ຍີ່​ປຸ່ນ​ຈັບ​ຕົວ​ນັກ​ເຄື່ອນ​ໄຫວ​ປ້ອງ​ກັນ​ເກາະ​ຕ້ຽວ​ຢູ​ຂອງ​ຈີນ​ຢ່າງ​ຜິດ​ກົດ​ໝາຍ,​ຈີນ​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ​ຮັບ​ປະ​ກັນ​ໃນ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ

(GMT+08:00) 2012-08-16 16:58:51     cri

ນັກເຄື່ອນໄຫວປ້ອງກັນເກາະຕ້ຽວຢູ5ຄົນ​ຖືກ​ສົ່ງ​ໄປ​ຮອດ​ທ່າ​ເຮືອ​ນາຮາ​ແຫ່ງ​ໃໝ່

ວັນ​ທີ15​ສິງຫາ​ນີ້,ນັກ​ເຄື່ອນ​ໄຫວ​ປ້ອງ​ກັນ​ເກາະ​ຕ້ຽວ​ຢູຈາກ​ຮົງ​ກົງ​ຈີນ​ຈຳ​ນວນ​14​ຄົນ​ຖືກ​ກົມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນ​ໄດ້​ຈັບ​ຕົວ​ໃນ​ຂໍ້​ກ່າວ​ຫາ​ທີ່​ວ່າ: ​ເຂົ້າ​ແດນ​ຍີ່​ປຸ່ນ​ຢ່າງ​ຜິດ​ກົດ​ໝາຍ.​ໃນ​ມື້​ດຽວ​ກັນ,​ທ່ານ​ຊິນ​ກ່າງ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ພວມ​ເອົາ​ໃຈ​ໃສ່​ຕິດ​ຕາມ​ເລື່ອງ​ນີ້​ຢ່າງ​ໃກ້​ຊິດ,​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ​ຢ່າ​ເຮັດ​ເລື່ອງ​ໃດໆ​ທີ່​ຈະ​ເປັນ​ໄພ​ຂົ່ມ​ຂູ່​ເຖິງ​ຄວາມ​ປອດ​ໄພ​ທາງ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ຈີນ.


ຕາມ​ສະມາຄົມ​ກະຈາຍສຽງ​ຍີ່ປຸ່ນ​ລາຍ​ງານ​ວ່າ,​ນັກ​ເຄື່ອນ​ໄຫວ​ປ້ອງ​ກັນ​ເກາະ​ຕ້ຽວ​ຢູ​ຂອງ​ຈີນ​ທັງ 14​ຄົນ​ນີ້​ຈະ​ຖືກ​ສົ່ງ​ໄປ​ຍັງ​ເທດ​ສະ​ບານ​ນາ​ຮາ​ຂອງ​ເມືອງ​ໂອ​ກິ​ນາ​ວະ.

ໃນ​ມື້​ດຽວ​ກັນ,ທ່ານ​ໂຢຊິຣິ​​ໂກະ ​ໂນ​ດະ,ນາຍົກລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ກ່າວ​ວ່າ,​ຈະ​ແກ້​ໄຂ​ເຫດ​ການ​ນີ້​ຢ່າງ​ເຂັ້ມ​ງວດ​ຕາມ​ກົດ​ໝາຍ​ຂອງ​ຍີ່​ປຸ່ນ.


ເກາະ​ຕ້ຽວ​ຢູ​ແມ່ນ​ດິນ​ແດ​ນຂອງ​ຈີນ​ມາ​ຕັ້ງ​ແຕ່​ບູຮານ​ນະ​ການ,​ຕັ້ງ​ຢູ່​ເຂດ​ທະ​ເລຈີນ​ຕາ​ເວັນ​ອອກ. ​ເມື່ອ​ຍີ່​ປຸ່ນ​ກັບ​ອາ​ເມ​ລິ​ກາ​ເຊັນ​"ສັນ​ຍາ​ສົ່ງ​ໂອ​ກິ​ນາ​ວະ​ຄືນ​ໃຫ້​ແກ່​ຍີ່​ປຸ່ນ"​ໃນ​ປີ​1971,​ໄດ້​ຈັດ​ເອົາ​ເກາະ​ຕ້ຽວ​ຢູ​ແລະ​ເກາະ​ດອນ​ຕ່າງໆ​ທີ່​ຂຶ້ນ​ກັບ​ເກາະ​ນີ້​ເຂົ້າ​ໃນ"​ເຂດ​ທີ່​ສົ່ງ​ຄືນ​ໃຫ້​​ຍີ່​ປຸ່ນ"​ໄປ​ພ້ອມ​ກັນ.​ນັບ​ຈາກ​ນັ້ນ​ເປັນ​ຕົ້ນ​ມາ,​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ອອກ​ຖະ​ແຫຼງ​ການ,​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ​ທີ່​ຈັດ​ເອົາ​ເກາະ​ຕ້ຽວ​ຢູ​ແລະ​ເກາະ​ດອນ​ທີ່​ຂຶ້ນ​ກັບ​ເກາະ​ຕ້ຽວ​ຢູ​ຂອງ​ຈີນ​ເຂົ້າ​ໃນ"​ເຂດ​ທີ່​ສົ່ງ​ຄືນ​ໃຫ້​ຍີ່​ປຸ່ນ",​ໂດຍ​ຖະ​ແຫຼງ​ການ​ຊີ້​ອອກ​ຢ່າງ​ເຄັ່ງ​ຂຶມ​ວ່າ "ນີ້​ເປັນ​ການ​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ຂອງ​ຈີນ​ຢ່າງ​ບັງ​ອາດ,​ປະ​ຊາ​ຊົນ​ຈີນ​ຈະ​ບໍ່​ຍອມ​ໃຫ້​ເຮັດ​ຄື​ແນວ​ນີ້​ຢ່າງ​ເດັດ​ຂາດ.​"