ບໍ່​ຄວນ​ຖື​ເບົາ​ຕໍ່​ບັນ​ຫາ​ຊົນ​ເຜົ່າ​ຂອງ​ເຂດ​ອາ​ຊີ​ອາ​ຄະ​ເນ

(GMT+08:00) 2012-07-30 16:45:58     cri
ໄລຍະ​ມໍ່ໆ​ມາ​ນີ້,ບັນຫາ​ຊົນ​ເຜົ່າຢູ່​ເຂດ​ອາຊີ​ອາຄະ​ເນ​ພົ້ນ​ເດັ່ນ​ຫຼາຍ,ມີ​ບາງ​ເຂດ​ໄດ້​ປະ​ສົບ​ກັບ​ການ​ທົນ​ທຸກ​ທໍ​ລະ​ມານ​ຍ້ອນ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຊົນ​ເຜົ່າ​ເປັນ​ເວລາ​ຍາວ​ນານ,​ໄດ້​ກີດ​ຂວາງ​ການ​ປະ​ຕິ​ຮູບ​ແລະ​ການ​ພັດ​ທະ​ນາ​ແຫ່ງ​ຊາດ​,ຍັງ​ໄດ້​ສ້າງ​ຜົນ​ກະ​ທົບ​ທາງ​ລົບ​ໃຫ້​ແກ່​ເສດ​ຖະ​ກິດ​ຂອງ​ທົ່ວ​ເຂດ​ອາ​ຊີ​ອາ​ຄະ​ເນ.

ຢູ່​ລັດ​ຍະ​ໄຂ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ,ການ​ປະ​ທະ​ກັນ​ລະຫວ່າງ​ຊົນ​ເຜົ່າ​ເຮັດ​ໃຫ້​ປະ​ຊາ​ຊົນ​ເປັນ​ພັນ​ເປັນ​ໝື່ນ​ຄົນ​ຊັດ​ເຊ​ພະ​ເນ​ຈອນ;​ຢູ່​ພາກ​ໃຕ້​ຂອງ​ຟິ​ລິບ​ປິນ,​ຂະ​ບວນ​ການ ຂອງ​ລັດ​ທິ​ແບ່ງ​ແຍກ​ດິນ​ແດນ​ບໍ່​ໄດ້​ຢຸດ​ເຊົາ​ຈັກ​ເທື່ອ;​ຢູ່​ພາກ​ໃຕ້​ຂອງ​ໄທ,​ເຫດ​ການ​ລະ​ເບີດ​ແລະ​ເຫດ​ການ​ໂຈມ​ຕີ​ທີ່​ເກີດ​ຂຶ້ນ​ຢ່າງ​ລຽນ​ຕິດ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ຍິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ.​ເຖິງ​ວ່າ​ເຫດ​ການ​ຈຳນວນ​ໜຶ່ງ​ແມ່ນ​​ເກີດ​ຂຶ້ນ​ຍ້ອນ​ພວກ​ຫົວ​ຮຸນ​ແຮງ​ກໍ່​ຕາມ,​ແຕ່​ຢູ່​ເບື້ອງ​ຫຼັງ​ຂອງ​ທຸກໆ​ເຫດ​ການ,​ລ້ວນ​ແຕ່​ມີ​ສາ​ເຫດ​ມາ​ຈາກ​ຄວາມ​ບໍ່​ປອງ​ດອງ​ກັນ​ລະ​ຫວ່າງ​ຊົນ​ເຜົ່າ​ແລະ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຜູ່​ເຊື່ອ​ຖື​ສາດ​ສະ​ໜາ​ທີ່​ຕ່າງ​ກັນ.

ໃນ​ໄລຍະ​ມໍ່ໆ​ມາ​ນີ້,ປະ​ເທດ​ຕາ​ເວັນ​ຕົກ​ສະ​ແດງ​ທ່າ​ທີ​ທີ່​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ບັນ​ຫາ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຊົນ​ເຜົ່າ​ທີ່​ເກີດ​ຂຶ້ນຢູ່​ເຂດ​ອາ​ຊີ​ອາ​ຄະ​ເນ,​ເອົາ​ການ​ແກ້​ໄຂ​ບັນ​ຫາ​ນີ້​ພົວ​ພັນ​ກັບ​ລະ​ບົບ​ການ​ເມືອງ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ມັກ​​ນຳ​ໃຊ້.​ແຕ່​ວ່າ,​ຄວາມ​ປັ່ນ​ປ່ວນ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ຕົກ​ແລະ​ເຂດອາ​ຟຣິ​ກາ​ເໜືອ​ນັ້ນ​ໄດ້​ສະ​ທ້ອນ​ໃຫ້​ຂໍ້​ຜິດ​ພາດ​ໃນ​ການ​ແກ້​ໄຂ​ຂອງ​ປະ​ເທດ​ຕ​າ​ເວັນ​ຕົກ​ເຫຼົ່ານີ້.

ການ​ແກ້​ໄຂ​ບັນ​ຫາ​ເຊື່ອມ​ໂຍງ​ເຂົ້າກັນ​ລະຫວ່າງ​ຊົນ​ເຜົ່າ​ຕ່າງ​ກັນ​ຕ້ອງ​ການ​ພື້ນ​ຖານ​ອັນ​ແນ່ ນອນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ.​ໃນ​ການ​ຮ່ວມ​ມື​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ອອກ,​ອາ​ຊຽນ​ຢືນ​ຢູ່​ໃນ​ຖາ​ນະ​ສຳ​ຄັນ​ຂອງ​ການ​ນຳ​ພາ.​​

ເວົ້າສຳລັບ​ປະ​ເທດ​ອາຊີ​ອາ ຄະ​ເນ,ການ​ແກ້​ໄຂ​ບັນຫາ​ຊົນ​ເຜົ່າ​ແມ່ນ​ບາດ​ກ້າວ​ສຳຄັນ​ແຫ່ງ​ການ​ຊອກ​ຫາ​ຮູບ​ແບບ​ການ​ພັດ​ທະ​ນາ​ຂອງ​ຕົນ,​ແລະ​ກໍ່​ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ພົວ​ພັນ​ເຖິງ​ການ​ພັດ​ທະ​ນາ​ຈະ​ຕໍ່​ເນື່ອງ​ໄດ້​ຫຼື​ບໍ່.​ຖ້າວ່າ​ປະ​ເທດ​ອາ​ຊຽນ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຊົນ​ເຜົ່າ​ໄດ້​ດີ,​ຂະ​ບວນ​ການ​ພັດ​ທະ​ນາ​ກໍ່​ຈະ​ໝັ້ນ​ທ່ຽງ​ກວ່າ​ເກົ່າ.