ມ ຊ ມອບ​-​ຮັບ​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ໃຫ້​ບັນ​ດິດ​ໃໝ່​ຮຸ່ນ​ທີ​12

(GMT+08:00) 2012-08-31 14:02:07     cri
ຕາມ​ຂ່າວCRI: ວັນ​ທີ 31 ສິງຫາ​ນີ້​ທີ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ນະຄອນຫຼວງວຽງຈັນ​ໄດ້​ມີ​ພິ​ທີ​ມອບ​-ຮັບ​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ໃຫ້​ນັກ​ສຶກ​ສາ​ທີ່​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ຮຸ່ນ​ທີ 12, ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ມີ​ທ່ານ ດຣ ບຸນ​ຕຽມ ພິດ​ສະ​ໄໝ ລັດ​ຖະ​ມົນ​ຕີ​ປະ​ຈຳ​ຫ້ອງ​ວ່າ​ການ​ລັດ​ຖະ​ບານ,​ປະ​ທານ​ສະ​ພາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ,​ທ່ານ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ,​ມີ​ບັນ​ດາ​ແຂກ​ທີ່​ມີ​ກຽດ​ທັງ​ພາຍ​ໃນ​ແລະ​ຕາງ​ປະ​ເທດ,​ພ້ອມ​ດ້ວຍ​ຄູ​ອາ​ຈານ​ແລະ​ນັກ​ສຶກ​ສາ​ເຂົ້າ​ຮ່ວມ.

ການມອບ-​ຮັບ​ໃບ​ປະກາສະ​ນິຍະ​ບັດ​ຄັ້ງນີ້​ມີ​ບັນດິດ​ໃໝ່​ເຂົ້າ​ຮັບ​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ທັງ​ໝົດ​7.794​ຄົນ​ຍິງ​2997​ຄົນ​ ປະ​ກອບ​ມີ​ລະ​ດັບ​ປະ​ລິ​ຍາ​ໂທ​300​ຄົນ,​ຫຼັງ​ປະ​ລິນ​ຍາ​ຕີ​23​ຄົນ,​ປະ​ລິນ​ຍາ​ຕີ​7061​ຄົນ​ແລະ​ອາ​ນຸ​ປະ​ລິນ​ຍາ​ຕີ​410​ຄົນ,​ໃນ​ນັ້ນ​ມີ​ນັກ​ສຶກ​ສາ​ທີ່​ຮຽນ​ດີ ຮຽນ​ເກັ່ງ​ໄດ້​ຮັບ​ໃບ​ປະ​ກາດ​ແດງ​ຫຼື​ເກດ​ນິ​ຍົມ​5​ຄົນ ​ເຊິ່ງ​ເປັນ​ນັກ​ສຶກ​ສາ​ຍິງ​ທັງ​ໝົດ.

ໃນ​ໂອກາດ​ດັ່ງກ່າວ ທ່ານສຈ ດຣ ສຸກ​ກົງ​ແສງ​ ໄຊ​ຍະ​ເລີດ ​ໄດ້​ມີ​ຄຳ​ເຫັນ​​ວ່າ:​ບັນ​ດາ​ບຸກ​ຄະ​ລາ​ກອນ​ທີ່​ຜ່ານ​ການ​ຝຶກ​ຝົນ-​ກໍ່​ສ້າງ​ແລະ​ສຳ​ເລັດ​ການ​ສຶກ​ສາ​ທຸກ​ລະ​ບົບ​ລ້ວນ​ແຕ່​ແມ່ນ​ນັກ​ພັດ​ທະ​ນາ,​ນັກ​ບໍ​ລິ​ຫານ,​ນັກ​ວິ​ຊາ​ການ​ທີ່​ມີ​ຄວາມ​ພ້ອມ​ທີ່​ຈະ​ເປັນ​ຜູ້​ສືບ​ທອດ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ​ກ້າວ​ໜ້າ.