ພົນ​ລະ​ເມືອງ​ຈີນ​ແລະ​ເຮືອ​ຈີນ​ທີ່​ຖືກ​ຍີ່​ປຸ່ນ​ກັກ​ຂັງ​ໄວ້​ຢ່າງ​ຜິດ​ກົດ​ໝາຍ​ນັ້ນ​ເລີ່ມ​ເດີນ​ທາງ​ກັບ​ຄືນ​ປະ​ເທດ

(GMT+08:00) 2012-08-17 18:39:36     cri
ຜ່ານ​ການ​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ຫຼາຍ​ເທື່ອ​ຂອງ​ລັດ​ຖະ​ບານ​ຈີນ​ແລະ​ຄວາມ​ພະ​ຍາ​ຍາມ ຈາກ​ຫຼາຍ​ຝ່າຍ,​ປະ​ຈຸ​ບັນ​ນີ້,​ພົນ​ລະ​ເມືອງ​ຈີນ​14​ຄົນ​ແລະ​ເຮືອ"​ໄຂ​ເຟີ່ງ​ເລກ​2"​ທີ່​ຖືກ​ຍີ່​ປຸ່ນ​ກັກ​ຂັງ​ໄວ້​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເກາະ​ຕ້ຽວ​ອີ​ແລະ​ເຂດ​ທະ​ເລ​ໃກ້​ຄຽງ​ນັ້ນ​ໄດ້​ຖືກ​ປ່ອຍ​ຕົວ​ແລ້ວ.​ພາຍ​ໃຕ້​ການ​ຈັດ​ວາງ​ຂອງ​ໜ່ວຍ​ງານ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຍີ່​ປຸ່ນ,​17​ໂມງ​36​ນາ​ທີ​ຂອງ​ວັນ​ທີ17​ສິງ​ຫາ​ນີ້,​ຄົນ​ຈີນ​7​ຄົນ​ໄດ້​ເດີນ​ທາງ​ດ້ວຍ​ເຮືອ​ບິນ​ຈາກ​ນາ​ຮາ​ຂອງ​ໂອ​ກິ​ນາ​ວະ​ໄປ​ຮົງ​ກົງ​ຈີນ,​ແລະ​ອີກ​7​ຄົນ​ຈະ​ກັບ​ຄືນ​ປະ​ເທດ​ດ້ວຍ​ເຮືອ"​ໄຂ​ເຟີ່ງ​ເລກ​2",​ກຳ​ປັ່ນ​ຕິດ​ຕາມ​ກວດ​ກາ​ທາງ​ທະ​ເລ​ຂອງ​ຈີນ​ແລະ​ກຳ​ປັ່ນ​ຕິດ​ຕາມ​ກວດ​ກາ​ທາງ​ທະ​ເລ​ຂອງ​ຮົງ​ກົງ​ຈະ​ເດີນ​ທາງ​ໄປ​ຕ້ອນ​ຮັບ​ເຮືອ​ລຳ​ນີ້.