ທີ່​ປຶກສາ​ແຫ່ງ​ລັດ​ຈີນຊົມ​ການ​ແຂ່ງຂັນ​ຍິງ​ປືນ​ຂອງ​ງານ​ໂອ​ລິ​ມປຶກ​ແລະ​ພົບ​ປະ​ກັບ​ປະທານ​ຄະນະກຳມະການ​ໂອ​ລິ​ມປິກ​ສາກົນ

(GMT+08:00) 2012-07-29 15:54:14     cri
ວັນ​ທີ28​ກໍລະກົດ​ນີ້, ທ່ານ​ໄຕ້​ປິງກົວ, ທີ່​ປຶກສາ​ແຫ່ງ​ລັດທັງ​ເປັນຜູ້ຕາງໜ້າ​ລັດຖະບານ​ຈີນ​ໄດ້​ໄປ​ຊົມ​ການ​ແຂ່ງຂັນ​ຍິງ​ປືນ​ລົມ​ນ້ອຍ​ຍາວ​ເພດ​ຍິງ10​ແມັດ​​ຂອງ​ງານ​ກິລາ​ໂມ​ລິ​ມປິກ. ນາງ​ອີ້​ຊື່​ລີງ, ນັກ​ກິລາ​ຈີນ​ໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ຂອງ​ງານ​ກິລາ​ໂອ​ລິ​ມປິກລອນ​ດອນ​ຄັ້ງ​ນີ້​ດ້ວຍຜົນງານ​ທີ່​ດີ​ເດັ່ນ. ທ່ານ​ໄຕ້​ປິງກົວ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ນັກ​ກິລາ​ຈີນ, ​ແລະ​ໃຫ້​ກຳລັງ​ໃຈ​​ແກ່​ເຂົາ​ເຈົ້າ, ສືບ​ຕໍ່ພະຍາຍາມ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ປະກອບສ່ວນ​ໃຫ້ປະ​ເທດ​ຊາດ.

ໃນ​​ໄລຍະ​ຊົມ​ການ​ແຂ່ງ​ຂັນ, ທ່ານ​ໄຕ້​ປິງກົວ​ຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ຈັກ​ຄິວ​ສ໌ ​ໂຣ​ເກີ, ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ. ທ່ານ​ໄຕ້​ປິງກົວ​ກ່າວ​ວ່າ, ຈີນ​ສະໜັບ​ສິໜູນ​ພາລະກິດ​ໂອ​ລິ​ມປິກ, ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຄະນະ​ກຳມະການ​ໂອ​ ລິ​ມປິກສາກົນ​ຕື່ມ​ອີກ, ​ເພື່ອ​ປະກອບສ່ວນ​ຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​​ເສີມ​ຂະຫຍາຍ​ນ້ຳ​ໃຈ​ໂອ​ລິ​ມປິກ, ​ສົ່ງ​ເສີມ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ, ຊຸກຍູ້ສັນຕິພາບ​ແລະ​ການພັດທະນາ​ຂອງ​ໂລກ.

ທ່ານ​ໂຣ​ເກີຂອບ​ໃຈ​ນຳ​ຈີນ​ທີ່​ໄດ້​ສະໜັບສະໜູນ​ແລະ​ເຂົ້າ​ຮ່ວມ​ພາລະກິດ​ໂອ​ລິມປິກ​ຢ່າງ​ຕັ້ງໜ້າ, ​ແລະອວຍພອນ​ໃຫ້​ນັກ​ກິລາ​ຈີນ​ສ້າງ​ຜົນງານທີ່​ດີ​ເລີດໃນ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນຕື່ມ​ອີກ3.