກ​ຄັ້ງ​ນີ້​ຈະ​ດຳ​ເນີນ​​ໄປຢ່າງຮອບດ້ານ​ໃນ​ວັນ​ທີ28 ກໍລະກົດ​ນີ້, ​ໃນ​ເວລາ16ມື້​ຕໍ່ໜ້າ, ນັກ​ກິລາ1 ໝື່ກວ່າ​ຄົນ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ທີ່​ມີ26ລາຍ​ການໃຫຍ່, 302ລາຍການ​ນ້ອຍ. ​ງານ​ໂອ​ແລມປິກ​ຄັ້ງ​ນີ້​ຈະ​ອັດ​ລົງ​ໃນ​ວັນ​ທີ12 ສິງຫາ​ໜ້ານີ້.\