ຈີນ​ຫວັງ​ວ່າ ຍີ່ປຸ່ນ​ຈະເຄົາລົບ​ຄຳ​ໝັ້ນ​ສັນຍາ​ແລະ​ໃຊ້​ການ​ກະທຳ​ຕົວ​ຈີງ​ເພື່ອ​ຮັກສາ​ພື້ນຖານ​ຂອງການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ

(GMT+08:00) 2012-08-15 17:16:07     cri
ວັນ​ທີ15ສິງຫາ​ນີ້, ທ່ານ​ຢຸອິຊິ​ໂຣ ຮສ​ຕະ, ກະຊວງຄົມມະນາຄົມ​ຂົນ​ສົ່ງ​ແລະ​ການທ່ອງທ່ຽວ​ແລະທ່ານ​ຈິນ ມັດ​ຊຸ​ບາຣະ, ປະທານ​ຄະນະ​ກຳມະການຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ​ຍີ່ປຸ່ນ​ໄດ້​ໄປສັກກາລະ​ບູຊາ​ ວັດ "ຢາ​ຊູ​ຄູ​ນີ". ທ່ານ​ສິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ນີ້​ຕໍ່​ນັກ​ຂ່າວ​ວ່າ, ຈີນ​ຫວັງ​ວ່າ ຍີ່ປຸ່ນຈະ​ເຄົາລົບ​ຄຳ​ໝັ້ນ​ສັນຍາ​ທີ່​ຍອມຮັບ​ແລະ​ພິຈາລະນາ​ຄືນ​ໃໝ່​ຕໍ່​ປະຫວັດ ການ​ຮຸກ​ຮານ, ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ຮັກສາ​ພື້ນຖານ​ຂອງການ​ພົວພັນ​ລະ ຫວ່າງ​ຈີນ​ກັບ​ຍີ່ປຸ່ນ.

ທ່ານ​ສິນ​ກ່າງ​ກ່າວ​ວ່າ, ທາດ​ແທ້ຂອງບັນຫາ​ວັດ "ຢາ​ຊູ​ຄູນີ" ​ແມ່ນ​​ເປັນ​ສິ່ງ​ທີ່​ຢັ້ງຢືນ​ໃຫ້ຍີ່ປຸ່ນ​ສາມາດ​ຮັບ​ຮູ້​ແລະ​ປະຕິບັດ​ຕໍ່​ປະຫວັດສາດ​ໃນ​ການ​ຮຸກຮານ​ຂອງລັດທິ​ທະຫານ​ຢ່າງ​ຖືກຕ້ອງ​ຫຼື​ບໍ່​, ສາມາດ​ເຄົາລົບ​ປະຊາຊົນ​ອາ​ຊີທີ່​ຖືກ​ທຳຮ້າຍ ​ເຊິ່ງລວມທັງ​ປະຊາຊົນ​ຈີນຫຼື​   ບໍ່​. ຍີ່ປຸ່ນຈະ​ຖື​ປະຫວັດສາດ​ເປັນ​​ແວ່ນ​ແຍງ​ຢ່າງ​ແທ້​ຈິງ, ຖອດ​ຖອນ​ບົດ​ຮຽນຈາກ​ປະຫວັດສາດ​ແລະ​ຮ່ວມ​ກັບ​ປະຊາຊົນ​ອາຊີ​ຫັນ​ໜ້າ​ໄປ​ສູ່​ອະນາຄົດ​ຫຼື​ບໍ່ນັ້ນ, ສິດ​​ແມ່ນ​ຢູ່​ໃນກຳ​ມື​ຂອງ​ຍີ່ປຸ່ນ​ເອງ.