ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ຍີ່ປຸ່ນ​ບໍ່​ຄວນ​ໃຊ້​ການ​ກະທຳ​ທີ່​ຂົ່ມ​ຂູ່​ເຖິງ​ຄວາມ​ປອດ​ໄພຂອງ​ນັກ​ເຄື່ອນ​ໄຫວ​ປ້ອງ​ກັນ​ເກາະ​ຕ້ຽວ​ອີ​ແລະ​ຊັບ​ສິນ​ຂອງ​ຈີນ

(GMT+08:00) 2012-08-15 16:55:04     cri
ກ່ຽວ​ກັບ​ເລື່ອງ​ທີ່​ກຳ​ປັ່ນ​ປ້ອງ​ກັນ​ເກາະ​ຕ້ຽວ​ອີ​ຂອງ​ຮົງ​ກົງ​ເດີນ​ເຮືອ​ໄປ​ເກາະ​ຕ້ຽວ​ອີ, ວັນ​ທີ15​ສິງຫາ​ນີ້, ທ່ານ​ສິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ຈີນ​ມີຫຼັກ​ໝັ້ນ​ອັນ​ຈະ​ແຈ້ງ​ແລະ​ໝັ້ນ​ໜຽວ​ຕໍ່​ບັນຫາ​ເກາະ​ຕ້ຽວ​ອີ. ຈີນ​ໄດ້ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ໃກ້ຊິດ ​ແລະ​ຮຽກຮ້ອງ​ວ່າ ຍີ່ປຸ່ນ​ບໍ່​ຄວນ​​ໃຊ້​ການ​ກະທຳ​ໃດໆ​ທີ່​ຂົ່ມຂູ່​ເຖິງ​ຄວາມ​ປອດ​ໄພ​ຂອງ​ນັກ​ເຄື່ອນ​ໄຫວ​ປ້ອງ​ກັນ​ເກາະ​ຕ້ຽວ​ອີ​ແລະ​ຊັບ​ສິນ​ຂອງ​ຈີນ.

ຂ່າວ​ແຈ້ງວ່າ, ວັນ​ທີ15​ສິງຫາ​ນີ້, ກຳ​ປັ່ນ​ຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ເກາະ​ຕ້ຽວ​ອີ​ຮົງ​ກົງ​ໄດ້​ເດີນ​ເຮືອ​ໄປ​ເກາະ​ຕ້ຽວ​ອີ. ຕໍ່​ເລື່ອງ​ນີ້, ທ່ານ​ສິນ​ກ່າງ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ.