ນະ​ຄອນ​ຫລວງ​ວຽງ​ຈັນ​ໄດ້​ຮັບ​ໂລ້​ລາງ​ວັນ ຕົວ​ເມືອງ​ທີ່​ໜ້າ​ຢູ່​ຂອງ​ໂລກ

(GMT+08:00) 2012-08-27 18:29:19     cri
ນະຄອນຫລວງ​ວຽງ​ຈັນ​ເປັນ​1​ໃນ​10​ຂອງ​ຈຳ​ນວນ​141​ຕົວ​ເມືອງ​ຂອງ​ໂລກ​ທີ່​ໜ້າ​ຢູ່ ​ເພາະ​ເປັນ​ຕົວ​ເມືອງ​ທີ່​ມີ​ການ​ລົງ​ທຶນ​ຕ່ຳ ແຕ່​ມີ​ປະ​ສິດ​ທິ​ຜົນ​ສູງ.​ໂດຍ​ມີ​ການ​ວັດ​ ແທກ​ຈາກ​ບັນດາ​ເງື່ອນ​ໄຂຕ່າງໆ ​ຄື: ການ​ຈົດ​ທະ​ບຽນ​ຊັບ​ສິນ​(ເປີ​ເຊັນ​ຂອງ​ມູນ​ຄ່າ​ຊັບ​ສິນ),​ມູນ​ຄ່າ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ກໍ່​ສ້າງ​(ເປີ​ເຊັນ​ລາຍ​ໄດ້​ຕໍ່​ຫົວ​ຄົນ),​ກຳ​ໄລ​ຈາກ​ພາ​ສີ,​ລ​າຄາ​ ໂຮງ​ແຮມ,​ອັດ​ຕາ​ຄ່າ​ແຮງ​ງານ​ຕ່ຳ​ສຸດ​ຕໍ່​ອາ​ທິດ,​ຄ່າ​ເຊົ່າ​ຫ້ອງ​ການ​ສຳ​ນັກ​ງານ,​ຄ່າ​ເຊົ່າ​ເຂດ​ອຸດ​ສາ​ຫະ​ກຳ​ແລະ ຄວາມ​ອາດ​ສາ​ມາດ​ຂອງ​ກຳ​ລັງ ຄວາມ​ສາ​ມາດ​ຊື້​ຂອງ​ຄົນ​ໃນ​ສັງ​ຄົມ ອັດ​ຕາ​ແລກ​ປ່ຽນ.​ຈາກ​ເງື່ອນ​ໄຂ​ດັ່ງ​ກ່າວ ນະ​ຄອນ​ຫລວງ​ວຽງ​ຈັນ ຈຶ່ງ​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ​ທີ 6 ​ເປັນ​ເມືອງ​ໜ້າ​ຢູ່​ຂອງ​ບັນດາ​ຕົວ​ເມືອງ​ໃນ​ຂົງ​ເຂດ​ອາ​ຊີ-​ປາ​ຊີ​ຟິກ ຍ້ອນ​ເປັນ​ເມືອງ​ທີ່​ມີ​ ປະ​ສິດ​ທິ​ຜົນ​ດ້ານ​ການ​ລົງ​ທຶນ.

ບັນດາ​ນະຄອນ ​ທີ່​ຖືກ​ຄັດ​ເລືອກ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ​ໃນ​ຫົວ​ຂໍ້ "ການຈັດ​ອັນ​ດັບ​ຕົວ​ເມືອງ​ແຫ່ງ​ອະ​ນາ​ຄົດ"​ ແມ່ນ​ເກັບ​ກຳ​ຈາກ​ບັນ​ດາ​ນະ​ຄອນ​ໃນ​ຂົງ​ເຂດ​ອາ​ຊີ-​ປາ​ຊີ​ຟິກ​ຈຳ​ນວນ​141​ຕົວ​ເມືອງ​ແລະ​ແບ່ງ​ການ​ປະ​ເມີນ​ຜົນ​ເປັນ​6​ປະ​ເພດ​ຕົວ​ເມືອງ ​ຄື:​ຄວາມ​ອາດ​ສາ​ມາດ​ຂອງ​ເສດ​ຖະ​ກິດ,​ຊັບ​ພະ​ຍາ​ກອນ​ມະ​ນຸດ,​ມູນ​ຄ່າ​ປະ​ສິດ​ທິ​ຜົນ,​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ, ຄວາມ​ເປັນ​ມິດ​ໃນ​ການ​ລົງ​ທຶນ​ແລະ ການ​ສົ່ງ​ເສີມ​ຍຸດ​ທະ​ສາດ​ການ​ລົງ​ທຶນ​ຕ່າງ​ປະ​ເທດ.​ຈາກ​ການ​ປະ​ເທີນ​ຜົນ​ຕາມ​ເງື່ອນ​ໄຂ​ທີ່​ກ່າວ​ມາ​ນັ້ນ​ຈຶ່ງ​ສາ​ມາດ​ຈັດ​ລຽງ​10​ອັນ​ດັບ ສູງ​ສຸດ​ດັ່ງ​ນີ້:​1.​ສິງ​ກະ​ໂປ ປະ​ເທດ​ສິງ​ກະ​ໂປ;​2 .ຊຽງ​ໄຮ ສປ ຈີນ;​3. ໂຊລ ປະ​ເທດ ສ ເກົາ​ຫລີ, 4.​ເຊັນ​ເຊັນ,​5.ໄຕຫວັນຈີນ,​6. ຮົງກົງຈີນ,​7. ປັກ​ກິ່ງ ສປ ຈີນ; 8.ແມວ​ເບີນ ອົດສ​ຕຣາ​ລີ; 9.ໂຕກຽວ ປະ​ເທດ​ຍີ່​ປຸ່ນ;​10. ຊິດນີ ອົດສ​ຕຣາ​ລີ.

ສຳລັບ ນະຄອນຫລວງວຽງຈັນ ແມ່ນຖືກຈັດຢູ່ໃນອັນດັບທີ 6 ​ເພາະ​ເປັນ​ຕົວ​ເມືອງ​ທີ່​ມີ​ການ​ລົງທຶນ​ຕ່ຳ ແຕ່​ມີ​ປະ​ສິດ​ທິ​ຜົນ​ສູງ ຊຶ່ງ​ມີ​ລາຍ​ລະ​ອຽດ​ດັ່ງ​ນີ້:​1.​ພະ​ນົມ​ເປັນ ກຳ​ປູ​ເຈຍ; 2. ຮາຍຟອງ, 3. ດານັງ ສສ​ຫວຽດ ນາມ;​4. ໂຈ​ໂຮ ບາ​ຣູ ມາ​ເລ​ເຊຍ; 5.​ ຮ່າ​ໂນ້ຍ ສສ ຫວຽດນາມ; 6. ວຽງ​ຈັນ ສປປ ລາວ; 7.ກັດ​ມັນ​ດູ ເນ​ປານ; 8.ມູນ​ຖານ ປາ​ກິສ​ຖານ; 9.ອາ​ໂລ ເຊ​ຕາ ມາ​ເລ​ເຊຍ ແລະ 10.ຣະ​ຍອງ ປະເທດ​ໄທ.