ຜົນ​ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​ໃນ​ໂອ​ລິ​ມປິກ​ລອນ​ດອນ​ໃນ​ວັນ​ທີ 11 ສິງຫາ

(GMT+08:00) 2012-08-12 15:08:59     cri

 ຕາມ​ຂ່າວCRI: ວັນ​ທີ 11 ສິງຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ຍັງ​ອີກ 2 ມື້ງານ​ກິລາ​ໂອ​ລິມປິກ​ລອນ​ດອນກໍ​ຈະ​ສິ້ນ​ສຸດການ​ແຂ່ງຂັນ​ແລ້ວ, ​ໃນ​ມື້​ນີ້​ມີ​ການ​ຊິງ​ໄຊ​ທັງ​ໝົດ 32 ຫຼຽນ​ຄຳ, ​ເປັນ​ມື້​ທີ່​ຊິງ​ໄດ້​ຫຼຽນ​ຄຳຫຼາ​ຍທີ່​ສຸດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​.

​ໃນ​ການ​ແຂ່ງຂັນ​ກິລາມວຍສາກົນ​ເພດ​ຊາຍ​ລຸ້ນ 49 ກິ​ໂລຮອບຊິງ​ຊະນະ​ເລີດ, ທ້າວ​ໂຈ່​ວຊື້​ມິ​ງ, ນັກ​ກິລາ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ສາມາດ​ປ້ອງ​ກັນ​ຫຼຽນ​ຄຳ​ໄວ້​​ໄດ້.

​ໃນ​ການ​ແຂ່ງ​ຂັນ​ໂດດ​ນ້ຳຈາກ​ແທ່ນ​ 10 ​ແມັດ​ເພດ​ຊາຍ​ດ່ຽວ, ທ້າວ​ໂບເດຍ ​​ເດສ໌​ວິດ, ນັກ​ກິລາ​ທີ່​ມີ​ຊື່​ສຽງຂອງ​ອາ​ເມ​ລິ​ກາ​ຊິງ​ໄດ້​ຫຼຽນ​ຄຳ, ທ້າວ​ຊິ່ວ​ໂປ່, ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ເງິນ, ທ້າວ​​​ແດ​ລິ ​ໂທ​ມັສ໌, ນັກ​ກິລາ​ອັງກິດ​ໄດ້​ຫຼຽນ​ທອງ. ຮອດ​ນີ້​ລາຍການ​ໂດດ​ນ້ຳຂອງ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້​ໄດ້​ສິ້ນ​ສຸດ​ລົງ​ໝົດ​ແລ້ວ, ທິມ​ໂດດ​ນ້ຳຂອງ​ຈີນ​ໄດ້​ຫຼຽນ​ຄຳ 6 ຫຼຽນ​ໃນ​ທັງ​ໝົດ 8 ຫຼຽນ​ຄຳ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້.

​ໃນ​ການ​ແຂ່ງຂັນປັນ​ຈັກ​ຊີ​ລັດສະ​ໄໝ​ໃໝ່​ເພ​ດຊາຍ, ລ້ວມມີ​ລອຍ​ນ້ຳ, ຍິງ​ປືນ, ​ແລ່ນ, ຂີ່​ມ້າ, ຟັນດາບ 5 ຢ່າງ​ຢູ່​ນຳ​ກັນ, ທ້າວ​ຊາວ​ຈົ່ງ​ຢົງ​, ນັກ​ກິລາ​ຈີນຊິງ​ໄດ້​ຫຼຽນ​ເງິນ, ນີ້​ແມ່ນ​ທິມຈີນ​ໄດ້​ຫຼຽນ​ລາງວັນ​ຫຼຽນທຳ​ອິດ​ໃນ​ລາຍການ​ດັ່ງກ່າວ. ທ້າວສະ​ໂວ​ໂບ​ດາ ​​ແດ​ວິດ, ນັກ​ກິລາສາທາລະນະ​ລັດ​​ເຊັກ​ຊິງ​ໄດ້​ຫຼຽນ​ຄຳ.

​ໃນ​ການ​ແຂ່ງຂັນ​​ແລ່ນ​ຕໍ່​​ໄມ້ 4 ຄຸນ 100 ​ແມັດ​ເພດ​ຊາຍ, ທິມຈາ​ໄມ​ກາ​ສາມາດ​ປ້ອງ​ກັນ​ຫຼຽນ​ຄຳ​ໄວ້​ໄດ້​ແລະ​ໄດ້​ມ້າງ​ສະຖິຕິ​ໂລກ​ດ້ວຍ​ 36,84 ວິນາທີ, ທິມອາ​ເມ​ລິ​ກາ​ໄດ້​ຫຼຽນ​ເງິນ, ທິມຕຼີນີ​ແດັດ​ແລະ​ໂຕ​ບາ​ໂກ​ໄດ້​ຫຼຽນ​ທອງ.

​ໃນການ​ແຂ່ງຂັນ​ເຕະບານ​ເພດ​ຊາຍ​ຮອບ​ຊິງ​ຊະນະ​ເລີດ, ທິມ​ແມັກ​ຊິກ​ໄດ້​ເອົາ​ຊະນະ​ທິມ​ເບຼຊິນ​ດ້ວຍ 2 ປະຕູ​ຕໍ່ 1 ​ແລ້ວ​ໄດ້​ຫຼຽນ​ຄຳ.

​ໃນ​ການ​ແຂ່ງຂັນ​ບານ​ສົ່ງ​ເພດ​ຍິງ, ທິມ​ເບຼຊິນ​ໄດ້​ຫຼຽນ​ຄຳ, ທິມອາ​ເມ​ລິ​ກາ​ໄດ້​ຫຼຽນ​ເງິນ​ແລະ​ທິມສ.​ເກົາຫຼີ​ໄດ້​ຫຼຽນ​ທອງ.

​ໃນ​ການ​ແຂ່ງຂັນ​ບານບ້ວງ​ເພດ​ຍິງ, ທິມອາ​ເມ​ລິ​ກາ​ໄດ້​ຫຼຽນ​ຄຳ, ທິມຝລັ່ງ​ໄດ້​ຫຼຽນ​ເງິນ, ທິມອົສຕຼາລີ​ໄດ້​ຫຼຽນ​ທອງ.

​ມາ​ຮອດວັນ​ທີ 11 ສິງຫາ​ນີ້, ລາຍການ​ແຂ່ງຂັນ​ສ່ວນ​ຫຼາຍ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ປະຈຸ​ບັນ​ມີ 84 ປະ​ເທດ​​ໄດ້​ຫຼຽນລາງວັນ, ​ໃນ​ນັ້ນ​ມີ 53 ປະ​ເທດ​ໄດ້​ຫຼຽນ​ຄຳ. ອາ​ເມ​ລິ​ກາ​​ເປັນອັນ​ດັບ​ທີໜຶ່ງ, ຈີນ​ແມ່ນ​ອັນ​ດັບ​ທີ​ສອງ, ອັງກິດ​ເປັນ​ອັນ​ດັບ​ທີ 3, ຣັດ​ເຊຍ​ເປັນ​ທີ​ສີ່, ສ.​ເກົາຫຼີ​ເປັນ​ທີ 5​ແລະ​ເຢຍລະ​ມັນ​ເປັນ​ທີ 6.

1 2 3 4 5 6