ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ​ຍີ່​ປຸ່ນ​ປະ​ຕິ​ບັດ​ກົນ​ອຸ​ບາຍ​ທີ່​ເຮັດ​ໃຫ້​ເກາະ​ຕ້ຽວ​ອີ​ກາຍ​ເປັນ​ຊັບ​ສິນ​ຂອງ​ລັດ​ນັ້ນ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ແນ່ນອນ

(GMT+08:00) 2012-09-03 18:25:44     cri
ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່ຈັດ​ຂຶ້ນ​ໃນ​ວັນ​ທີ3​ກັນຍາ​ນີ້,​ທ່ານ​ຫຼົງ​ເຫຼີຍ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຢ້ຳ​ຈຸດ​ຢືນ​ຂອງ​ຈີນ​ໃນ​ບັນ​ຫາ​ເກາະ​ຕ້ຽວ​ອີ.

;ວັນ​ທີ2​ກັນຍາ​ນີ້,ຄະນະ​ສຳ​ຫຼວດ​ນະຄອນຫຼວງໂຕ​ກຽວ​ຍີ່​ປຸ່ນ​ໄດ້​ເດີນທາງ​ໄປ​ເກາະ​ຕ້ຽວ​ອີ​ຂອງ​ຈີນ​ເພື່ອ​ດຳ​ເດີນ​ການ​ສຳ​ຫຼວດ​ຢ່າງ​ຜິດ​ກົດ​ໝາຍ.​ມື້​ດຽວ​ກັນ,​ສື່​ມວນ​ຊົນ​ຍີ່​ປຸ່ນ​ລາຍ​ງານ​ວ່າ,​ລັດ​ຖະ​ບານ​ຍີ່​ປຸ່ນ​ຈະ​ຢືນ​ຢັນ​ທິດ​ທາງ​ທີ່​ເຮັດ​ໃຫ້​ເກາະ​ຕ້ຽວ​ອີ​ກາຍ​ເປັນ​ຊັບ​ສິນ​ຂອງ​ລັດ​ໃນ​ກາງ​ເດືອນ​ກັນ​ຍາ​ນີ້.​

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ,ຈີນ​ໄດ້ປະທ້ວງ​ຢ່າງ​ຈິງ​ຈັງ​ຕໍ່​ຍີ່​ປຸ່ນກ່ຽວ​ກັບ​ເລື່ອງ​ດັ່ງກ່າວ​ແລ້ວ,​ທ່ານ​ຫົງ​ເຫຼີ​ຍກ່າວ​ຢ້ຳ​ວ່າ:​"​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ,​ຈີນ​ມີ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ເໜືອ​ດິນ​ແດນ​ເຫຼົ່າ​ນີ້​ໂດຍ​ບໍ່​ສາ​ມາດ​ໂຕ້​ຖຽງ​ໄດ້.​ທຸກ​ມາດ​ຕະ​ການ​ທີ່​ຍີ່​ປຸ່ນ​ກຳ​ລັງ​ໃຊ້​ພຽງ​ແຕ່​ຝ່າຍ​ດຽວ​ຕໍ່​ເກາະ​ຕ້ຽວ​ອີ​ນັ້ນ​ລ້ວນ​ແຕ່​ຜິດ​ກົດ​ໝາຍ​ແລະ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ໄດ້,​ຈີນ​ຄັດ​ຄັດ​ຢ່າງ​ເດັດ​ດ່ຽວ​ຕໍ່​ເລື່ອງ​ນີ້.​ຍີ່​ປຸ່ນ​ມີ​ເຈດ​ຕະ​ນາ​ປະ​ຕິ​ບັດ​ທິດ​ທາງ​ທີ່​ເຮັດ​ໃຫ້​ເກາະ​ຕ້ຽວ​ອີ​ກາຍ​ເປັນ​ຊັບ​ສິນ​ຂອງ​ລັດ​ເພື່ອ​ກ່າວ​ຢ້ຳ​ເຖິງ​ຈຸດ​ຢືນ​ອັນ​ຜິດ​ກົດ​ໝາຍ​ຂອງ​ຍີ່​ປຸ່ນ,​ຍີ່​ປຸ່ນ​ປະ​ຕິ​ບັດ​ກົນ​ອຸ​ບາຍ​ນີ້​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ແນ່​ນອນ."

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ:"​ເປັນ​ເວລາດົນ​ນານ​ມາ​ແລ້ວ,ຈີນ​ພິ​ຈາ​ລະ​ນາ​ເຖິງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ,ຝ່າຍ​ຈີນ​ມີ​ຈຸດ​ຢືນ​ຕະ​ຫຼອດ​ມາ​ໃຫ້​ແກ້​ໄຂ​ບັນ​ຫາ​ເກາະ​ຕ້ຽວ​ອີ​ດ້ວຍ​ການ​ເຈ​ລະ​ຈາ.​ຈີນ​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ​ຢຸດ​ຕິ​ການ​ກະ​ທຳ​ທີ່​ທຳ​ລາຍ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ຈີນ,​ກັບ​ຄືນ​ສູ່​​ໂຕະ​ເຈ​ລະ​ຈາ​ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ຖືກ​ຕ້ອງ,​ໃຊ້​ການ​ກະ​ທຳ​ຕົວ​ຈິງ​ໃນ​ການ​ປົກ​ປັກ​ຮັກ​ສາ​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ."