ທ່ານ​ລຽງ​ເຈີ້ນ​ອີ່ງ,​ຜູ່​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຮຽກ​ພົບ​ຫົວ​ໜ້າ​ກົງ​ສູນ​ໃຫຍ່​ຂອງ​ຍີ່​ປຸ່ນ​ປະ​ຈຳ​ຮົງ​ກົງ,​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ​ປ່ອຍ​ນັກ​ເຄື່ອນ​ໄຫວປ້ອງ​ກັນ​ເກາະ​ຕ້ຽວ​ຢູ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ

(GMT+08:00) 2012-08-16 16:31:59     cri
ພາຍຫຼັງ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ໄປ​ນະຄອນ ຫຼວງໂຕ​ກຽວ​ຂອງ​ຍີ່​ປຸ່ນ​ໃນ​ຕອນ​ຄ່ຳ​ວັນ​ທີ15​ສິງ​ຫາ​ນີ້​ເພື່ອ​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຍີ່ປຸ່ນ​​ໃນ​ການ​ຊ່ວຍ​ເຫຼືອ​ແກ້​ໄຂ​ກ່ຽວ​ກັບ​ບັນ​ຫາ​ກຳ​ປັ່ນ​"ສີ​ເຟີ່ງ​ເລກ​2"​ແລ້ວ,​ທ່ານ​ລຽງ​ເຈີ້ນ​ອີ່ງ,​ຜູ່​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ຮຽກ​ພົບ​ຫົວ​ໜ້າ​ກົງ​ສູນ​ໃຫຍ່​ຍີ່​ປຸ່ນ​ປະ​ຈຳ​ຮົງ​ກົງ,​ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ​ປ່ອຍ​ຕົວ​ນັກ​ເຄື່ອນ​ໄຫວ​ປ້ອງ​ກັນ​ເກາະ​ຕ້ຽວ​ຢູ​ທັງ​14​ຄົນ​ໂດຍ​ໄວ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ.

ທ່ານ​ລຽງ​ເຈີ້​ນອີ່​ງກ່າວ​ຢ້ຳວ່າ,​ເກາະ​ຕ້ຽວ​ຢູ​ແມ່ນ​ດິນ​ແດນ​ຂອງ​ຈີນມາຕັ້ງ​ແຕ່​ບູຮານ​ນະ ການ,​ບໍ່​ຢາກ​ເຫັນ​ການ​ກະ​ທຳ​ໃດໆ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ​ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຮົງ​ກົງ​ເຫັນ​ວ່າ​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ.​ທ່ານ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຍີ່​ປຸ່ນ​ບໍ່​ຄວນ​ມີ​ການ​ກະ​ທຳ​ໃດໆ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ເຖິງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ພົນ​ລະ​ເມືອງ​ຈີນ,​ຊຸກ ຍູ້​ໃຫ້​ລັດ​ຖະ​ບານ​ຍີ່​ປຸ່ນ​ປ່ອຍ​ຕົວ​ນັກ​ເຄື່ອນ​ໄຫວ​ປ້ອງ​ກັນ​ເກາະ​ຕ້ຽຍ​ຢູ​ທັງ​14​ຄົນ​ນີ້​ໂດຍ​ໄວ. ຕາມ​ຂ່າວ​ແຈ້ງ​ວ່າ,​ໃນ​ຈຳ​ນວນ​ລູກ​ເຮືອ​ທັງ​14​ຄົນ​ລວມ​ທັງ​ນັກ​ຂ່າວ​ທີ່​ເດີນ​ທາງ​ໄປ​ປ້ອງ​ກັນ​ເກາະ​ຕ້ຽວ​ຢູ​ນັ້ນ,​ຢ່າງ​ໜ້ອຍ​ມີ​6​ຄົນ​ແມ່ນ​ຄົນ​ຮົງ​ກົງ.

ຕາມ​ສື່​ຮົງ​ກົງ​ລາຍ​ງານ​ວ່າ,ປະຈຸ​ບັນ​ນີ້,ມີ​ນັກ​ເຄື່ອນ​ໄຫວ​ປ້ອງ​ກັນ​ເກາະ​ຕ້ຽວ​ຢູ5ຄົນ​ທີ່​ໄດ້​ຂຶ້ນ​ເກາະ​ຕ້ຽວ​ຢູ,​ຖືກ​ກຳ​ປັ່ນ​ລາດ​ຕະ​ເວນ​ຂອງ​ກົມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຍີ່​ປຸ່ນ​ຄຸມຕົວ​ສົ່ງ​ໄປ​ຮອດ​ທ່າ​ເຮືອ​ນາ​ຮາ ຊຶ່ງ​ເປັນ​ທາ​ເຮືອ​ແຫ່ງ​ໃໝ່​ຂອງ​ໂອ​ກິ​ນາວະ​ເພື່ອ​ທຳ​ການ​ສອບ​ສວນ,​ສ່ວນ​ນັກ​ເຄື່ອນ​ໄຫວ​ປ້ອງ​ກັນ​ເກາະ​ຕ້ຽວ​ຢູອີກ9​ຄົນ​ທີ່​ຖືກ​ຈັບ​ຕົວ,​ຄາດ​ວ່າ​ຈະ​ຖືກ​ສົ່ງ​ຮອດ​ນາ​ຮາ​ໃນ​ຕອນ​ຄ່ຳ​ວັນ​ທີ​16​ສິງ​ຫາ​ນີ້.