ຈີນ​ຄອງ​ຄອຍ​ໃຫ້​ລາວ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ການ​ຄ້າ​ໂລກ​--​ສຳ​ພາດ​ທ່ານ​ນາງ​ປູ້​ຈ້ຽນ​ກົວ,​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ

(GMT+08:00) 2012-08-07 15:29:04     cri


ນາງມໍ້ສຽວລີງ,ນັກຂ່າວCRIສຳພາດທ່ານນາງປູຈ້ຽນກົວ

ຕາມ​ຂ່າວCRI: ກອງ​ປະຊຸມ​ໜ່ວຍ​ປະ​ຕິ​ບັດ​ງານ​ຄັ້ງ​ທີ​9​ກ່ຽວ​ກັບ​ການ​ເຂົ້າ​ເປັນ​ສະມາ​ຊິກ​ອົງການ​ການ​ຄ້າ​ໂລກ​ຫຼື​WTO​ຂອງ​ສປປ​ລາວ​ໄດ້​ໄຂ​ຂື້ນ​ໃນ​ວັນ​ທີ​12​ກໍ​ລະ​ກົດ​2012​ນີ້.​ໃນ​ວັນ​ທີ​2​ສິງ​ຫາ​ນີ້,​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​CRI,​ທ່ານ​ນາງ​ປູ້​ຈ້ຽນ​ກົວ,​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ກ່າວ​ວ່າ,​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​WTO​ມີ​ຜົນ​ດີ​ຕໍ່​ການ ເຂົ້າ​ຮ່ວມ​ເສດ​ຖະ​ກິດ​ໂລ​ກະ​ພິ​ວັດ​ຢ່າງ​ກວ້າງ​ຂວາງ​ແລະ​ເລິກ​ເຊິ່ງ​ກວ່າ​ເກົ່າ​ຂອງ​ລາວ,​ແລະ ຈະ​ປະ​ກອບ​ສ່ວນ​ທີ່​ດີ​ເຂົ້າ​ໃນ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ອາ​ຊຽນ, ​ຈີນ​ຄອງ​ຄອຍ​ໃຫ້​ສປປ​ລາວ​ກາຍ​ເປັນ​ສະ​ມາ​ຊິກ​ທາງ​ການ​ຂອງ​WTO.

ປະຈຸ​ບັນ​ນີ້,ການ​ເຈລະຈາສອງ​ຝ່າຍລະຫວ່າງ​ສປປລາວ​ກັບ​ສະ​ມາ​ຊິກ​WTO​ທີ່​ກ່ຽວ ຂ້ອງ​ໄດ້​ສຳ​ເລັດ​ໝົດ​ແລ້ວ,​ການ​ເຈ​ລະ​ຈາ​ຫຼາຍ​ຝ່າຍ​ພວມ​ດຳ​ເນີນ​​ໄປ​ເປັນ​ຢ່າງ​ດີ.​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ຂອງ​ລາວ​ໄດ້​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ.​ຫວ່າງ​ມໍ່ໆ​ມາ​ນີ້,​ລັດ​ຖະ​ບານ​ລາວ​ໄດ້​ອະ​ນຸ​ມັດ​ບົດ​ລາຍ​ງານ​ວຽກ​ງານ​ການ​ກະ​ກຽມ​ໃຫ້​ແກ່ການ​ເຂົ້າ​ເປັນ​ສະ​ມາ​ຊິກ​WTO.​ລາວ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ທາງ​ການ​ທີ​157​ຂອງ​WTO​ກ່ອນ​ການ​ໄຂ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ​9​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ໃນ​ເດືອນ​ພະ​ຈິກ​ປີ​ນີ້.

ທ່ານ​ນາງ​ປູ້​ຈ້ຽນກົວ​ຊີ້​ອອກ​ວ່າ: "ລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກຈະ​ມີ​ຜົນ​ດີ​ຕໍ່​ການ​ເຂົ້າ​ຮ່ວມ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ຢ່າງ​ກວ້າງ​ຂວາງ​ແລະ​ເລິກ​ເຊິ່ງ​ກວ່າ​ເກົ່າ,​ດຶງ​ດູດການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ,​ຊຸກ​ຍູ້​ການ​ຄ້າ​ກັບ​ຕ່າງ​ປະ​ເທດ,​ມີ​ຜົນ​ດີ​ຕໍ່​ສປປ​ລາວ​ໃນ​ການ​ຊຸກ​ຍູ້​ພາ​ລະ​ກິດ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແລະ​ປ່ຽນ​ແປງ​ໃໝ່,​ເຮັດ​ໃຫ້​ຈັງ​ຫວະ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ແລະ​ສັງ ຄົມ​ລາວ​ເລັ່ງ​ໄວ​ຂຶ້ນ,​ຊຶ່ງ​ຈະ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ຂອງ​ລັດ​ຖະ​ບານ​ລາວ​ຢ່າງ​ສຳ​ເລັດ​ຜົນ.​ນອກ​ນີ້, ລາວ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​WTO​ຈະ​ສ້າງ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ອັນ​ໃໝ່​ເຂົ້າ​ໃນ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ,​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເສດ​ຖະ​ກິດ​ອາ​ຊຽນ."

ລາວ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະມາ​ຊິກ​ອົງການ​ການ​ຄ້າ​ໂລກ​ເມື່ອ​ປີ1997.​ຕະ​ຫຼອດ​15​ປີ​ຜ່ານ​ມາ,​ລາວ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ຫຼາຍ​ຄັ້ງ​ແລະ​ທຸກ​ຍາກ​ກັບ​ບັນ​ດາ​ສະ​ມາ​ຊິກ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ນີ້​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ ​ເຊັ່ນ:​ພາ​ສີ​ແລະ​ເງື່ອນ​ໄຂ​ໃນ​ການ​ອະ​ນຸ​ມັດ​ໃຫ້​ເຂົ້າ​ສູ່​ຕະ​ຫຼາດ,​ໄດ້​ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເກືອບ​ພັນ​ລາຍ​ຂອງ​ຝ່າຍ​ຕ່າງໆ​ເກືອບ​ພັນ​ລາຍ​ການ.​ລາວ​ຍັງ​ໄດ້​ດັດ​ແກ້​ກົດ​ໝາຍ​ການ​ຄ້າ​ຂອງ​ລາວ,​ເພື່ອ​ສອດ​ຄ່ອງ​ກັບ​ຫຼັກ​ການ​ແລະ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​WTO.

ທ່ານ​ນາງ​ປູ​ຈ້ຽນກົວ​ກ່າວຕື່ມ​ວ່າ:​"​ໃນ​ຖານະ​ເປັນ​ປະ​ເທດ​ບ້​ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,​ເພື່ອນ​ມິດ​ທີ່​ດີ,​ສະ​ຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ,​ແຕ່​ໃດ​ມາ,ຈີນ​ໄດ້​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ລາວ​ເພື່ອ​ບັນລຸ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ແຫ່ງ​ຊາດມາ​ໂດຍ​ຕະ​ຫຼອດ,​ສະ​ໜັບ​ສະ​ໜູນ​ສປປ​ລາວ​ໃນ​ການ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ​ຕົນ​ໃນ​ເວ​ທີ​ສາກົນ,​ແລະ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊຸກ​ຍູ້​ໃນ​ຂະ​ບວນ ການ​ທີ່​ລາວ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງການ​ການ​ຄ້າ​ໂລກ."

ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ປູ້​ຈ້ຽນ​ກົວກ່າວຕື່ມ​ວ່າ:ດ້ານ​ໜຶ່ງ,​ຈີນ​ໄດ້ຕັ້ງ​ໜ້າ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ດ້ານ​ຫຼາຍ​ຝ່າຍ,​ເລັ່ງ​ລັດ​ຂະ​ບວນ​ການ​ທີ່​ລາວ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ.​ອີງ​ຕາມ​ຫຼັກ​ການ​ສັນ​ຍາ​ສອງ​ຝ່າຍ​ກ່ຽວ​ກັບ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ທີ່​ຈີນ​ເຊັນ​ກັບ​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ທີ່​ສຸດ,​ຈີນ​ໄດ້​ເຮັດ​ໃຫ້​ຂັ້ນ​ຕອນ​ການ​ເຈ​ລະ​ຈາ​ກັບ​ລາວ​ກ່ຽວ​ກັບ​ການ​ອະ​ນຸ​ມັດ​ເຂົ້າ​ຕະ​ຫຼາດ​ໃຫ້​ກະ​ທັດ​ຮັດ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.​ຈີນ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ເຊັນ​ສັນ​ຍາ​ສອງ​ຝ່າຍ​ກັບ​ລາວ​ໄວ​ກ່ອນ​ໝູ່.​ໃນ​ກອງ​ປະ​ຊຸມ​ວຽກ​ງານ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ທຸກ​ຄັ້ງ​ທີ່​ຜ່ານ​ມາ,​ຈີນ​ກ່າວ​ເນັ້ນ​ວ່າ​ປະ​ເທດ​ສະ​ມາ​ຊິກ​ຄວນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ກ່ຽວ​ກັບ​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ທີ່​ສຸດ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​2002,​ຮຽກ​ຮ້ອງ​ໃຫ້​ເອີ​ຣົບ​ແລະ​ອາ​ເມ​ລິ​ກາ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ຕົວ​ຈິງ​ໃນ​ດ້ານ​ການ​ພັດ​ທະ​ນາ​ທາງ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ຂອງ​ລາວ,​ຫຼຸດ​ຄວາມ​ຮຽກ​ຮ້ອງ​ທີ່​ກ່ຽວ​ຂ້ອງ​ຕໍ່​ລາວ​ໃຫ້​ໜ້ອຍ.​ຈີນ​ຍັງ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ສຳ​ເລັດ​ການ​ເຈ​ລະ​ຈາ​ກັບ​ລາວ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ນັບ​ແຕ່​ການ​ເຈລະຈາ​ເຂົ້າ​ສູ່​ໄລຍະ​ສຳຄັນ​ໃນ​ປີ2009​ມາ​ນີ້,​ທ່ານ​ທູດ​ຈ່າງ​ຊ້ຽງ​ເສິນ ແລະ​ທ່ານ​ເອກ​ອັກຄະ​ລັດ​ຖະ​ທູດ​ອີ້​ສຽວ​ຈຸນ​ຂອງ​ຄະ​ນະ​ຜູ່​ແທນ​ຖາວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ການ​ຄ້າ​ໂລກ​​ໄດ້​ດຳລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ຂອງ​ໜ່ວຍ​ງານ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ​ຕາມ​ລຳ​ດັບ.​ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ປະ​ທານ​ຝ່າຍ​ຈີນ,​ຂະ​ບວນ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ຂອງ​ລາວ​ໄດ້​ເລັ່ງ​ລັດ​ໄວ​ຂຶ້ນ​ຢ່າງ​ຈະ​ແຈ້ງ.​ປີ​2011,​ການ​ເຈ​ລະ​ຈາ​ສອງ​ຝ່າຍ​ລະ​ຫວ່າງ​ລາວ​ກັບ​ບາງ​ປະ​ເທດ​ໄດ້​ປະ​ສົບ​ອຸ​ປະ​ສັກ,​ທ່ານ​ທູດ​ອີ້​ສຽວ​ຈຸນ​ໃນ​ຖາ​ນະ​ເປັນ​ປະ​ທານ​ໜ່ວຍ​ງານ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ​ໄດ້​ປະ​ກອບ​ສ້າງ​ຕັ້ງ​ໜ່ວຍ​ງານ​ປະ​ສານ​ງານ​ຂອງ​ປະ​ທານ​3​ຝ່າຍ​ເພື່ອ​ໄກ່​ເກ່ຍ​ຢ່າງ​ຕັ້ງ​ໜ້າ,​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ,​ຊຸກ​ຍູ້​ໃຫ້​ການ​ເຈ​ລະ​ຈາ​ສຳ​ເລັດ​ຜົນ​ໃນ​ທີ່​ສຸດ.​ອົງ​ການ​WTO​ຍ້ອງ​ຍໍ​ໃນ​ລະ​ດັບ​ສູງ​ຕໍ່​ປະ​ທານ​ຝ່າຍ​ຈີນ​ທີ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ,​ແລະ​ຖື​ລາວ​ເປັນ​ແບບ​ຢ່າງ​ຂອງ​ຂະ​ບວນ​ການ​ປະ​ທານ​ນຳ​ພາ​ເຂົ້າ​ເປັນ​ສະ​ມາ​ຊິກ​WTO,​ແລະ​ຕັ້ງ​ໜ້າ​ແນະ​ນຳ​ບົດຮຽນ​ນີ້​ໃຫ້​ປະ​ເທດ​ສະ​ມາ​ຊິກ​ອື່ນໆ.

ອີກ​ດ້ານ​ໜຶ່ງ,ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ລາວ​ຈີນໄດ້ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ລາວ​ເພື່ອ​ເສີມ​ສ້າງ​ຄວາມ​ສາ​ມາດ.​ເລີ່ມ​ແຕ່​ປີ​2004​ເປັນ​ຕົ້ນ​ມາ,​ຈີນ​ໄດ້​ຈັດ​ຊຸດ​ຝຶກ​ອົບ​ຮົມ​ໃຫ້​ລາວ​ກ່ຽວ​ກັບ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​WTO​ແລະ​ການ​ຄ້າ​ສອງ​ຝ່າຍ,​ເຊື້ອ​ເຊີນ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ລາວ​ໄປ​ຄົ້ນ​ຄວ້າ​ຮ່ຳຮ​ຽນ​ຢູ່​ຈີນ.ຈີນ​ຍັງ​ໄດ້​ຈັດ​ວາງ​ໃຫ້​ເຈົ້າ​ໜ້າ​ທີ່​ພາກ​ສ່ວນ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​WTO.​ປີ​2012,​ທ່ານ​ທູດ​ອີ້​ສຽວ​ຈຸນ​ໄດ້​ໄປ​ຢ້ຽມ​ຢາມ​ລາວ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ກັບ​ພາກ​ສ່ວນ​ຕ່າງໆທີ່ກ່ຽວຂ້ອງ​ຂອງ​ລາວ​ເຊັ່ນ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແລະ​ກະ​ຊວງ​ການ​ເງິນ​ເພື່ອ​ແນະ​ນຳ​ບົດ​ຮຽນ​ຂອງ​ຈີນ​ໃນ​ດ້ານ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​WTO​ແລະ​ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.​ທ່ານ​ທອງ​ສິງ​ທຳ​ມະ​ວົງ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ຕ້ອນ​ຮັບ​ທ່ານ​ທູດ​ອີ້​ສຽວ​ຈຸນ,​ທ່ານ​ນາ​ຍົກ​ທອງ​ສິງ​ທຳມະວົງກ່າວຂອບ​ໃຈ​ນຳ​ລັດ​ຖະ​ບານ​ຈີນ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ,​ຫວັງ​ວ່າ​ຈີນ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ,​ຊ່ວຍ​ຊຸກ​ຍູ້​ໃຫ້​ລາວ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ໂດຍ​ໄວ.

ທ່ານ​ນາງ​ປູ້​ຈ້ຽນ​ໂກວກ່າວຢ້ຳ​ວ່າ:"​ໃນ​ໄລຍະ​ສຸດ​ທ້າຍ​ທີ່​ລາວ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ,​ຈີນ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ລາວ​ຄື​ທີ່​ປະ​ຕິ​ບັດ​ຜ່ານ​ມາ.​ຈີນ​ຄອງ​ຄອຍ​ວ່າ​ລາວ​ຈະ​ສຳ​ເລັດ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​WTO​ຢ່າງ​ເປັນ​ທາງ​ການ​ກ່ອນ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ເອີ​ຣົບ​ຫຼື​ອາ​ເຊັມ​ຄັ້ງ​ທີ​9​ໄຂ​ຂຶ້ນ,​ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ຢູ່​ພາຍ​ໃຕ້​ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ​ຂອງ​WTO,​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ,​ຮ່ວມ​ມື​ກັນ​ກ້າວ​ໄປ​ໜ້າ,​ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ຕົວ​ຈິງ​ຢ່າງ​ມີ​ໄມຕີ​ຈິດ​ມິດ​ຕະ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ,​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ຕົນ,​ພາກ​ພື້ນ​ແຫ່ງ​ນີ້​ກໍ່​ຄື​ຂອງ​ໂລກ."