ຈີນ​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ເຄັ່ງຂຶມ​ຕໍ່​ຍີ່ປຸ່ນ​ທີ່​ໄດ້​ຈັບ​ປະຊາຊົນ​ຈີນ​ຢູ່​ເກາະ​ຕ້ຽວ​ອີຢ່າງ​ຜິດ​ກົດໝາຍ

(GMT+08:00) 2012-08-16 16:14:59     cri
ວັນ​ທີ15​ສິງຫາ​ນີ້, ທ່ານ​ນາງ​ຟູ້ຢີງ, ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຮຽກພົບ​ທ່ານຢູອິຊິ​ໂຣ ນິວະ, ​ເອກ​ອັກຄະ​ລັດ​ຖະທູດ​ຍີ່ປຸ່ນ​ປະຈຳ​ຈີນ​ເຂົ້າ​ພົບ​ໂດຍ​ດ່ວນ, ​ແລະ​ລົມ​ໂທລະ​ສັບ​ກັບ​ທ່ານ, ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ, ​ໂດຍ​ໄດ້​ຕໍ່​ວ່າຕໍ່​ຂາ​ນຢ່າງ​ເຄັ່ງຂຶມ​ຕໍ່​ຍີ່ປຸ່ນ​ທີ່​ໄດ້​ຈັບ​ປະຊາຊົນ​ຈີນ​ຢູ່​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດໝາຍ.ທ່ານ​ນາງຟູ້ຢິງ​ໄດ້​ກ່າວ​ຢ້ຳຫຼັກກໝັ້ນ​ຂອງ​ຈີນທີ່​ມີ​ຕໍ່ອະທິປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ, ທວງ​ໃຫ້ຍີ່ປຸ່ນ​ຈົ່ງຮັບປະ​ກັນຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ຈີນ14​ຄົນ​ແລະ​ປ່ອຍ​ຕົວ​ເຂົາ​ເຈົ້າ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃນ​ທັນທີ.