ຜົນ​ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​ໃນ​ໂອ​ລິ​ມປິກ​ລອນ​ດອນ​ໃນ​ວັນ​ທີ 7 ສິງຫາ

(GMT+08:00) 2012-08-08 11:21:04     cri
ຕາມ​ຂ່າວCRI: ວັນ​ທີ 7 ສິງຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ດໍາ​ເນີນ​ການ​ແຂ່ງຂັນເປັນມື້​ທີ 11 ແລ້ວ, ​ໃນ​ມື້​ນັ້ນ​ມີ​ການ​ຊິງ​ໄຊ​ທັງ​ໝົດ 21 ​ຫຼຽນ​ຄຳ. ​ໃນ​ຈຳນວນ​ນີ້ຄະນະ​ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ 3 ຫຼຽນ​​​ໃນ​ລາຍການ​ກາ​ຍະ​ກຳ​ແລະ​ລາຍການ​ປິ່ງ ປ່ອງ.  ຍັງສືບ​ຕໍ່ເປັນອັນ​ດັບ​ທີ​ໜຶ່ງ​​ໃນ​ຕາຕະລາງ​ສະຫຼຸບ​ຫຼຽນດ້ວຍຈຳນວນຫຼຽນ​ຄຳ 34 ຫຼຽນ.



​ໃນ​ວັນ​ທີ 7 ສິງຫາ​ນີ້ຂ່າວ​ທີ່​ໜ້າ​ສົນ​ໃຈ​ຂອງ​ງານ​ກິລາ​ໂອ​ລິ​ມປິກລອນ​ດອນ​ກໍ​ຄື​ທ້າວ​ລິວ​ສຽງ, ນັກ​ກິລາ​ທີ່​ມີ​ຊື່​ສຽງ​​ໃນ​ການ​ແລ່ນ​ຂ້າມ​ຮົ້ວ​ໄລຍະ 110 ​ແມັດ​ຂອງ​ຈີນ​ບໍ່​ສາມາດ​ຜ່ານ​​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ຄັດ​ເລືອກ​ໄດ້, ​ເລີຍ​ບໍ່​ມີ​ຄະ​ແນນ​ໃນ​ການ​ແຂ່ງຂັນ​ຮອບ​ຄັດ​ເລືອກ. ​ໃນ​ເວລາ​ເຕັ້ນ​ຂ້າມ​ຮົ້ວ​ທຳ​ອິດ, ທ້າວ​ລິວ​ສຽງ​ເຕັ້ນ​ບໍ່​ຫວິດ​ເລີຍ​ລົ້ມ​ລົງ​ແລະ​ໄດ້​ຮັບ​ບາດ​ເຈັບ​ທີ່​ຂໍ້​ຕີນ​ເບື້ອງ​ຂວາ, ທີ່​ເຄີຍ​ບາດ​ເຈັບ​ເມື່ອ​ໂອ​ລິ​ມປິກ 4 ປີ​ກ່ອນ​ທີ່​ປັກ​ກິ່ງ, ​ເຖິງ​ວ່າ​ຂາ​ຂວາ​ຂອງ​ລາວ​ບາດ​ເຈັບ, ​ແຕ່​ລາວ​ກໍ​ຍັງ​ສືບ​ຕໍ່​ເຕັ້ນ​ຂາດ​ດຽວ​ຈົນ​ໄປ​ຮອດ​ເສັ້ນ​ໄຊ, ຖື​ວ່າ​ເປັນ​ການສິ້ນ​ສຸດ​ການ​​ແຂ່ງຂັນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ.
ນ້ຳ​ໃຈ​ຂອງ​ທ້າວ​ລິວ​ສຽງ​ໄດ້​ຮັບ​ຄວາມຊົມ​ເຊີຍ​ຈາກ​ປະຊາຊົນ​​ໃນ​ທົ່ວ​ໂລກ. ​ໃນ​ເວລາ​ເຫັນ​ທ້າວ​ລິວ​ສຽງ​ລົ້ມ​ລົງ​ບໍ່​ສາມາດ​ຂຶ້ນການ​ແຂ່ງຂັນ​ຮອບຊິງ​ຊະນະ​ເລີດ, ​ໂຄສົກ​ຂອງBBC​ເວົ້າ​ຢ່າງ​ເສຍດາຍ​ວ່າ:"ນີ້​ແມ່ນ​ການ​ແຂ່ງຂັນ​ທີ່ໜ້າ​ເສຍດາຍ​ຫຼາຍ, ພາຍຫຼັງ​ລົ້ມ​ແລ້ວ​ລາວ​ຈັບ​ຕີນ​ຂອງ​ຕົນ​​ໂດຍ​ຕະຫຼອດ, ບໍ່​ສາມາດ​ຢືນ​ຂຶ້ນ. ອະດີດ​​ແຊັມປຽນ​ຂອງ​ງານ​ກິລາ​ໂອ​ລິ​ມ​ປິກ, ວິລະ​ຊົນ​ຂອງ​ທຸກ​ຄົນ​ກໍ່​ເສຍ​ໄຊ​ແລ້ວ."


ທ້າວ​​ໄອ​ຕິ ​ເທີ​ເນີ, ນັກ​ກິລາ​ອັງກິດ​ທີ່​ແຂ່ງຂັນ​ກັນ​ກັບ​ທ້າວ​ລິ​ວສຽງ​ແລະ​ໄດ້​ທີ​ໜຶ່ງ​ໃນກຸ່ມ​ນີ້​ເວົ້າ​ວ່າ:"ຂ້ອຍ​ຮູ້ສຶກ​ເສຍດາຍ​ຫຼາຍ, ຍ້ອນ​ວ່າ​ລິວ​ສຽງ​ແມ່ນ​ນັກ​ກິລາ​​ແລ່ນ​ຂ້າມ​ຮົ້ວ​ດີ​ທີ່​ສຸດ​ໃນ​ຫົວ​ໃຈ​ຂອງ​ຂ້ອຍ."

ວັນ​ທີ 7 ສິງຫາ​ນີ້, ລາຍການ​ເຕະບານ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ດຳ​ເນີນ​ການ​ແຂ່ງຂັນ​ຮອບ​ຮອງ​ຊະນະ​ເລີດ, ທິມຍີ່ປຸ່ນ​ເສຍ​ໃຫ້​ທິມ​ແມັກ​ຊິກ​1ປະ​ຕໍ​ຕໍ່3, ທິມສ.​ເກົາຫຼີ​ໄດ້​ເສຍ​ໃຫ້​ທິມ​ເບຼຊີນ0ປະຕູ​ຕໍ່3, ​ທິມ​ແມັກ​ຊິກ​ແລະ​ທິມ​ເບຼຊິນ​​ໄດ້​ເຂົ້າ​ແຂ່ງ​ໃນ​ຮອບ​ຊິງ​ຊະນະ​ເລີດ.

1 2 3 4 5