ຈີນ​ຍິນ​ດີ​ພັດທະນາ​ການ​ພົວພັນ​ທາງ​ດ້ານ​ວຽກ​ງານ​ປ້ອງ​ກັນ​ແລະ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ກັບ​ອາ​ຊຽນ

(GMT+08:00) 2012-07-31 14:14:20     cri
ວັນ​ທີ31​ກໍລະກົດ​ນີ້,ຢູ່​ທີ່ປັກ​ກິ່ງ,ທ່ານ​ເກີ​ງຢ້ຽນ​ເຊີ່ງ,​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຍິນ​ດີ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ໃນ​ທຸກ​ດ້ານ​ກັບ​ອາ​ຊຽນ ​ເຊິ່ງ​ລວມ​ທັງ​ວຽກ​ງານ​ປ້ອງ​ກັນ​ແລະ​ຮັກ​ສາ​ຄວາມ​ໝັ້ນ​ຄົງ,​ຮ່ວມ​ກັນ​ຊຸກ​ຍູ້​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.​ທ່ານ​ກ່າວ​ຢ້ຳ​ວ່າ,​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ.

ທ່ານ​ເກີ​ງຢ້ຽນ​ເຊີ່ງ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ຖະ​ແຫຼງຂ່າວ​ກ່ຽວ​ກັບ​ວັນ​ສ້າງ​ຕັ້ງ​ກອງ ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ​85​ປີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ31​ກໍ​ລະ​ກົດ​ນີ້.​ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ທະ​ເລ​ຈີນ​ໃຕ້ຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຫຼື​ບໍ່,​ທ່ານ​ກ່າວ​ວ່າ,ອັນ​ທີ່​ວ່າ​ບັນ​ຫາ​ທະ​ເລ​ຈີນ​ໃຕ້,​ເນື້ອ​ໃນ​ສຳຄັນ​ແມ່ນ​ຄວາມ​ຂັດ​ແຍ່ງ​ກັນ​ລະ​ຫວ່າງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ອະທິປະ​ໄຕ​ເໜືອ​ຫີນ​ແກ້ງຈຳນວນ​ໜຶ່ງ​ຂອງ​ໝູ່​ເກາະ​ນານ​ຊ່າ​ແລະ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ການ​ຂີດ​ແບ່ງ​ຊາຍ​ແດນ​ຂອງ​ເຂດ​ທະ​ເລ​ຈຳ​ນວນ​ໜຶ່ງ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້,​ບັນ​ຫາ​ເຫຼົ່າ​ນີ້​ຄວນ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​​ໂດຍ​ກົງ.

ໂຄສົກ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຜູ່​ນີ້​ຍັງ​ກ່າວ​ຢ້ຳວ່າ,ຈີນ​ມີ​ອະທິປະ​ໄຕເໜືອ​​ເກາະ ດອນ​ຕ່າງໆ​ແລະ​ເຂດ​ທະ​ເລ​ອ້ອມ​ແອ້ມ​ເກາະ​ດອນ​ເຫຼົ່າ​ນີ້​ທີ່​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ທີ່​ບໍ່​ສາ​ມາດ​ໂຕ້​ຖຽງ​ໄດ້,​ຈີນ​ສ້າງ​ຕັ້ງ​ອົງ​ການ​ຈັດ​ຕັ້ງ​ທີ່​ສອດ​ຄ່ອງ​ກັນ​ຢູ່​ເທິງ​ດິນ​ແດນ​ຂອງ​ຈີນ,​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຕົນ,​ໃນ​ນັ້ນ,​ການ​ສ້າງ​ຕັ້ງ​ກອງ​ບັນ​ຊາ​ການ​ທະ​ຫານ​ຢູ່​ນະ​ຄອນ​ຊ່ານ​ຊ່າ,​ແມ່ນ​ການ​ຈັດ​ວາງ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ກັບ​ສະ​ພາບ​ການ​ຂີດ​ແບ່ງ​ເຂດ​ບໍ​ລິ​ຫານ​ແລະ​ການ​ຈັດ​ຕັ້ງ​ອົງ​ການ​ທາງ​ການ​ທະ​ຫານ​ຂອງ​ຈີນ,​ບໍ່​ມີ​ການ​ພົວ​ພັນ​ຫຍັງ​ກັບ​ປະ​ເທດ​ອື່ນ.