ຫ້ອງ​ການ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບຂ່າວ​ລາຍ​ງານວ່າ ສາ​ເຫດ​ທີ່​ທຸງ​ຊາດ​ຍີ່​ປຸ່ນ​ຕັ້ງ​ຢູ່​ນອກ​ລົດ​ຂອງ​ທູດ​ຍີ່ປຸ່ນ​ປະ​ຈຳ​ຈີນ​ຖືກ​ປຸ້ນ​ເອົາ​ໄປ

(GMT+08:00) 2012-08-28 16:22:39     cri
ກ່ຽວ​ກັບ​ເລື່ອງ​ທີ່​ທຸງ​ຊາດ​ຍີ່​ປຸ່ນ​ທີ່​ຕັ້ງ​ຢູ່​ນອກ​ລົດ​ຂອງ​ເອກ​ອັກຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ​ປະ​ຈຳ​ຈີນ​ຖືກ​ປຸ້ນ​ເອົາ​ໄປ​ຊຶ່ງ​ເກີດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ​27​ສິງ​ຫາ​ນີ້,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຂ່າວ​ສານ​ຊິນ​ຮວາ,​ຫ້ອງ​ການ​ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ພວມ​ສຳ​ຫຼວດ​ເລື່ອງ​ນີ້​ຢ່າງ​ບໍ່​ລົດ​ລະ.​ລັດ​ຖະ​ບານ​ຈີນ​ຕັ້ງ​ໜ້າ​ປະ​ຕິ​ບັດ​ຕາມ​"ສົນ​ທິ​ສັນ​ຍາ​ວຽນ​ວ່າ​ດ້ວຍ​ການ​ພົວ​ພັນ​ທາງ​ການ​ທູດ"​ຕະ​ຫຼອດ,​ຕັ້ງ​ໜ້າ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ສະ ຖານ​ທູດ​ແລະ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​ເປັນ​ຢ່າງ​ດີ.