ຄະນະພະນັກງານ​ສ.ປ.ປ.ລາວ​ມາ​ທັດສະນະ​ສຶກສາ​ຢູ່​ຈີນ

(GMT+08:00) 2012-08-28 14:15:31     cri

ຕາມ​ຂ່າວຈາກ​ເວັບ​ໄຊ​ສະຖານທູດ​ຈີນ​ປະຈຳ​ລາວ:​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໃນ​ປີ 2012 ນີ້,ຄະນະພະນັກງານ​ສ.ປ.ປ.ລາວ​​ໄດ້ເດີນທາງ​ມາ​ທັດສະນະ​ສຶກສາ​ຢູ່​ຈີນ​​ເປັນງວດ​ທີ 3 ​​ແລ້ວ,ລວມມີ 32 ທ່ານ.​ຄະນະ​ຊຸດ​ນີ້ນຳ​ໂດຍ​ທ່ານ​ພອຍ​ຄຳ ຮຸງ​ບຸນ​ຍວງ,ກຳມະການ​ປະຈຳ​ຄະນະ​ພັກ​ນະຄອນຫຼວງ​ວຽງ​ຈັນ,​ເລຂາ​ຄະນະ​ພັກ ​ເຈົ້າເມືອງ​ຈັນທະ​ບູລີ​ໄດ້​ເດີນທາງ​​ເຖິງ​ຈີນ​ໃນ​ວັນ​ທີ 27 ສິງຫາ​ນີ້,​ເພື່ອທັດສະນະ​ສຶກສາ​ແລະ​ແລກປ່ຽນ​ບົດຮຽນ​ຢູ່​ຈີນຈົນ​ເຖິງ​ວັນ​ທີ 7 ກັນຍາ​ໜ້ານີ້.

ກ່ອນ​ເດີນທາງ,ທ່ານ​ນາງ​ບູ້ຈ້ຽນກົວ,​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ຄະນະພະນັກງານ​ລາວ.