ຜົນ​ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​ໃນ​ໂອ​ລິ​ມປິກ​ລອນ​ດອນ​ໃນ​ວັນ​ທີ 10 ສິງຫາ

(GMT+08:00) 2012-08-11 14:28:54     cri


ຕາມ​ຂ່າວCRI: ວັນ​ທີ 10 ສິງຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ດຳ​ເນີນ​ການ​ແຂ່ງຂັນ​ເປັນ​ມື້​ທີ 14 ​ແລ້ວ, ​ໃນ​ມື້​ນີ້​ມີ​ການ​ຊິງ​ໄຊ​ທັງ​ໝົດ 17 ຫຼຽນ​ຄຳ.


​ໃນ​ຕອບ​ບ່າຍ​ວັນ​ທີ 10 ສິງຫາ​ນີ້, ທິມກິລາ​ລະບຳ​ໃນ​ນ້ຳ​ເພດ​ຍິງ​ຈີນ​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ​ປະຫວັດສາດ, ​ໄດ້​ຫຼຽນ​ເງິນ​​ໃນ​ການ​ແຂ່ງຂັນໝູ່​ຄະນະ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ດ້ວຍ​ 194,01 ຄະ​ແນນ, ທິມຣັດ​ເຊຍ​ໄດ້​ປ້ອງ​ກັນຫຼຽນ​ຄຳ​ໄວ້​ໄດ້​ແລະ​ທິມ​ແອັສປາຍ​ໄດ້​ຫຼຽນ​ທອງ.


​ໃນ​ດ້ານ​ຕາຕະລາງ​ສະຫຼຸບຫຼຽນ, ຄະນະ​ນັກ​ກິລາ​ອາ​ເມ​ລິ​ກາ​ໄດ້​ຫຼຽນ​ຄຳ 2 ຫຼຽນ, ສືບ​ຕໍ່​ຢູ່​ອັນ​ດັບ​ທີ​ໜຶ່ງ​ໃນ​ຕາຕະລາງ​ສະຫຼຸບ​ຫຼຽນ​ດ້ວຍ​ຫຼຽນ​ຄຳ 41 ຫຼຽນ, ຫຼຽນ​ເງິນ 26 ຫຼຽນ​ແລະ​ຫຼຽນ​ທອງ 27 ຫຼຽນ. ສ່ວນ​ຄະນະ​ນັກ​ກິລາ​ຈີນ​ຢູ່​ອັນ​ດັບ​ທີ​ສອງ​ດ້ວຍ​ຫຼຽນ​ຄຳ 37 ຫຼຽນ, ຫຼຽນ​ເງິນ 25 ຫຼຽນ​ແລະ​ຫຼຽນ​ທອງ 19 ຫຼຽນ. ຄະນະ​ນັກ​ກິລາ​ອັງກິດ​ເຊິ່ງ​ເປັນ​ເຈົ້າພາບ​ຢູ່​ອັນ​ດັບ​ທີ 3, ຣັດ​ເຊ​ຍ​ເປັນອັນ​ດັບ​ທີ 4 ​ແລະ​ສ.​ເກົາຫຼີ​ເປັນອັນ​ອັບ​ທີ 5.