ເຜີຍ​ແຜ່​ຄວາມ​ພ້ອມ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ຂອງ​ສປປ​ລາວ

(GMT+08:00) 2012-09-04 14:55:27     cri
ກອງ​ປະຊຸມ​ເຜີຍ​ແຜ່​ໃຫ້​ສາທາລະນະ​ຊົນກ່ຽວ​ກັບ​ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​(WTO)​ຂອງ​ສປປ​ລາວ​ໄດ້​ມີ​ຂຶ້ນວັນ​ທີ​30​ສິງ​ຫາ​2012​ຢູ່​ສູນ​ຮ່ວມ​ມື​ສາ​ກົນ​ແລະ​ການ​ເຟິກ​ອົບ​ຮົມ,​ໂດຍ​ເປັນ​ປະ​ທານ​ຮ່ວມ​ຂອງ​ທ່ານ​ນາງ​ເຂັມ​ມະ​ນີ ພົນ​ເສ​ນາ,​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ແລະ​ທ່ານ​ນາງ​ເຄ​ເຣັນ ສະ​ຈອດຈ໌,​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສ.ອາ​ເມ​ລິ​ກາ​ປະ​ຈຳ​ສປປ​ລາວ,​ໂດຍ​ມີ​ພະ​ນັກ​ງານ​ກ່ຽວ​ຂ້ອງ​ຈາກ​ພາກ​ສ່ວນ​ຕ່າງໆ​ເຂົ້າ​ຮ່ວມ.

ທ່ານ​ນາງ​ເຂັມ​ມະ​ນີ ພົນ​ເສ​ນາ​ໄດ້​ກ່າວ​ວ່າ:ຈຸດປະສົງ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້,​ເພື່ອ​ເຜີຍ​ແຜ່​ຂໍ້ ມູນ​ກ່ຽວ​ກັບ​ການ​ກະ​ກຽມ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ໃຫ້​ສາ​ທາ​ລະ​ນະ​ຊົນ​ຮັບ​ຊາບ​ແລະ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ຕື່ມ​ກ່ຽວ​ກັບ​ອົງ​ການ​ດັ່ງ​ກ່າວ,​ລວມ​ທັງ​ຜົນ​ປະ​ໂຫຍ​ດ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ຈາກ​ການ​ເປັນ​ສະ​ມາ​ຊິກ.​ນອກ​ນີ້,​ຍັງ​ເປັນ​ເວ​ທີ​ແລກ​ປ່ຽນ,​ປຶກ​ສາ​ຫາ​ລື​ແລະ​ຮັບ​ຟັງ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ສາ​ທາ​ລະ​ນະ​ຊົນ,​ເຊິ່ງ​ລວມ​ມີ​ພະ​ນັກ​ງານ​ຈາກ ອົງການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ,​ບໍ​ລິ​ສັດ​ເອ​ກະ​ຊົນ,​ນັກ​ສຶກ​ສາ​ແລະ​ມວນ​ຊົນ​ທົ່ວ​ໄປ​ທີ່​ສົນ​ໃຈ.

ສປປລາວ​ໄດ້​ຍື່ນ​ໃບ​ສະໝັກ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ພາຍ​ຫຼັງ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ​ປີ​1997​ແລະ​ຮັບ​ຮອງ​ເປັນ​ປະ​ເທດ​ສັງ​ເກດ​ການ​ໃນ​ປີ1998​ເປັນ​ຕົ້ນ​ມາ,​ການ​ເຈ​ລະ​ຈາ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສປປ​ລາວ​ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ທ້າຍ​ປີ​2012, ​ໂດຍ​ນັບ​ແຕ່​ມື້​ຍື່ນ​ຄຳ​ຮ້ອງ​ມາ​ເຖິງ​ປັດ​ຈະ​ບັນ,ສປປກໍ​ມີ​ຄວາມ​ກຽມ​ພ້ອມ​ຫຼາຍ​ດ້ານ,​ເປັນ​ຕົ້ນ: ​ໄດ້​ສຳ​ເລັດ​ການ​ປັບ​ປຸງ​ນິ​ຕິ​ກຳ​ໃຫ້​ສອດ​ຄ່ອງ​ເປີດ​ຕະ​ຫຼາດ,​ຜ່ານ​ການ​ເຈ​ລະ​ຈາ​ສອງ​ຝ່າຍ​ເພື່ອ​ກຳ​ນົດ​ເພ​ດານ​ອັດ​ຕາ​ພາ​ສີ​ແລະ​ເປີດ​ຂະ​ແໜງ​ບໍ​ລິ​ການ,​ໃນ​ນີ້,​ສປປ​ລາວ​ໄດ້​ທົບ​ທວນ ສ້າງ​ກົດ​ໝາຍ​ທີ່​ຈຳ​ເປັນ​35​ສະ​ບັບ,​ພ້ອມ​ທັງ​ດຳລັດ​ແລະ​ລະ​ບຽບ​ການ​ອື່ນໆ​ຫຼາຍ​ກວ່າ​50​ສະ​ບັບ.